29/10/2026
ພິທີມອບ-ຮັບ ໜ້າທີ່ ຜູ້ອຳນວຍການ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່
-------------------------------------------
ໃນຕອນບ່າຍ ວັນທີ 28 ຕຸລາ 2026 ທີ່ ໂຮງແຮມ ແລນມາກ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ຈັດພິທີປະກາດການຈັດຕັ້ງ ມອບ-ຮັບ ໜ້າທີ່ ຜູ້ອໍານວຍການ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍຄະນະກົມທີ່ກ່ຽວຂ້ອງຂອງ ທຫລ, ທ່ານ ປອ. ກິແກ້ວ ຈັນທະບູລີ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ (ຜູ້ປະຈໍາການ), ທ່ານ ນາງ ບຸນຕາ ດາຣາວີ ຮອງປະທານສະພາບໍລິຫານ ທຄຕລ ພ້ອມດ້ວຍຄະນະສະພາບໍລິຫານ, ຄະນະອໍານວຍການ, ຄະນະພະແນກ, ຄະນະສູນ, ຄະນະສາຂາທົ່ວລະບົບ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວນີ້ ທ່ານ ໄພເລີດ ພົນບູລົມ ຫົວໜ້າຫ້ອງການ ຄະນະປະຕິຮູບລັດວິສາຫະກິດສູນກາງ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຜູ້ອໍານວຍການ ທຄຕລ (ຜູ້ໃໝ່) ທ່ານ ອາລຸນ ບຸນຍົງ ແລະ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອໍານວຍການ ທຄຕລ (ຜູ້ເກົ່າ) ອອກພັກການ-ຮັບອຸດໜູນບໍາເນັດ ໂດຍໃນພິທີຄັ້ງນີ້ ທັງສອງທ່ານກໍ່ໄດ້ກ່າວ ມອບ-ຮັບ ໜ້າທີ່ຢ່າງເປັນທາງການ.
ພ້ອມນັ້ນໃນພິທີດັ່ງກ່າວ ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ ທຄຕລ ສາມາດຍາດມາໄດ້ໃນໄລຍະຜ່ານມາ. ພ້ອມກັນນັ້ນ, ທ່ານຍັງໄດ້ໃຫ້ທິດຊີ້ນໍາໃຫ້ ທຄຕລ ຍົກສູງຄຸນນະພາບການບໍລິການ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ຕອບໂຈດຄວາມຕ້ອງການຂອງລູກຄ້າຢ່າງຄົບຖ້ວນ, ສືບຕໍ່ຍົກລະດັບ ແລະ ພັດທະນາລະບົບໄອທີ ໃຫ້ກ້າວລ້ຳທັນສະໄໝໃນຍຸກດິຈິຕອນ, ຍູ້ແຮງການເຊື່ອມໂຍງ ແລະ ເຊື່ອມຈອດກັບພາກພື້ນ ແລະ ສາກົນ ຢ່າງຮອບດ້ານ ແລະ ທຽບທັນຍຸກສະໄໝ, ສຸມໃສ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ ແລະ ແຜນທຸລະກິດຂອງ ທຄຕລ ແນ່ໃສ່ຮັບປະກັນຜົນປະໂຫຍດລວມຂອງຜູ້ຖືຮຸ້ນ ແລະ ຮັກສາມູນເຊື້ອອັນດີງາມຂອງ ທຄຕລ.