28/10/2026
ໃນວັນທີ 26 ຕຸລາ 2026, ທີ່ ຫ້ອງວ່າການສູນກາງພັກ, ທະນາຄານ ສົ່ງເສີມກະສິກຳ ຈຳກັດ (APB) ໄດ້ເຂົ້າມອບເງິນສະໜັບສະໜູນ ເປັນຈຳນວນເງິນ 1,000,000,000 ກີບ (ໜຶ່ງຕື້ກີບ) ເພື່ອຊຸກຍູ້ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VIII ຂອງພັກປະຊາຊົນ ປະຕິວັດລາວ ທີ່ຈະຈັດຂຶ້ນໃນໄວໆນີ້ ທີ່ ນະຄອນຫຼວງວຽງຈັນ.
ໃຫ້ກຽດຕາງໜ້າມອບໂດຍ ທ່ານ ສີສະອາດ ນຶມອາສາ, ຮອງຜູ້ອຳນວຍການ ທະນາຄານ ສົ່ງເສີມກະສິກຳ ຈຳກັດ ພ້ອມດ້ວຍຄະນະ ແລະ ໃຫ້ກຽດຕາງໜ້າຮັບໂດຍ ທ່ານ ປອ ເພັດ ພົມພີພັກ, ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວຫນ້າຫ້ອງວ່າການສູນກາງພັກ ພ້ອມດ້ວຍຄະນະ ເຂົ້າຮ່ວມເປັນສັກຂີພະຍານ.
ການປະກອບສ່ວນມອບເງິນສະໜັບສະໜູນໃນຄັ້ງນີ້ ເປັນການສະແດງໃຫ້ເຫັນເຖິງ ການມີສ່ວນຮ່ວມຢ່າງຕັ້ງໜ້າຂອງ ທະນາຄານ ສົ່ງເສີມກະສິກຳ ຈຳກັດ ໃນການຊຸກຍູ້ ແລະ ເຄື່ອນໄຫວວຽກງານການເມືອງ-ປະຫວັດສາດ ທີ່ຄ້າຍຄືກັນ ແລະ ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງຂອງປະເທດຊາດ.
----------------------------
ທະນາຄານ ສົ່ງເສີມກະສິກຳ ຈໍາກັດ
(ວ່ອງໄວ ກ້າວໄກ ໄປຄຽງຄູ່ທ່ານ)
☎️ Call Center: 1989
🌐 www.apb.com.la
🟦 Facebook: apb.bank
⬛️ Tiktok : bit.ly/ap_bank
🟥 Youtube: bit.ly/APBOfficial
🟪 Instagram: bit.ly/apbban