24/08/2026
(English below) ວັນທີ 18 ສິງຫາ 2026, ADB ໄດ້ຕ້ອນຮັບຄະນະ ນັກສຶກສາແລະຄູອາຈານຂອງຄະນະເສດຖະສາດຈາກມະຫາວິທະຍາໄລ Ritsumeikan ປະເທດຍີ່ປຸ່ນ ແລະ ມະຫາວິທະຍາໄລແຫ່ງຊາດລາວ. ໃນການຢ້ຽມຢາມຄັ້ງນີ້, ADB ໄດ້ແລກປ່ຽນຂໍ້ມູນແລະແບ່ງປັນຄວາມຮູ້ກ່ຽວກັບ ການສະໜັບສະໜູນຂອງ ADB ຕໍ່ການເຕີບໂຕທາງເສດຖະກິດຂອງ ສປປ ລາວ, ວິວັດທະນາການຂອງການພັດທະນາແລວທາງເສດຖະກິດພາຍໃຕ້ແຜນງານອະນຸພາກພື້ນແມ່ນ້ຳຂອງ (GMS), ແລະຍຸດທະສາດໃນການປົກລັອກ ເພື່ອຍົກລະດັບ ແລະ ນຳໃຊ້ທ່າແຮງທາງດ້ານກະສິກຳ ເພື່ອການພັດທະນາແບບຍືນຍົງຢູ່ສປປ ລາວ.
ທ່ານນາງ ແຊນນີ ແຄັມເບລ, ຫົວໜ້າຫ້ອງການ ADB ປະຈຳ ສປປ ລາວ ໄດ້ກ່າວຕ້ອນຮັບຄະນະດັ່ງກ່າວ ແລະ ເນັ້ນໜັກເຖິງບົດບາດຂອງເຕັກໂນໂລຊີທີ່ທັນສະໄໝເຊັ່ນ: ປັນຍາປະດິດ (AI) ສາມາເເສີມສ້າງສັກກະຍະພາບແລະຄວາມສາມາດໃຫ້ແກ່ນັກສຶກສາໃນການຮຽນຮູ້ ແລະ ພ້ອມທັງການກຽມຕົວສຳລັບການປະກອບອາຊີບໃນຂະແໜງການພັດທະນາ.
On 18 August, ADB hosted a study tour delegation comprising economics students and faculty members from Ritsumeikan University, Japan, and the National University of Laos. The exchange focused on ADB’s support for Lao PDR’s economic growth, the evolution of economic corridors under the Greater Mekong Subregion (GMS) Program, and strategies to unlock agricultural potential for Lao PDR’s sustainable development.
ADB Country Director for the Lao PDR Shanny Campbell welcomed the group and highlighted how emerging technologies like artificial intelligence can empower students as they prepare for professional careers in the development sector.