Lao National Payment Network

Call Directions Website Contact the business

Lao National Payment Network Lao National Payment Network Co., Ltd

ສະຖິຕິການຮັບຊຳລະຂ້າມແດນຈາກນັກທ່ອງທ່ຽວ ໄຕມາດ 3/2026 (ຈາກ 4 ປະເທດ) ສະດວກ, ໄວ, ແລະ ເພີ່ມໂອກາດທາງທຸລະກິດໃຫ້ຮ້ານຄ້າໃນ ສປປ ລາວ...
29/10/2026

ສະຖິຕິການຮັບຊຳລະຂ້າມແດນຈາກນັກທ່ອງທ່ຽວ ໄຕມາດ 3/2026 (ຈາກ 4 ປະເທດ)

ສະດວກ, ໄວ, ແລະ ເພີ່ມໂອກາດທາງທຸລະກິດໃຫ້ຮ້ານຄ້າໃນ ສປປ ລາວ ດ້ວຍການຮັບຊຳລະເງິນຂ້າມແດນ ຜ່ານ LAO QR ຈາກນັກທ່ອງທ່ຽວ 4 ປະເທດເພື່ອນບ້ານ ໃນໄຕມາດ 3 ປີ 2026

👉ພຽງແຕ່ຕັ້ງປ້າຍLAO QR ໄວ້ໜ້າຮ້ານ ກໍ່ສາມາດຮັບຊຳລະເງິນຈາກນັກທ່ອງທ່ຽວໄດ້ງ່າຍໆ ໂດຍບໍ່ຕ້ອງກັງວົນເລື່ອງການແລກປ່ຽນເງິນສົດ!
🌐 ຂໍ້ມູນເພີ່ມເຕີມ: www.lapnet.com.la
📲 ຕິດຕາມຂ່າວສານ: Lao National Payment Network
#ການຊຳລະຂ້າມແດນ

ບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ (LAPNet) ໄດ້ຈັດກອງປະຊຸມສະພາບໍລິຫານ ສະໄໝສາມັນ ປະຈຳໄຕມາດ III ຂອງປີ 2026 ຂຶ້ນຢ່າ...
28/10/2026

ບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ (LAPNet) ໄດ້ຈັດກອງປະຊຸມສະພາບໍລິຫານ ສະໄໝສາມັນ ປະຈຳໄຕມາດ III ຂອງປີ 2026 ຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນອັງຄານ ວັນທີ 27 ຕຸລາ ປີ 2026 ທີ່ຫ້ອງປະຊຸມຂອງທະນາຄານ ບີໄອຊີລາວ ຈຳກັດ,
ໂດຍໄດ້ຮັບກຽດ ການເປັນປະທານ ໂດຍ ທ່ານ ມະໂນລິດ ຊຸມພົນພັກດີ ປະທານສະພາບໍລິຫານ ແລະ ເຂົ້າຮ່ວມໂດຍ ບັນດາສະມາຊິກສະພາບໍລິຫານ ພ້ອມດ້ວຍ ຄະນະອຳນວຍການ ບໍລິສັດ LAPNet.

23/10/2026

ຈາກອະດີດທີ່ການເຮັດທຸລະກຳຂ້າມທະນາຄານເຕັມໄປດ້ວຍຂໍ້ຈຳກັດ... LAPNet ໄດ້ຖືກສ້າງຕັ້ງຂຶ້ນເພື່ອເປັນ Single Gateway (ຈຸດເຊື່ອມຕໍ່ດຽວ) ເຊື່ອມໂຍງທະນາຄານ, ສະຖາບັນການເງິນ ແລະ Fintech ເຂົ້າຫາກັນ.

ຕະຫຼອດການດຳເນີນງານຕາມ ແຜນຍຸດທະສາດ 5 ປີ ຄັ້ງທີ 1 (2021–2025), LAPNet ໄດ້ເຮັດໃຫ້ 3 ເສົາຫຼັກສຳຄັນ ປະສົບຜົນສຳເລັດຢ່າງເປັນຮູບປະທຳ:

🏗️ຍົກລະດັບໂຄງລ່າງພື້ນຖານເຕັກໂນໂລຊີໃຫ້ທັນສະໄໝ, ວ່ອງໄວ ແລະ ມີຄວາມສະຖຽນ.

🌐ຂະຫຍາຍເຄືອຂ່າຍການເຊື່ອມໂຍງ LAO QR, ATM ແລະ ການຊຳລະເງິນຂ້າມແດນ, ສົ່ງເສີມສັງຄົມດິຈິຕອນ ຢ່າງຮອບດ້ານ

ຄວາມສຳເລັດໃນ 5 ປີຜ່ານມາ ໄດ້ກາຍເປັນຮາກຖານທີ່ເຂັ້ມແຂງ ທີ່ພ້ອມຈະພາ LAPNet ເດີນໜ້າພັດທະນາລະບົບການຊຳລະເງິນຂອງ ສປປ ລາວ ໃຫ້ທັນສະໄໝ, ກວ້າງໄກ ແລະ ເຊື່ອມຕໍ່ກັບໂລກໄດ້ຫຼາຍຂຶ້ນ!

ປອດໄພໄດ້... ເລີ່ມຕົ້ນທີ່ໂຕທ່ານ! 💻💳ປົກປ້ອງຂໍ້ມູນ ປ້ອງກັນການຖືກຫຼອກລວງ ເພື່ອການເຮັດທຸລະກຳທີ່ໝັ້ນໃຈ🌐 www.lapnet.com.la     ...
23/10/2026

ປອດໄພໄດ້... ເລີ່ມຕົ້ນທີ່ໂຕທ່ານ! 💻💳

ປົກປ້ອງຂໍ້ມູນ ປ້ອງກັນການຖືກຫຼອກລວງ ເພື່ອການເຮັດທຸລະກຳທີ່ໝັ້ນໃຈ

🌐 www.lapnet.com.la
#ປອດໄພໄດ້ເລີ່ມຕົ້ນທີ່ໂຕທ່ານ #ຄິດກ່ອນກົດກວດສອບກ່ອນໂອນ #ຄວາມປອດໄພອອນລາຍ

ແຈ້ງການປິດປັບປຸງລະບົບ LAPS ຊົ່ວຄາວ!ເພື່ອຍົກລະດັບການບໍລິການ ແລະ ທົດສອບລະບົບປະຈໍາປີ, ທະນາຄານຂໍແຈ້ງປິດລະບົບ LAPS ຊົ່ວຄາວ ເພ...
13/10/2026

ແຈ້ງການປິດປັບປຸງລະບົບ LAPS ຊົ່ວຄາວ!

ເພື່ອຍົກລະດັບການບໍລິການ ແລະ ທົດສອບລະບົບປະຈໍາປີ, ທະນາຄານຂໍແຈ້ງປິດລະບົບ LAPS ຊົ່ວຄາວ ເພື່ອທົດສອບການໂອນຍ້າຍຂໍ້ມູນ.

⏱️ ໄລຍະເວລາປິດ:

ເລີ່ມແຕ່ເວລາ 22:00 ໂມງ ຂອງວັນທີ 13 ຕຸລາ 2026

ເຖິງເວລາ 03:10 ໂມງ ຂອງວັນທີ 14 ຕຸລາ 2026

🚫 ໃນໄລຍະເວລາ ດັ່ງກ່າວ, ທ່ານຈະບໍ່ສາມາດໃຊ້ບໍລິການຕ່າງໆຜ່ານຕູ້ ATM ຂອງທະນາຄານສະມາຊິກໄດ້ ເຊັ່ນ:

ກວດສອບຍອດເງິນ

ໂອນເງິນ

ຖອນເງິນສົດຂ້າມທະນາຄານ

#ແຈ້ງການ #ປິດປັບປຸງລະບົບ

🎉 ຊົມເຊີຍ ວັນສ້າງຕັ້ງ ທະນາຄານແຫ່ງ ສປປ ລາວ ຄົບຮອບ 58 ປີ! (7 ຕຸລາ 1968 – 7 ຕຸລາ 2026)
07/10/2026

🎉 ຊົມເຊີຍ ວັນສ້າງຕັ້ງ ທະນາຄານແຫ່ງ ສປປ ລາວ ຄົບຮອບ 58 ປີ! (7 ຕຸລາ 1968 – 7 ຕຸລາ 2026)

ພິທີເປີດໂຕໂຄງການເຊື່ອມຕໍ່ລະບົບການຊຳລະເງິນດິຈິຕອນຂ້າມແດນ ລາວ - ຈີນ  ໃນວັນທີ 18 ກັນຍາ 2026, ໄດ້ມີກອງປະຊຸມເປີດໂຕໂຄງການເຊື່ອ...
23/09/2026

ພິທີເປີດໂຕໂຄງການເຊື່ອມຕໍ່ລະບົບການຊຳລະເງິນດິຈິຕອນຂ້າມແດນ ລາວ - ຈີນ

ໃນວັນທີ 18 ກັນຍາ 2026, ໄດ້ມີກອງປະຊຸມເປີດໂຕໂຄງການເຊື່ອມຕໍ່ລະບົບການຊຳລະເງິນດິຈິຕອນຂ້າມແດນ ລາວ - ຈີນ ທີ່ແຂວງກວາງຊີ ສປ ຈີນ.
ກອງປະຊຸມດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍ: ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ທ່ານ LU Lei ຮອງຜູ້ວ່າການທະນາຄານປະຊາຊົນຈີນ ແລະ ພ້ອມດ້ວຍຜູ້ແທນຂັ້ນສູງຈາກພາກລັດ ແລະ ສະຖາບັນການເງິນຂອງທັງສອງປະເທດ

ພາຍໃນກອງປະຊຸມ ໄດ້ມີພິທີລົງນາມເຊັນສັນຍາຮ່ວມມືຍຸດທະສາດ ລະຫວ່າງ ບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ (LAPNet) ແລະ ບໍລິສັດ e-CNY Center International Co., Ltd.

ການລົງນາມຄັ້ງນີ້ຖືເປັນຂີດໝາຍສຳຄັນໃນການສົ່ງເສີມການໃຫ້ບໍລິການການຊຳລະຂ້າມແດນຜ່ານ QR Code ລະຫວ່າງສອງປະເທດ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ.
ການພັດທະນາລະບົບການຊຳລະລະຫວ່າງປະເທດຄັ້ງນີ້ ແບ່ງອອກເປັນ 2 ໄລຍະ:

ໄລຍະທີ 1: ຈີນ ສະແກນ ລາວ (ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ)
ຜູ້ໃຊ້ງານ Application e-CNY wallet ຈາກ ສປ ຈີນ ສาມາດສະແກນຊຳລະຜ່ານ QR Code ປະເພດຮ້ານຄ້າທີ່ລົງທະບຽນຖືກຕ້ອງຄົບຖ້ວນ (ໂດຍຮ້ານຄ້າຈະໄດ້ຮັບເປັນເງິນກີບ ຕາມມູນຄ່າລາຄາທີ່ຂາຍສິນຄ້າຕົວຈິງ) ຂອງ 17 ຜູ້ໃຫ້ບໍລິການຊຳລະເງິນ ຊຶ່ງເປັນສະມາຊິກຂອງບໍລິສັດ LAPNet ປະກອບມີ:
1. ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ (BCEL)
2. ທະນາຄານ ພັດທະນາລາວ ຈຳກັດ (LDB)
3. ທະນາຄານ ສົ່ງເສີມກະສິກຳ ຈຳກັດ (APB)
4. ທະນາຄານ ຮ່ວມພັດທະນາ ມະຫາຊົນ (JDB)
5. ທະນາຄານ ຮ່ວມທຸລະກິດລາວ-ຫວຽດ ຈຳກັດ (LVB)
6. ທະນາຄານ ເອຊີລີດາລາວ ຈຳກັດ (ACLE)
7. ທະນາຄານ ບີໄອຊີ ລາວ ຈຳກັດ (BIC)
8. ທະນາຄານ ອຸດສະຫະກຳ ແລະ ການຄ້າຈີນ ຈຳກັດ ສາຂານະຄອນຫຼວງ (ICBC)
9. ທະນາຄານ ອິນໂດຈີນ ຈຳກັດ (IDB)
10. ທະນາຄານ ກະສິກອນໄທ ຈຳກັດຜູ້ດຽວ (KBANK)
11. ທະນາຄານ ມາຣູຮານ ເຈແປນ ລາວ ຈຳກັດ (MJBL)
12. ທະນາຄານ ພົງສະຫວັນ ຈຳກັດ (PSV)
13. ທະນາຄານ ໄຊງ່ອນ ເທຣເຊີ ລາວ ຈຳກັດຜູ້ດຽວ (Sacombank)
14. ທະນາຄານ ເອັສທີ ຈຳກັດ (STB)
15. ທະນາຄານ ຫຸ້ນສ່ວນການຄ້າທະຫານ ສາຂາລາວ (MB)
16. ບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວ (Umoney)
17. ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ (Mmoney)

****ສຳລັບການພັດທະນາໃນໄລຍະທີ 2) ລາວ ສະແກນ ຈີນ ແມ່ນຈະໄດ້ສືບຕໍ່ພັດທະນາ ແລະ ເປີດໃຫ້ບໍລິການໃນໄວໆນີ້.

💡 LAPNet ເຮັດວຽກແນວໃດ ແລະ ໃຫ້ບໍລິການຢູ່ຈຸດໃດ? ຫຼາຍຄົນອາດຈະເຄີຍໃຊ້ບໍລິການໂອນເງິນ, ຈ່າຍເງິນຜ່ານ QR Code ຂ້າມທະນາຄານ ແຕ່ເຄີ...
18/09/2026

💡 LAPNet ເຮັດວຽກແນວໃດ ແລະ ໃຫ້ບໍລິການຢູ່ຈຸດໃດ?
ຫຼາຍຄົນອາດຈະເຄີຍໃຊ້ບໍລິການໂອນເງິນ, ຈ່າຍເງິນຜ່ານ QR Code ຂ້າມທະນາຄານ ແຕ່ເຄີຍສົງໄສບໍວ່າ ເງິນຖືກສົ່ງໄປ-ມາໄດ້ແນວໃດ?
ມາເຂົ້າໃຈຮູບແບບງ່າຍໆກັນກັບ LAPNet ໄດ້ເລີຍ
LAPNet ເປັນຂົວເຊື່ອມຕໍ່:
ເປັນຕົວາງກາງໃນການເຊື່ອມໂຍງລະບົບຂອງທຸກທະນາຄານ ແລະ ຜູ້ໃຫ້ບໍລິການຊຳລະທີ່ບໍ່ແມ່ນທະນາຄານ ເຂົ້າດ້ວຍກັນ ເຮັດໃຫ້ການໂອນເງິນ ແລະ ຊຳລະເງິນຂ້າມທະນາຄານ ສາມາດເຮັດໄດ້ຢ່າງສະດວກສະບາຍ.

⚡ ວ່ອງໄວ: ເຮັດຸລະກຳໄດ້ຕະຫຼອດ 24/7 ບໍ່ມີມື້ພັກ
🛡️ ປອດໄພ: ມີມາດຕະຖານປົກປ້ອງຂໍ້ມູນຜູ້ໃຊ້ລະດັບສູງ
🌐 ເຊື່ອມຕໍ່ທົ່ວເຖິງ: ຮອງຮັບທຸກທະນາຄານທົ່ວປະເທດ

🌐 ເວັບໄຊ: www.lapnet.com.la
📘 Facebook: Lao National Payment Network

#ໂອນເງິນຂ້າມທະນາຄານ

🎉 ປະກາດແລ້ວ! ລາຍຊື່ຜູ້โຊກດີ 20 ທ່ານທີ່ໄດ້ຮັບລາງວັນ ຈອກເກັບຄວາມເຢັນ LAPNet FREE ຈາກກິດຈະກຳຂອງພວກເຮົາ! 🎁✨📌 ຄຳແນະນຳສຳລັບຜູ້...
17/09/2026

🎉 ປະກາດແລ້ວ! ລາຍຊື່ຜູ້โຊກດີ 20 ທ່ານ
ທີ່ໄດ້ຮັບລາງວັນ ຈອກເກັບຄວາມເຢັນ LAPNet FREE ຈາກກິດຈະກຳຂອງພວກເຮົາ! 🎁✨

📌 ຄຳແນະນຳສຳລັບຜູ້ໂຊກດີ:
ຂໍໃຫ້ຜູ້ທີ່ມີລາຍຊື່ທຸກທ່ານ ໃຫ້ກະລຸນາ Inbox ຫາເພຈ Facebook: Lao National Payment Network ພາຍໃນບໍ່ເກີນ ວັນທີ 25 ກັນຍາ 2026 ນີ້ ເພື່ອຢັ້ງຢືນຕົວຕົນ ແລະ ຮັບຂໍ້ມູນການຮັບຂອງລາງວັນໄດ້ເລີຍ!

🙏 ຂອບໃຈທຸກໆທ່ານ ທີ່ໃຫ້ຄວາມສົນໃຈ ແລະ ເຂົ້າຮ່ວມກິດຈະກຳມ່ວນໆກັບ LAPNet ຂອງພວກເຮົາ. ຕິດຕາມກິດຈະກຳ ແລະ ໂປຣໂມຊັ່ນດີໆແບບນີ້ໄດ້ໃໝ່ໃນໂອກາດໜ້າ ! 💙

📞 ສອບຖາມຂໍ້ມູນເພີ່ມເຕີມ: 021 417 915
🌐 ເວັບໄຊ: www.lapnet.com.la
📘 Facebook: Lao National Payment Network

#ປະກາດລາຍຊື່ຜູ້ໂຊກດີ #ກິດຈະກຳLAPNet #ຈອກເກັບຄວາມເຢັນLAPNet

🎉🎉 ຮ່ວມລຸ້ນຮັບຈອກເກັບຄວາມເຢັນ LAPNet ຟຣີ! 20 ລາງວັນ 🎁✨ເວລາໂອນເງິນ ຫຼື ຊຳລະ ແລ້ວເງິນບໍ່ເຂົ້າປາຍທາງ ພວກເຮົາ ຄວນເຮັດແນວໃດ? ...
09/09/2026

🎉🎉 ຮ່ວມລຸ້ນຮັບຈອກເກັບຄວາມເຢັນ LAPNet ຟຣີ! 20 ລາງວັນ 🎁✨

ເວລາໂອນເງິນ ຫຼື ຊຳລະ ແລ້ວເງິນບໍ່ເຂົ້າປາຍທາງ ພວກເຮົາ ຄວນເຮັດແນວໃດ? 🤔

💡 ໃຜຢາກຮູ້ຄຳຕອບທີ່ຊັດເຈນ ແລະ ວິທີແກ້ໄຂທີ່ຖືກຕ້ອງ, ກົດໄປເບິ່ງວິດີໂອນີ້ກ່ອນໄດ້ເລີຍ:
👉 https://www.facebook.com/reel/2096689750984206

ເມື່ອເບິ່ງຈົບແລ້ວ ຢ່າລືມເຮັດຕາມກຕິກາແລ້ວມາ Comment ຕອບຄຳຖາມນຳກັນເລີຍ! 👇

📌 ກະຕິກາການຮ່ວມລຸ້ນ:
1️⃣ Like & Follow ເພສ LAPNet
2️⃣ Share ໂພສນີ້ເປັນສາທາລະນະ (Public)
3️⃣ Comment ຕອບຄຳຖາມ: ໂອນເງິນແລ້ວເງິນບໍ່ເຂົ້າປາຍທາງ ຄວນເຮັດແນວໃດ?

🗓️ ໄລຍະຮ່ວມກິດຈະກຳ: 9 - 16 ກັນຍາ 2026
🏆 ປະກາດຜົນຜູ້ໂຊກດີ: 17 ກັນຍາ 2026

#ກິດຈະກຳລຸ້ນຮັບຂອງລາງວັນ #ຈອກເກັບຄວາມເຢັນLAPNet #ໂອນເງິນຂ້າມທະນາຄານ

Address

Kaysone Phomvihane Avenue
Vientiane

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00

Telephone

+85621417915

Alerts

Be the first to know and let us send you an email when Lao National Payment Network posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Lao National Payment Network:

Shortcuts

Share