25/04/2022
4 ຂະແໜງການ ບູລິມະສິດ ຂອງບ້ວງເງິນລັດຖະບານ ອັດຕາດອກເບ້ຍ 3% ຕໍ່ປີ ສໍາລັບການສະໜອງສິນເຊື່ອໃຫ້ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດ ນ້ອຍ ແລະ ກາງ
#ຂະແຫນງການບູລິມະສິດຂອງລັດຖະບານ
ຂະແຫນງການບູລິມະສິດ ທີ່ໄດ້ຮັບການສົ່ງເສີມຈາກ ລັດຖະບານ ໃນໄລຍະນີ້ ປະກອບມີດັ່ງລຸ່ມນີ້:
1️⃣ ຂະແຫນງອຸດສາຫະກໍາປຸງແຕ່ງ ຜະລິດຕະພັນກະສິກໍາ
1. ປຸງແຕ່ງ ອາຫານ (ລວມທັງເກືອກິນ/ຜູ້ຜະລິດເກືອ ໄອໂອດິນ) ແລະ ອາຫານສັດ;
2. ປຸງແຕ່ງ ນໍ້າມັນສໍາລັບປຸງແຕ່ງອາຫານຈາກຖົ່ວ, ໜາກພ້າວ, ພືດຜັກ ແລະ ສັດ;
3. ປຸງແຕ່ງ ນໍ້າຊັອດໜາກເລັ່ນ, ໝາກເຜັດ, ນໍ້າປາ, ນໍ້າສະອິວ, ນໍ້າສົ້ມສາຍຊູ ແລະ ອື່ນໆ;
4. ປຸງແຕ່ງ ຜະລິດກະແລັມຈາກໝາກໄມ້, ພືດຜັກ ແລະ ນົມ;
5. ປຸງແຕ່ງ ເຂົ້າໝົມຜະລິດຈາກພືດຜັກ ແລະ ໜາກໄມ້ອົບແຫ້ງ ສໍາເລັດຮູບ;
6. ປຸງແຕ່ງ ຜະລິດຕະພັນແປ້ງຈາກພືດ;
7. ປຸງແຕ່ງ ຜະລິດຕະພັນຈາກເຂົ້າ ເສັ້ນໝີ່, ເສັ້ນເຟີ, ເສັ້ນເຂົ້າປຸ້ນ, ເສັ້ນເຂົ້າປຽກ ລວມ
ທັງໂຮງສີເຂົ້າ;
8. ປຸງແຕ່ງ ອາຫານສໍາເລັດຮູບ ປະເພດປາ;
9. ປຸງແຕ່ງ ປະເພດສະໜຸນໄພ, ຊາ, ກາເຟ;
10. ປຸງແຕ່ງ ເຄື່ອງດື່ມ ເຊັ່ນ: ນໍ້າໝາກໄມ້, ນໍ້າສະໜຸນໄພ, ວາຍຈາກໝາກໄມ້, ເຫຼົ້າໝາກໄມ້.
2️⃣ ຂະແຫນງຫັດຖະກໍາ
1. ຂະແໜງແຜ່ນແພພື້ນເມືອງ (ການຕໍ່າຫູກ, ການຍ້ອມສີທໍາມະຊາດ, ການຫຍິບ, ປັກ,
ຖັກ, ແສ່ວ ແລະ ດອກດວງ, ການມັດໝີ່, ການເຂັນຝ້າຍ, ການປູກມອນ, ການລ້ຽງມ້ອນ,
ການສາວໄຫມ);
2. ຂະແໜງໄມ້, ຫວາຍ, ໄມ້ປ່ອງ ແລະ ເຄືອໄມ້, ການຈັກສານ, ການຄວັດ, ການແກະສະລັກ;
3. ຂະແໜງເຈ້ຍພື້ນເມືອງ (ການຜະລິດເຈ້ຍສາ, ການຜະລິດເຈ້ຍເຟືອງ);
4. ຂະແໜງສິນລະປະໂລຫະ (ການຫຼອມ, ການຫຼໍ່, ການຄວັດ, ການແກະສະລັກ);
5. ຂະແໜງປັ້ນດິນເຜົາ (ການປັ້ນດິນເຜົາ, ການຜະລິດດິນຈີ່, ດິນຂໍ);
6. ຂະແໜງອາຫານ ແລະ ເຄື່ອງດື່ມພື້ນເມືອງ (ການຜະລິດແຈ່ວບອງ, ການຜະລິດໄຄແຜ່ນ, ການຜະລິດເຄື່ອງດື່ມ ແລະ ອາຫານພື້ນເມືອງ);
7. ຂະແໜງເຄື່ອງປະດັບ ແລະ ເຄື່ອງເອ້ຢ້ອງ (ການຕີ ເງິນ, ຄໍາ, ທອງ ທີ່ເປັນລວດລາຍສິນລະປະ ພື້ນເມືອງລາວ, ການຕີງ້າວ, ດາບ ແລະ ອື່ນໆ).
3️⃣ ຂະແໜງກະສິກໍາ ປູກຝັງ ແລະ ລ້ຽງສັດ
1. ພືດຜັກ ລວມທັງການຜະລິດກະສິກໍາສະອາດ ແລະ ກະສິກໍາ ອິນຊີ;
2. ຟາມລ້ຽງສັດ ແລະ ເພາະພັນສັດ (ສັດປີກ, ສັດນໍ້າ, ສັດບົກ ທີ່ເປັນເສດຖະກິດ);
3. ກາເຟ;
4. ຊາ;
5. ສາລີ;
6. ມັນຕົ້ນ;
7. ໝາກໄມ້ປະເພດຕ່າງໆ;
8. ຢາງພາລາ;
9. ຝຸ່ນ ແລະ ນໍ້າໝັກຊີວະພາບ.
4️⃣ ຂະແໜງການທ່ອງທ່ຽວ
1. ການນໍາທ່ຽວ;
2. ການສ້າງ ຫຼື ສ້ອມແປງແຫຼ່ງທ່ອງທ່ຽວ;
3. ທຸລະກິດພັກແຮມ ທີ່ຕິດພັນກັບແຫຼ່ງທ່ອງທ່ຽວ (ໂຮງແຮມ, ເຮືອນພັກ, ເຮືອ
ທ່ອງທ່ຽວ, ຫ້ອງພັກແຮມ ແລະ ສະຖານທີ່ພັກເຊົາ);
4. ທຸລະກິດຮ້ານອາຫານ ຢູ່ໃນເຂດທ່ອງທ່ຽວ ເປັນຕົ້ນແມ່ນ ຮ້ານອາຫານລາວ, ຮ້ານຂາຍ
ເຄື່ອງດື່ມ ປະເພດ ນໍ້າໝາກໄມ້, ກາເຟ, ຊາ ແລະ ອື່ນໆ ທີ່ເປັນຜະລິດຕະພັນລາວ ຍົກ
ເວັ້ນເຄື່ອງດື່ມທີ່ເປັນສິ່ງມືນເມົາ;
5. ທຸລະກິດ ຜະລິດ ແລະ ຂາຍເຄື່ອງທີ່ລະນຶກ.
-----------------------
👉 ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່: (+856-21) 414 064 - 306
📍ຖະໜົນໜອງບອນ, ບ້ານຝາຍ, ເມືອງໄຊເຊດຖາ, ນະຄອນຫຼວງວຽງຈັນ
👉Email: [email protected]
👉Website:www.laosmefund.org
👉Youtube: https://www.youtube.com/channel/UCj_X-aY671XeauizLZrUbfg
-----------------------
#ທສວ
#ກອງທຶນສົ່ງເສີມວິສາຫະກິດຂະຫນາດນ້ອຍແລະກາງ