Biger ປະກັນໄພ

  • Home
  • Biger ປະກັນໄພ
Directions

Biger ປະກັນໄພ ຕົວແທນຂາຍປະກັນໄພ
ໃຫ້ບໍລິການດ້ານປະກັນໄພທຸກປະເພດ
020 5561 6099 ຂາຍເຄື່ອງອອນໄລ

13/05/2026
ປະກັນໄພແບບບັງຄັບນີ້ ຖືກອອກແບບມາເພື່ອປົກປ້ອງບຸກຄົນທີສາມ ທີ່ໄດ້ຮັບຜົນກະທົບຈາກອຸບັດເຫດ. ໃນສ່ວນຂອງ ວົງເງິນຄຸ້ມຄອງສູງສຸດ, ປະກ...
24/02/2026

ປະກັນໄພແບບບັງຄັບນີ້ ຖືກອອກແບບມາເພື່ອປົກປ້ອງບຸກຄົນທີສາມ ທີ່ໄດ້ຮັບຜົນກະທົບຈາກອຸບັດເຫດ.
ໃນສ່ວນຂອງ ວົງເງິນຄຸ້ມຄອງສູງສຸດ, ປະກັນໄພຈະຊ່ວຍແບກຮັບພາລະຄ່າໃຊ້ຈ່າຍໃນກໍລະນີເກີດອຸບັດເຫດ ດັ່ງນີ້:
• ເສຍຊີວິດ ຫຼື ພິການຖາວອນ: 15,000,000 ກີບຕໍ່ຄົນ.
• ຄ່າປິ່ນປົວບາດເຈັບ: ສູງສຸດ 3,000,000 ກີບຕໍ່ຄົນ.
• ຄວາມເສຍຫາຍດ້ານວັດຖຸ/ຊັບສິນ: ສູງສຸດ 6,000,000 ກີບຕໍ່ຄັ້ງ.
• ລວມຄວາມເສຍຫາຍທາງດ້ານຮ່າງກາຍສູງສຸດຕໍ່ອຸບັດເຫດໜຶ່ງຄັ້ງແມ່ນ 125,000,000 ກີບ
#ປະກັນໄພລົດບັງຄັບ

ທຸກຢ່າງມີປະໂຫຍດ ຖ້າຮູ້ໃຊ້
24/02/2026

ທຸກຢ່າງມີປະໂຫຍດ ຖ້າຮູ້ໃຊ້

ກະຊວງການເງິນ ໄດ້ອອກຂໍ້ຕົກລົງເລກທີ 2980/ງຈ, ລົງວັນທີ 22 ສິງຫາ 2024 ວ່າດ້ວຍການປະກັນໄພລົດແບບບັງຄັບ ເພື່ອແນໃສ່ສ້າງລະບົບການຄຸ້ມຄອງ ແລະ ປົກປ້ອງຜູ້ປະສົບໄພຕາມທ້ອງຖະໜົນໃຫ້ມີປະສິດທິພາບຫຼາຍຂຶ້ນ.
ຂໍ້ຕົກລົງສະບັບນີ້ກຳນົດໃຫ້ ພາຫະນະທຸກປະເພດທີ່ແລ່ນດ້ວຍເຄື່ອງຈັກ ທີ່ຂຶ້ນທະບຽນຢ່າງຖືກຕ້ອງໃນ ສປປ ລາວ ບໍ່ວ່າຈະເປັນລົດສອງລໍ້, ລົດສາມລໍ້, ລົດເກັງ, ລົດກະບະ ຫຼື ລົດບັນທຸກ ທີ່ໃຊ້ພະລັງງານນ້ຳມັນ, ໄຟຟ້າ ຫຼື ພະລັງງານທາງເລືອກອື່ນໆ ຕ້ອງມີການປະກັນໄພລົດແບບບັງຄັບທັງໝົດ.
ແລ້ວພາຫະນະໃດແດ່ທີ່ຕ້ອງເຮັດປະກັນໄພບັງຄັບ? ກົດໝາຍກຳນົດໃຫ້ ພາຫະນະທຸກປະເພດທີ່ແລ່ນດ້ວຍເຄື່ອງຈັກ ທີ່ຂຶ້ນທະບຽນໃນ ສປປ ລາວ ຕ້ອງມີປະກັນໄພບັງຄັບ. ເຊິ່ງລວມມີທັງລົດທີ່ໃຊ້ພະລັງງານນ້ຳມັນ, ໄຟຟ້າ ແລະ ພະລັງງານທາງເລືອກອື່ນໆ. ຢ່າງໃດກໍຕາມ, ຫາກພາຫະນະໃດທີ່ມີປະກັນໄພແບບສະໝັກໃຈ (ປະກັນໄພຊັ້ນ 1, 2, 3) ທີ່ວົງເງິນຄຸ້ມຄອງສູງກວ່າ ຫຼື ເທົ່າກັບປະກັນໄພບັງຄັບແລ້ວ ແມ່ນບໍ່ຈຳເປັນຕ້ອງຊື້ປະກັນໄພບັງຄັບຕື່ມອີກ.
ປະກັນໄພແບບບັງຄັບນີ້ ຖືກອອກແບບມາເພື່ອປົກປ້ອງບຸກຄົນທີສາມ ທີ່ໄດ້ຮັບຜົນກະທົບຈາກອຸບັດເຫດ. ສຳລັບອັດຕາຄ່າທໍານຽມປະກັນໄພແມ່ນໄດ້ກຳນົດໄວ້ຢ່າງຊັດເຈນ ຕົວຢ່າງເຊັ່ນ:
• ລົດຈັກ: ຂະໜາດ 50-124 cc ຈ່າຍພຽງ 100,000 ກີບ/ປີ.
• ລົດເກັງສ່ວນຕົວ: ຂະໜາດບໍ່ເກີນ 2,000 cc ຈ່າຍ 240,000 ກີບ/ປີ.
• ລົດບັນທຸກສ່ວນຕົວ: ນ້ຳໜັກ 3.5 - 10 ໂຕນ ຈ່າຍ 440,000 ກີບ/ປີ.
ໃນສ່ວນຂອງ ວົງເງິນຄຸ້ມຄອງສູງສຸດ, ປະກັນໄພຈະຊ່ວຍແບກຮັບພາລະຄ່າໃຊ້ຈ່າຍໃນກໍລະນີເກີດອຸບັດເຫດ ດັ່ງນີ້:
• ເສຍຊີວິດ ຫຼື ພິການຖາວອນ: 15,000,000 ກີບຕໍ່ຄົນ.
• ຄ່າປິ່ນປົວບາດເຈັບ: ສູງສຸດ 3,000,000 ກີບຕໍ່ຄົນ.
• ຄວາມເສຍຫາຍດ້ານວັດຖຸ/ຊັບສິນ: ສູງສຸດ 6,000,000 ກີບຕໍ່ຄັ້ງ.
• ລວມຄວາມເສຍຫາຍທາງດ້ານຮ່າງກາຍສູງສຸດຕໍ່ອຸບັດເຫດໜຶ່ງຄັ້ງແມ່ນ 125,000,000 ກີບ
ຂໍ້ຕົກລົງສະບັບນີ້ມີມາດຕະການເຂັ້ມງວດສຳລັບຜູ້ທີ່ຝ່າຝືນ. ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງໃດທີ່ເປັນເຈົ້າຂອງລົດ ແຕ່ບໍ່ປະຕິບັດຕາມການເຮັດປະກັນໄພບັງຄັບ ຈະຖືກສຶກສາອົບຮົມ, ກ່າວເຕືອນ ແລະ ປັບໄໝເປັນເງິນ 1,000,000 ກີບ. ຫາກຍັງສືບຕໍ່ຝ່າຝືນ ຈະຖືກປັບໄໝຕື່ມອີກບໍ່ເກີນວັນລະ 500,000 ກີບ ຈົນກວ່າຈະປະຕິບັດໃຫ້ຖືກຕ້ອງ.
ຈົ້າຂອງພາຫະນະສາມາດເລືອກຊື້ປະກັນໄພໄດ້ຫຼາກຫຼາຍຊ່ອງທາງ ບໍ່ວ່າຈະເປັນການຊື້ໂດຍກົງກັບບໍລິສັດປະກັນໄພ, ຜ່ານຕົວແທນ, ນາຍໜ້າປະກັນໄພ ຫຼື ຊ່ອງທາງອອນລາຍ ທີ່ທັນສະໄໝ. ເມື່ອຊື້ແລ້ວ ຜູ້ຂັບຂີ່ຕ້ອງຖືສັນຍາປະກັນໄພ (ແບບໃບ ຫຼື ແບບເອເລັກໂຕຣນິກ) ຕິດລົດໄວ້ສະເໝີ ເພື່ອສະແດງຕໍ່ເຈົ້າໜ້າທີ່ໃນເວລາເຄື່ອນໄຫວຕາມທ້ອງຖະໜົນ.
ການມີປະກັນໄພລົດແບບບັງຄັບ ບໍ່ພາຍພຽງແຕ່ເປັນການປະຕິບັດຕາມກົດໝາຍເທົ່ານັ້ນ ແຕ່ຍັງເປັນການສ້າງຄວາມຮັບຜິດຊອບຕໍ່ສັງຄົມ ແລະ ຮັບປະກັນວ່າເມື່ອເກີດເຫດການທີ່ບໍ່ຄາດຄິດ ຜູ້ເຄາະຮ້າຍຈະໄດ້ຮັບການເບິ່ງແຍງ ແລະ ເຈລະຈາຢ່າງທັນທ່ວງທີ.
#ປະກັນໄພ #ປະກັນໄພແບບບັງຄັບ #ລົດ

16/06/2025

ບໍ່ມີຫຍັງແນ່ນອນ ຫຍັງກໍເກີດຂື້ນໄດ້
#ຂໍໃຫ້ປອດໄພ

13/06/2025

คุมเพลิงได้แล้ว ไฟไหม้ร้านขายของกลางเมืองอุดร เสียหายกว่า 50 ล้าน พนักงานเล่านาทีเกิดเหตุ ก่อนรีบโทรบอกเถ้าแก่

13/06/2025
05/06/2025

ອີກແລ້ວ 🔥🔥🔥
ຂໍໃຫ້ທຸກຄົນປອດໄພເດີ
#ປະກັນໄພ
#ອັກຄີໄພ

ຕົກຫນ້ອຍຫນຶ່ງກໍຖ້ວມ ແດດຫນ້ອຍຫນຶ່ງກໍໄຫມ້😱😱😱
03/06/2025

ຕົກຫນ້ອຍຫນຶ່ງກໍຖ້ວມ ແດດຫນ້ອຍຫນຶ່ງກໍໄຫມ້😱😱😱

ປະກັນໄພເຮືອນ 🏡ຄຸ້ມຄອງ:- ຄຸ້ມກັນອັກຄີໄພ- ຄວາມຮັບຜິດຊອບຂອງຫົວຫນ້າຄອບຄົວ- ຄວາມຮັບຜິດຊອບຕໍ່ເຮືອນຂ້າງຄຽງ- ຄວາມເສຍຫາຍຍ້ອນນ້ຳ- ...
03/06/2025

ປະກັນໄພເຮືອນ 🏡
ຄຸ້ມຄອງ:
- ຄຸ້ມກັນອັກຄີໄພ
- ຄວາມຮັບຜິດຊອບຂອງຫົວຫນ້າຄອບຄົວ
- ຄວາມຮັບຜິດຊອບຕໍ່ເຮືອນຂ້າງຄຽງ
- ຄວາມເສຍຫາຍຍ້ອນນ້ຳ
- ລົມພາຍຸ
- ແຜ່ນດີນໄຫວ
- ແກ້ວແວ່ນແຕກ
- ຄວາມເສຍຫາຍຂອງເຄື່ອງໃຊ້ໄຟຟ້າ
ສອບຖາມ:
📞: 02055616098
Tiktok: bigger ປະກັນໄພ
#ປະກັນ #ປະກັນໄພລົດ #ປະກັນໄພລາວ #ປະກັນໄພ

Address


Website

Alerts

Be the first to know and let us send you an email when Biger ປະກັນໄພ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

  • Want your business to be the top-listed finance company?

Share