ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ Lao Credit Information Company

  • Home
  • ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ Lao Credit Information Company
Call Directions Website Contact the business

ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ Lao Credit Information Company ບໍລິສັດ ຂສລ (lcic)ແມ່ນວິສາຫະກິດໜຶ່ງ ຊຶ່?

ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ເແມ່ນລັດວິສາຫະກິດ ຊຶ່ງດຳເນີນທຸລະກິດໃນຮູບແບບບໍລິສັດ ທີ່ເຄື່ອນໄຫວພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ, ມີພາລະບົດບາດເປັນສູນກາງເກັບກຳ ແລະ ສະໜອງຂໍ້ມູນຂ່າວສານສິນເຊື່ອ ທີ່ມີຄຸນນະພາບ ໃຫ້ແກ່ ສະມາຊິກ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອຊຸກຍູ້ວຽກງານການເຂົ້າເຖິງການບໍລິການທາງດ້ານການເງິນໃຫ້ຂະຫຍາຍຕົວ, ສົ່ງເສີມໃຫ້ປະຊາຊົນມີວິໄນທາງດ້ານການເງິນ ແລະ ປະກອບສ່ວນຮັກສາສະເຖຍລະພາບທາງດ້ານເສດຖະກິດຂອງ ສປປ ລາວ.

❗️❗️ໃນວັນທີ 20 ສິງຫາ 2026 ທີ່ທະນາຄານແຫ່ງ ສປປ ລາວ ສະມາຊິກຊາວໜຸ່ມບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງ...
21/08/2026

❗️❗️ໃນວັນທີ 20 ສິງຫາ 2026 ທີ່ທະນາຄານແຫ່ງ ສປປ ລາວ ສະມາຊິກຊາວໜຸ່ມບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມ ເຜີຍແຜ່ເອກະສານຂອງຂອງສູນກາງຊາວ ໜຸ່ມປະຊາຊົນປະຕິວັດລາວ ແລະ ເຜີຍແຜ່ວຽກງານວິຊາການຂອງຊາວໜຸ່ມຮາກຖານທະນາຄານແຫ່ງ ສປປ ລາວ ໂດຍການເປັນປະທານກອງປະຊຸມພ້ອມເຜີຍແຜ່ເອກະສານໃນຄັ້ງນີ້ແມ່ນສະຫາຍ ກິແກ້ວ ແສນທະວີສຸກ ເລຂາຊາວໜຸ່ມຮາກຖານ ແລະ ໄດ້ໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ບຸນທະວີ ສຸກດາວົງ ເລຂາຄະນະບໍລິຫານງານຊາວໜຸ່ມທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນຮາກຖານ ເຂົ້າຮ່ວມ.

✅✅ພ້ອມດຽວກັນນັ້ນ, ໃນຕອນບ່າຍຂອງວັນດັ່ງກ່າວ ສະມາຊິກຊາວໜຸ່ມບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ກໍ່ໄດ້ເຜີຍແຜ່ວຽກງານວິຊາສະເພາະຂອງຕົນ ໂດຍໄດ້ນໍາສະເໜີ ແລະ ຈັດເວທີສົນທະນາ ໃນຫົວຂໍ້: ພາບລວມ ແລະ ລະບົບຂໍ້ມູນຂ່າວສານສິນເຊື່ອໃນໄລຍະໃໝ່ ຢູ່ ສປປ ລາວ.

🌐🌐ໃນການສົນທະນາຄັ້ງນີ້ ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ມີຄໍາຖາມແລກປ່ຽນ ແລະ ສະແດງຄໍາຄິດເຫັນຮ່ວມກັນຢ່າງຫ້າວຫັນ ເຮັດໃຫ້ເວທີການສົນທະນາດັ່ງກ່າວ ມີບັນຍາກາດຄຶກຄື້ນ ແລະ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

👩🏻‍🎓👩🏻‍🎓ໃນວັນທີ 08 ສິງຫາ 2026 ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ໄດ້ມອບໃບຢັ້ງຢືນໃຫ້ແກ່ນັກສຶກສາປະລິນຍາຕີ ສາຂາການກວ...
14/08/2026

👩🏻‍🎓👩🏻‍🎓ໃນວັນທີ 08 ສິງຫາ 2026 ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ໄດ້ມອບໃບຢັ້ງຢືນໃຫ້ແກ່ນັກສຶກສາປະລິນຍາຕີ ສາຂາການກວດສອບ ແລະ ສາຂາພາສີ-ອາກອນ ພາກວິຊາການບັນຊີ ຈາກຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດລາວ ຈໍານວນ 08 ຄົນ ທີ່ສໍາເລັດການລົງຝຶກງານຢູ່ ບໍລິສັດ ຂສລ ຕາມຫຼັກສູດການຮຽນ-ການສອນ ເປັນໄລຍະເວລາ 2 ເດືອນ.

✔️✔️ໃຫ້ກຽດມອບໃບຢັ້ງຢືນໃນຄັ້ງນີ້ໂດຍ ທ່ານ ຈິນດາໄມ ວິໄລຫົງສ໌ ຜູ້ອໍານວຍການ ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ເຊິ່ງໃນໄລຍະຜ່ານມາ ບໍລິສັດ ຂສລ ໄດ້ປະກອບສ່ວນສົ່ງເສີມການສຶກສາ ໂດຍໄດ້ຮັບນັກສຶກສາຝຶກງານເພື່ອມາຮຽນຮູ້ການເຮັດວຽກງານຕົວຈິງ ໃຫ້ຖືກຕ້ອງຕາມຫຼັກສູດການຮຽນ-ການສອນ ແລະ ສົ່ງເສີມການສຶກສາຂອງ ສປປ ລາວ.

ຄະນະຜູ້ອໍານວຍການ ແລະ ພະນັກງານ ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ຂໍຮ່ວມໄຫວ້ອາໄລຕໍ່ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິ...
11/08/2026

ຄະນະຜູ້ອໍານວຍການ ແລະ ພະນັກງານ ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ຂໍຮ່ວມໄຫວ້ອາໄລຕໍ່ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

💐🌾ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ໃນວັນທີ 31 ກໍລະກົດ 2026 ຄະນະໜ່ວຍແມ່ຍິງບໍລິສັດ ຂໍ້ມູນຂ່...
05/08/2026

💐🌾ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ໃນວັນທີ 31 ກໍລະກົດ 2026 ຄະນະໜ່ວຍແມ່ຍິງບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ໂດຍການເປັນປະທານຮ່ວມຂອງ ທ່ານ ນ. ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ທ່ານ ນ. ທໍາມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ. ພ້ອມດຽວກັນນັ້ນ, ໃນວັນດັ່ງກ່າວ ສາມອົງການຈັດຕັ້ງມະຫາຊົນບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ກໍ່ໄດ້ເຂົ້າຮ່ວມງານວາງສະແດງຕະຫຼາດນັດທີ່ຈັດຂື້ນຢູ່ ທະນາຄານແຫ່ງ ສປປ ລາວ. ການເຂົ້າຮ່ວມໃນຄັ້ງນີ້ ສາມອົງການຈັດຕັ້ງມະຫາຊົນບໍລິສັດ ຂສລ ໄດ້ນຳເອົາສິນຄ້າມາຈັດວາງສະແດງ ແລະ ຈຳໜ່າຍ ປະກອບດ້ວຍຜະລິດຕະພັນຫັດຖະກຳຈາກຄົນພິການ ແລະ ເຄື່ອງບໍລິໂພກຈໍານວນໜຶ່ງ.

🪢🧶🥧ງານວາງສະແດງຄັ້ງນີ້ ແມ່ນຈັດຂຶ້ນເພື່ອເປັນການສົ່ງເສີມການຜະລິດຂອງເອື້ອຍນ້ອງແມ່ຍິງ ເຊິ່ງໄດ້ຮັບຄວາມສົນໃຈ ແລະ ມີການເຂົ້າຢ້ຽມຊົມ ຈາກສະມາຊິກສາມອົງການຈັດຕັ້ງມະຫາຊົນພາຍໃນທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງຢ່າງຄຶກຄື້ນ ແລະ ບັນລຸຕາມຈຸດປະສົງທີ່ວາງໄວ້.

🌺🌺ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ຂໍສະແດງຄວາມຊົມເຊີຍ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ຢ່າງສຸດໃຈ, 20 ກໍ...
20/07/2026

🌺🌺ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ຂໍສະແດງຄວາມຊົມເຊີຍ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ຢ່າງສຸດໃຈ, 20 ກໍລະກົດ 2026 🌺🌺

ວັນຄ້າຍວັນເກີດ ປະທານສຸພານຸວົງ ຄົບຮອບ 117 ປີ (ວັນທີ 13/07/1909-13/07/2026)
13/07/2026

ວັນຄ້າຍວັນເກີດ ປະທານສຸພານຸວົງ ຄົບຮອບ 117 ປີ (ວັນທີ 13/07/1909-13/07/2026)

👩🏻‍💻👩🏻‍💻ໃນວັນທີ 15-18 ມິຖຸນາ 2026 ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ (ຂສລ) ຕາງໜ້າໂດຍ ທ່ານ ນ. ເພັດລໍາພອນ ຄ້ານໍເພັດ...
08/07/2026

👩🏻‍💻👩🏻‍💻ໃນວັນທີ 15-18 ມິຖຸນາ 2026 ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ (ຂສລ) ຕາງໜ້າໂດຍ ທ່ານ ນ. ເພັດລໍາພອນ ຄ້ານໍເພັດ ຮອງຜູ້ອໍານວຍການ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ International Committee on Credit Reporting (ICCR) ຄັ້ງທີ 5 ຈັດໂດຍທະນາຄານໂລກ (World Bank Group) ແລະ ກອງປະຊຸມສະມາຊິກເຄືອຂ່າຍທຸລະກິດຂໍ້ມູນຂ່າວສານສິນເຊື່ອອາຊີ (ACRN) ຈັດໂດຍບໍລິສັດຂໍ້ມູນຂ່າວສານສິນເຊື່ອຂອງປະເທດຟີລິບປິນ (CIC) ເຊິ່ງຈັດຂຶ້ນທີ່ ນະຄອນຫຼວງ ມານີລາ, ປະເທດ ຟີລິບປິນ.

📕📖ກອງປະຊຸມດັ່ງກ່າວ ແມ່ນຈັດຂຶ້ນເພື່ອແລກປ່ຽນຄວາມຮູ້ ກ່ຽວກັບການພັດທະນາລະບົບລາຍງານຂໍ້ມູນສິນເຊື່ອທີ່ໜ້າເຊື່ອຖື, ລວມທັງການເຂົ້າເຖິງຂໍ້ມູນ, ຄວາມຖືກ ຕ້ອງຂອງຂໍ້ມູນ, ການຮັບປະກັນຄວາມປອດໄພຂອງຂໍ້ມູນ, ຜົນກະ ທົບດ້ານລະບຽບການ ຂອງນະວັດ ຕະກຳທີ່ເກີດຂື້ນໃໝ່ ແລະ ແນວໂນ້ມໃໝ່ ໃນການແບ່ງປັນຂໍ້ມູນສິນເຊື່ອ ໂດຍມີບັນດາຊ່ຽວຊານ, ອົງການຄຸ້ມຄອງ, ສູນຂໍ້ມູນຂ່າວສານສິນເຊື່ອ ພາກເອກະຊົນ ແລະ ບັນດາຜູ້ສະໜອງຂໍ້ມູນທາງດ້ານທຸລະກິດເຂົ້າຮ່ວມ ເພື່ອປຶກສາຫາລື ແລະ ແລກປ່ຽນຄວາມຮູ້, ປະສົບການ ແລະ ທິດທາງໃນການຄຸ້ມຄອງ-ພັດທະນາ ວຽກງານຂໍ້ມູນຂ່າວສານສິນເຊື່ຶອ ໃຫ້ມີຄວາມທັນສະ ໄໝ, ຮັບປະກັນຄວາມຖືກຕ້ອງ ແລະ ຄວາມປອດໄພຂອງລະບົບຂໍ້ມູນຂ່າວ ສານສິນຊື່ອ.

📌📌ໃນວັນທີ 18 ມິຖຸນາ 2026 ສາມອົງການຈັດຕັ້ງມະຫາຊົນບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ໄດ້ສ້າງຂະບວນການວຽກງານວິຊາສະເພາ...
25/06/2026

📌📌ໃນວັນທີ 18 ມິຖຸນາ 2026 ສາມອົງການຈັດຕັ້ງມະຫາຊົນບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ໄດ້ສ້າງຂະບວນການວຽກງານວິຊາສະເພາະຕິດພັນກັບການເຄື່ອນໄຫວ ວຽກງານຂໍ້ມູນຂ່າວສານສິນເຊື່ອ ຂອງບໍລິສັດ ໂດຍການເປັນປະທານຂອງ ທ່ານ ຈິນດາໄມ ວິໄລຫົງສ໌ ຜູ້ອໍານວຍການ ບໍລິສັດ ຂສລ ແລະ ມີຕາງໜ້າຈາກສາມອົງການຈັດຕັ້ງມະຫາຊົນ ຂອງບໍລິສັດ ຂສລ ພ້ອມດ້ວຍນັກສຶກສາຝຶກງານເຂົ້າຮ່ວມ.

📖📖ຈຸດປະສົງຂອງກິດຈະກຳຄັ້ງນີ້ ແມ່ນການເຄື່ອນໄຫວສ້າງຂະບວນການຕິດພັນກັບວຽກງານວິຊາສະເພາະຂອງສາມອົງການຈັດຕັ້ງມະຫາຊົນລວມທັງເປັນການເຜີຍແຜ່ວຽກງານຂໍ້ມູນຂ່າວສານສິນເຊື່ອ ໃຫ້ ນັກສຶກສາຈາກຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ ທີ່ມາຝຶກງານຢູ່ບໍລິສັດ ຂສລ ຕາມຫຼັກສູດການຮຽນ-ການສອນ ແລະ ເປັນການຮຽນຮູ້ປະສົບການໃນການປະຕິບັດໜ້າທີ່ວຽກງານຕົວຈິງກ່ອນຈະອອກໄປປະກອບສ່ວນໃນການພັດທະນາຂອງປະເທດ.

Address


Opening Hours

Monday 08:30 - 16:00
Tuesday 08:30 - 16:00
Wednesday 08:30 - 16:00
Thursday 08:30 - 16:00
Friday 08:30 - 16:00

Telephone

+85621254292

Alerts

Be the first to know and let us send you an email when ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ Lao Credit Information Company posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ Lao Credit Information Company:

Shortcuts

  • Want your business to be the top-listed finance company?

Share