Abacus Capital

Abacus Capital Our purpose is to invest in great companies, while deliverying superior returns to our investors.

—[English Below]—🎊🎉 ພິທີເປີດໂຕຢ່າງເປັນທາງການ ບໍລິສັດ ອາບາຄາສ ແຄັບປິຕໍ ບໍລິຫານ ກອງທຶນ ຈຳກັດ (Abacus Capital Fund Manageme...
26/02/2026

—[English Below]—

🎊🎉 ພິທີເປີດໂຕຢ່າງເປັນທາງການ ບໍລິສັດ ອາບາຄາສ ແຄັບປິຕໍ ບໍລິຫານ ກອງທຶນ ຈຳກັດ (Abacus Capital Fund Management) ມຸ່ງໝັ້ນຍົກລະດັບການບໍລິຫານກອງທຶນໃນ ສປປ ລາວ 🎉🎊
📅 ວັນທີ: 20 ກຸມພາ 2026
📍 ສະຖານທີ່: Crowne Plaza Vientiane, ນະຄອນຫຼວງວຽງຈັນ

👉 ໃນວັນທີ 20 ກຸມພາ 2026 ບໍລິສັດ ອາບາຄາສ ແຄັບປິຕໍ ບໍລິຫານກອງທຶນ ຈຳກັດ (Abacus Capital Fund Management Co., Ltd.) ໄດ້ຈັດພິທີເປີດໂຕຢ່າງເປັນທາງການ ທີ່ ໂຮງແຮມ ຄຣາວ ພລາຊາ ວຽງຈັນ ເພື່ອປະກາດການກ້າວເຂົ້າສູ່ທຸລະກິດບໍລິຫານກອງທຶນໃນ ສປປ ລາວ ພ້ອມທັງນຳສະເໜີວິໄສທັດ ແລະ ແນວ
ທາງການດຳເນີນງານໃນອະນາຄົດ.

👉 ພິທີດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມຈາກ ທ່ານ ສຸລິສັກ ທຳນຸວົງ, ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ), ພ້ອມດ້ວຍຜູ້ແທນຈາກພາກລັດ, ນັກລົງທຶນ, ພາກເອກະຊົນ ແລະ ແຂກຜູ້ມີກຽດ ເພື່ອຮ່ວມເປັນສັກຂີພະຍານໃນໂອກາດສຳຄັນນີ້.

👉 ບໍລິສັດ ອາບາຄາສ ແຄັບປິຕໍ ບໍລິຫານກອງທຶນ ຈຳກັດ (Abacus Capital Fund Management Co., Ltd.) ເປັນບໍລິສັດບໍລິຫານກອງທຶນ ທີ່ມີວິໄສທັດໃນການພັດທະນາໂຄງສ້າງເງິນທຶນໃນ ສປປ ລາວ ໃຫ້ມີມາດຕະຖານ ແລະ ສອດຄ່ອງກັບສາກົນ, ປະຈຸບັນ ບໍລິສັດມີ 2 ຜະລິດຕະພັນຫຼັກ:
1️⃣ ກອງທຶນເພື່ອການລົງທຶນພາຍໃນປະເທດ (Local Investment Fund) – ເນັ້ນການລົງທຶນໃນຮູບແບບ Private Equity ສຳລັບ SMEs ແລະ ອະສັງຫາລິມະຊັບເປັນຕົ້ນ. ໂດຍກອງທຶນຂອງບໍລິສັດແມ່ນບໍ່ພຽງແຕ່ສະໜອງເງິນທຶນ ແຕ່ຍັງຊ່ວຍເສີມສ້າງຂີດຄວາມສາມາດ (Capacity Buliding), ການສ້າງເຄື່ອຂ່າຍຍຸດທະສາດ(Strategic Networking) ແລະ ການນຳໃຊ້ນະວັດຕະກຳທີ່ທັນສະໄໝ(AI) ເຂົ້າໃນການບໍລິຫານ
2️⃣ ກອງທຶນເພື່ອການລົງທຶນຢູ່ຕ່າງປະເທດ(International Investment Fund) – ເນັ້ນການລົງທຶນໃນຕະຫຼາດຫຸ້ນສາກົນ ເຊັ່ນ: ສະຫະລັດອາເມລິກາ ແລະ ປະເທດອື່ນໆ ເພື່ອກະຈາຍຄວາມສ່ຽງ ແລະ ເພີ່ມໂອກາດການສ້າງຜົນຕອບແທນ.

"Building prosperity with Abacus”
Contact Information
📌 Abacus Capital Fund Management Co., Ltd.
📍 ບ້ານສີຫອມ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ
📞 Tel: +856 2095556663
📧 Email: [email protected]
🌐 Website: abacuscapital.la


------------------------------------------------------------------
Official Launch Ceremony of Abacus Capital Fund Management Co., Ltd.
Committed to Elevating Fund Management in the Lao PDR
📅 Date: 20 February 2026
📍 Venue: Crowne Plaza Vientiane, Vientiane Capital

👉 On 20 February 2026, Abacus Capital Fund Management Co., Ltd. officially held its grand opening ceremony at Crowne Plaza Vientiane, marking its entry into the fund management industry in the Lao PDR. The event also presented the company’s vision and future strategic direction.

👉 The ceremony was honored by the presence of Mr. Soulisak Thamnouvong, Deputy Governor of the Bank of the Lao PDR, and Ms. Phengsy Phengmeuang, Head of the Office of the Lao Securities Commission (LSCO), along with representatives from the public and private sectors, investors, and Honorable guests who joined to witness this significant milestone.

👉 Abacus Capital Fund Management Co., Ltd. is a fund management company with a vision to develop Laos’ capital structure to meet international standards. The company currently offers two main products:
1️⃣ Local Investment Fund – Focused on Private Equity investments in SMEs, real estate, and other domestic sectors. Beyond providing capital, the fund also supports capacity building, strategic networking, and the integration of modern innovations such as AI in management.
2️⃣ International Investment Fund – Focused on investing in international equity markets, including the United States and other global markets, to diversify risk and enhance return opportunities.

“Building prosperity with Abacus”

Contact Information
📌 Abacus Capital Fund Management Co., Ltd.
📍 Sihom Village, Chanthabouly District, Vientiane Capital, Lao PDR
📞 Tel: +856 20 9555 6663
📧 Email: [email protected]
🌐 Website: abacuscapital.la

25/02/2026
25/02/2026

ເງິນທຶນຢ່າງດຽວອາດຍັງບໍ່ພໍ! ເປັນຫຍັງ SMEs ລາວຮຸ່ນໃໝ່ ຕ້ອງຮູ້ຈັກ "Private Equity Fund" ຈາກ Abacus Capital?
ໃນໂລກຂອງການເຮັດທຸລະກິດຍຸກໃໝ່ “ເງິນທຶນ” ປຽບເໝືອນອົກຊີແຊນທີ່ຊ່ວຍໃຫ້ທຸລະກິດໄປຕໍ່ໄດ້. ແຕ່ສຳລັບຜູ້ປະກອບການຮຸ່ນໃໝ່ໃນລາວທີ່ກຳລັງຢູ່ໃນຊ່ວງ Scale-up ຫຼື ຂະຫຍາຍທຸລະກິດນັ້ນ, ບັນຫາທີ່ພົບ ມັກຈະບໍ່ແມ່ນພຽງແຕ່ການຂາດເງິນທຶນ, ແຕ່ຍັງລວມເຖິງການຂາດ “ລະບົບ” ແລະ “ຄູ່ຄິດ” ທີ່ຈະມາຊ່ວຍຍົກລະດັບທຸລະກິດໃຫ້ກາຍເປັນມືອາຊີບ.
ການເປີດຕົວຢ່າງເປັນທາງການຂອງ ບໍລິສັດ ອາບາຄາສ ແຄັບປິຕໍ ບໍລິຫານກອງທຶນ ຈຳກັດ (Abacus Capital Fund Management) ເມື່ອວັນທີ 20 ກຸມພາ 2026 ທີ່ຜ່ານມາ ຈຶ່ງບໍ່ແມ່ນພຽງແຕ່ຂ່າວການເປີດບໍລິສັດທາງດ້ານເງິນທຶນໃໝ່, ແຕ່ແມ່ນການສົ່ງສັນຍານວ່າ ລະບົບນິເວດການລົງທຶນໃນລາວ ກຳລັງກ້າວໄປອີກຂັ້ນ.
✅ Private Equity: ທາງເລືອກໃໝ່ທີ່ຫຼາຍກວ່າການກູ້ຢືມ
ໃນຕະຫຼາດລາວ, SMEs ສ່ວນໃຫຍ່ຄຸ້ນເຄີຍກັບການກູ້ຢືມທະນາຄານ (Debt Financing). ແຕ່ ທ່ານ ຖະໜອມ ມິດປະສົງ, ຜູ້ອຳນວຍການໃຫຍ່ ຂອງ Abacus Capital ໄດ້ນຳສະເໜີແນວທາງ Private Equity (PE) ຫຼື ການຮ່ວມລົງທຶນໃນບໍລິສັດເອກະຊົນ ທີ່ເນັ້ນຄວາມໂປ່ງໃສ ແລະ ການສ້າງຜົນຕອບແທນໄລຍະຍາວ.
ສິ່ງນີ້ໝາຍຄວາມວ່າ Abacus Capital ຈະບໍ່ໄດ້ເປັນພຽງ “ນັກລົງທຶນ” ແຕ່ຈະເຂົ້າມາເປັນ “Partner” ທີ່ຊ່ວຍທັງເລືອກເງິນທຶນ ແລະ ການວາງລະບົບການບໍລິຫານ ໂດຍມີຜະລິດຕະພັນຫຼັກທີ່ອອກແບບມາເພື່ອຕອບໂຈດຍຸກສະໄໝ ເຊັ່ນ:
📍 ກອງທຶນເພື່ອການລົງທຶນພາຍໃນປະເທດ (Local Investment Fund): ເນັ້ນການລົງທຶນໃນ SMEs ແລະ ອະສັງຫາລິມະຊັບ. ຈຸດເດັ່ນຄືການບໍ່ໄດ້ໃຫ້ແຕ່ເງິນທຶນ, ແຕ່ຍັງຊ່ວຍເສີມສ້າງຂີດຄວາມສາມາດ (Capacity Building), ສ້າງເຄືອຂ່າຍຍຸດທະສາດ (Strategic Networking) ແລະ ທີ່ສຳຄັນແມ່ນການນຳ AI ເຂົ້າມາຊ່ວຍໃນການບໍລິຫານໃຫ້ທັນສະໄໝ.
✅ Skin in the Game: ກົນລະຍຸດສ້າງ Trust ໃນໂລກການເງິນ
ໃນວົງການ Fund Management ສິ່ງທີ່ແພງທີ່ສຸດບໍ່ແມ່ນເງິນທຶນ, ແຕ່ແມ່ນ “ຄວາມເຊື່ອໝັ້ນ”. ເພື່ອເປັນການຢືນຢັນເຖິງຄວາມມຸ່ງໝັ້ນນີ້ ທ່ານ ໂຊກໄຊ ສົມໃຈນຶກ, ປະທານບໍລິສັດ ອາບາຄາສ ແຄັບປິຕໍ ໄດ້ປະກາດ Strategic Move ທີ່ສຳຄັນວ່າ:
“ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ, ກຸ່ມບໍລິສັດໂຊກໄຊຈະຮ່ວມລົງທຶນນຳໃນທຸກກອງທຶນທີ່ບໍລິສັດ ອາບາຄາສ ແຄັບປິຕໍ ຈັດຕັ້ງ ແລະ ບໍລິຫານ.”
ໃນທາງ Strategic Marketing, ນີ້ຄືການໃຊ້ຫຼັກການ Skin in the Game — ເມື່ອຜູ້ບໍລິຫານກ້າເອົາທຶນລົງມາ “ສ່ຽງ” ແລະ “ເຕີບໂຕ” ໄປພ້ອມກັບລູກຄ້າ, ມັນຄືການສ້າງ Trust ທີ່ຊັດເຈນທີ່ສຸດ ໂດຍບໍ່ຕ້ອງໃຊ້ຄຳໂຄສະນາໃດໆ.
✅ ແລ້ວເລື່ອງນີ້ບອກຫຍັງກັບເຮົາແດ່?
ການເຂົ້າມາຂອງ Abacus Capital ຄືສິ່ງທີ່ຢັ້ງຢືນວ່າ ຕະຫຼາດທຶນໃນລາວກຳລັງອັບເກຣດຕົວເອງໃຫ້ເຂົ້າສູ່ມາດຕະຖານສາກົນ:
SMEs ຕ້ອງປັບຕົວ: ການຈະດຶງດູດກອງທຶນ PE ໄດ້, ທຸລະກິດນັ້ນຕ້ອງມີ Governance ທີ່ດີ ແລະ ບັນຊີທີ່ໂປ່ງໃສ.
ຄົນລາວຈະບໍ່ໄດ້ຖືກຈຳກັດຢູ່ແຕ່ການຝາກປະຢັດ ຫຼື ຊື້ທີ່ດິນ ຄືກັບກັບເມື່ອກ່ອນ, ແຕ່ກຳລັງຈະມີມືອາຊີບມາຊ່ວຍພາໄປລົງທຶນໃນລະດັບສາກົນ.
ສະຫຼຸບແລ້ວ, Abacus Capital ບໍ່ໄດ້ມາເພື່ອເປັນພຽງທາງເລືອກໃນການຫາເງິນທຶນ, ແຕ່ມາເພື່ອສ້າງການເຕີບໂຕໃຫ້ກັບທຸລະກິດລາວ. ສິ່ງທີ່ໜ້າຕິດຕາມຕໍ່ໄປຄື SMEs ລາວໃດຈະເປັນລາຍທຳອິດທີ່ Abacus ເຂົ້າໄປປົດລັອກສັກກະຍະພາບໃຫ້ເຕີບໂຕໃນລະດັບພາກພື້ນໄດ້?

24/02/2026
ປີ 2026 ອາດເປັນປີແຫ່ງການປ່ຽນແປງ! 📊 Barron's ຊີ້ໃຫ້ເຫັນວ່າ ຫຼັງຈາກຕະຫຼາດຮຸ້ນຂຶ້ນມາຢ່າງຕໍ່ເນື່ອງ 3 ປີ, ດັດຊະນີ S&P 500 ເລີ...
07/01/2026

ປີ 2026 ອາດເປັນປີແຫ່ງການປ່ຽນແປງ! 📊 Barron's ຊີ້ໃຫ້ເຫັນວ່າ ຫຼັງຈາກຕະຫຼາດຮຸ້ນຂຶ້ນມາຢ່າງຕໍ່ເນື່ອງ 3 ປີ, ດັດຊະນີ S&P 500 ເລີ່ມມີມູນຄ່າ

Market Outlook: Barron’s ຄາດວ່າ ຕະຫຼາດຫຸ້ນໂດຍລວມອາດຈະຊະລໍລົງໃນປີ 2026 ຫຼັງຈາກທີ່ມີຜົນຕອບແທນສູງ ຕໍ່ເນື່ອງມາ 3 ປີຕິດຕໍ່ກັນ ໂດຍໃນປັດຈຸບັນມູນຄ່າ (valuation) ຂອງ S&P 500 ຖືວ່າຢູ່ໃນລະດັບຄ່ອນຂ້າງສູງ.
Value Strategy: ການຄັດເລືອກຫຸ້ນຈະເນັ້ນໄປທີ່ຫຸ້ນ Value ແລະຫຸ້ນທີ່ເຄີຍຕາມຫຼັງໃນປີກ່ອນ ໂດຍຄາດຫວັງວ່າຫຸ້ນເຫຼົ່ານີ້ຈະ “ໄລ່ຕາມທັນ” ໃນປີ 2026.

ມາເບິ່ງ 10 ລາຍຊື່ຮຸ້ນຕົວເຕັງທີ່ Barron's ແນະນຳເພື່ອຮັບມືກັບຕະຫຼາດປີ 2026 ນີ້! 🚀
1. Amazon.com (AMZN)
2. ⁠Bristol Myers Squibb (BMY)
3. ⁠Comcast (CMCSA)
4. ⁠Exxon Mobil (XOM)
5. ⁠Fairfax Financial Holdings (FRFHF)
6. ⁠Flutter Entertainment (FLUT)
7. ⁠Madison Square Garden Sports (MSGS)
8. SL Green Realty (SLG)
9. ⁠⁠Visa (V)
10. Walt Disney (DIS)

#ລົງທຶນຮຸ້ນ

ເລືອກລົງທຶນໃຫ້ຖືກບ່ອນ... ເລີ່ມຕົ້ນດ້ວຍການຮູ້ຈັກກັບ 'ປະເພດກອງທຶນ' 📊 . ນັກລົງທຶນມືໃໝ່ຫຼາຍທ່ານອາດຈະສົງໄສວ່າ ກອງທຶນມີຈັກປະເພ...
31/12/2025

ເລືອກລົງທຶນໃຫ້ຖືກບ່ອນ... ເລີ່ມຕົ້ນດ້ວຍການຮູ້ຈັກກັບ 'ປະເພດກອງທຶນ' 📊 .
ນັກລົງທຶນມືໃໝ່ຫຼາຍທ່ານອາດຈະສົງໄສວ່າ ກອງທຶນມີຈັກປະເພດ? ແລະ ປະເພດໃດທີ່ເໝາະກັບເຮົາ?

ເຮົາໄດ້ສະຫຼຸບມາໃຫ້ແລ້ວວ່າ ກອງທຶນທີ່ແບ່ງຕາມປະເພດຊັບສິນ (Asset Class) ມີຫຍັງແດ່?
ນັບຕັ້ງແຕ່ຄວາມສ່ຽງຕ່ຳຢ່າງ Money Market ໄປຈົນເຖິງການລົງທຶນໃນຊັບສິນສະເພາະຕົວຢ່າງ Infrastructure ຫຼື Private Equity.
ຫົວໃຈສຳຄັນບໍ່ແມ່ນການເລືອກກອງທຶນທີ່ໃຫ້ຜົນຕອບແທນສູງສຸດສະເໝີໄປ ແຕ່ແມ່ນການເລືອກກອງທຶນທີ່ ຖືກຕ້ອງກັບເປົ້າໝາຍ ແລະ ລະດັບຄວາມສ່ຽງທີ່ທ່ານຮັບໄດ້.
📌 ເຊບ (Save) ຮູບນີ້ໄວ້ເບິ່ງກ່ອນການຕັດສິນໃຈລົງທຶນຄັ້ງຕໍ່ໄປໄດ້ເລີຍ!
#ກອງທຶນ #ວາງແຜນການເງິນ #ການລົງທຶນ

ຂະບວນການບໍລິຫານກອງທຶນເຮັດວຽກແນວໃດ?ໃຫ້ເງິນເຮັດວຽກແທນຜ່ານມືອາຊີບ! ຂັ້ນຕອນງ່າຍໆຂອງການບໍລິຫານກອງທຶນປະກອບມີ: 👥 Investors: ນັກ...
28/12/2025

ຂະບວນການບໍລິຫານກອງທຶນເຮັດວຽກແນວໃດ?

ໃຫ້ເງິນເຮັດວຽກແທນຜ່ານມືອາຊີບ! ຂັ້ນຕອນງ່າຍໆຂອງການບໍລິຫານກອງທຶນປະກອບມີ:

👥 Investors: ນັກລົງທຶນຮວບຮວມເງິນທຶນ.
👨‍💼 Fund Manager: ຜູ້ຈັດການກອງທຶນນຳເງິນໄປບໍລິຫານ.
📈 Securities or Assets: ນຳໄປລົງທຶນໃນຫຼັກຊັບ ຫຼື ຊັບສິນຕ່າງໆ.
💰 Returns: ສ້າງຜົນຕອບແທນຄືນສູ່ນັກລົງທຶນ.

ການມີຜູ້ບໍລິຫານທີ່ຊ່ຽວຊານ ຊ່ວຍໃຫ້ທ່ານໝັ້ນໃຈໃນທຸກບາດກ້າວຂອງການລົງທຶນ.

#ການລົງທຶນ

👉🏻ມາເບິ່ງຜົນຕອບແທນຂອງຮຸ້ນຍັກໃຫຍ່ໃນໄລຍະ 10 ເດືອນທີ່ຜ່ານມາ (10 ທັນວາ 2024 - 10 ຕຸລາ 2025): 🚀 Alibaba (BABA): ມາແຮງອັນດັບ 1...
25/12/2025

👉🏻ມາເບິ່ງຜົນຕອບແທນຂອງຮຸ້ນຍັກໃຫຍ່ໃນໄລຍະ 10 ເດືອນທີ່ຜ່ານມາ
(10 ທັນວາ 2024 - 10 ຕຸລາ 2025):

🚀 Alibaba (BABA): ມາແຮງອັນດັບ 1 ດ້ວຍຜົນຕອບແທນສູງເຖິງ +81.0% 💻 Alphabet: ຍັງຄົງແຂງແກ່ນ ບວກໄປ +66.8% 칩 ASML Holding: ເຮັດຜົນງານໄດ້ດີທີ່ +57.0%

👉🏻ແນວໃດກໍຕາມ, ບາງກຸ່ມກໍມີການປັບຕົວຫຼຸດລົງເຊັ່ນ Moderna (-32.2%) ແລະ Everest Group (-13.0%). ການລົງທຶນມີຄວາມສ່ຽງ ຄວນສຶກສາຂໍ້ມູນກ່ອນຕັດສິນໃຈ! 📉📈
#ຮຸ້ນຕ່າງປະເທດ
#ການລົງທຶນຫຸ້ນ

Address

Samsenthai Road, Sihom
Vientiane
01000

Alerts

Be the first to know and let us send you an email when Abacus Capital posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share