Laovivat Insurance ລາວວິວັດ ປະກັນໄພ

Call Directions Website Contact the business

Laovivat Insurance ລາວວິວັດ ປະກັນໄພ ບໍລິສັດ ລາວວິວັດ ປະກັນໄພ: ຄິດເພື່ອທຸກຊີວິດ

💚 ແຈ້ງການພັກ 🤍ເຖິງ: ລູກຄ້າຂອງ ບໍລິສັດ ລາວວິວັດ ປະກັນໄພ ຈຳກັດ ທີ່ນັບຖືຢ່າງສູງ.ເນື່ອງໃນໂອກາດ ວັນບຸນອອກພັນສາ ແລະ ບຸນຊ່ວງເຮື...
20/10/2026

💚 ແຈ້ງການພັກ 🤍
ເຖິງ: ລູກຄ້າຂອງ ບໍລິສັດ ລາວວິວັດ ປະກັນໄພ ຈຳກັດ ທີ່ນັບຖືຢ່າງສູງ.
ເນື່ອງໃນໂອກາດ ວັນບຸນອອກພັນສາ ແລະ ບຸນຊ່ວງເຮືອປະເພນີປະຈຳປີ 2026, ບໍລິສັດ ລາວວິວັດ ປະກັນໄພ ຈຳກັດ ຂໍແຈ້ງໃຫ້ລູກຄ້າ ແລະ ທຸກທ່ານຊາບວ່າ ລາວວິວັດ ປະກັນໄພ ຈະໄດ້ປິດໃຫ້ບໍລິການ 2 ວັນ
❤️ ປິດບໍລິການ ວັນທີ 26-27 ຕຸລາ 2026
💚 ເປີດບໍລິການ ວັນພຸດ ທີ 28 ຕຸລາ 2026
ໝາຍເຫດ: ພະແນກແກ້ໄຂອຸປະຕິເຫດຍັງໃຫ້ບໍລິການປົກກະຕິ 24 ຊົ່ວໂມງ.

ສອບຖາມຂໍ້ມູນເພີ່ມເຕີມ: 👇🏻
☎️Hotline: 021 226688
📲Whatsapp: 020 555 31075
📩Inbox: ມາຫາເຮົາໄດ້ເລີຍ
#ລາວວິວັດປະກັນໄພ

#ຄິດເພື່ອທຸກຊີວິດ

📢 ດ່ວນ ໂອກາດດີໆ ມາຮອດແລ້ວ ລາວວິວັດ ປະກັນໄພ  ເປີດຮັບສະໝັກພະນັກງານ ຈຳນວນຫຼາຍອັດຕາ ມາຮ່ວມເປັນຄອບຄົວດຽວກັນກັບ ລາວວິວັດ ປະກັນ...
18/09/2026

📢 ດ່ວນ ໂອກາດດີໆ ມາຮອດແລ້ວ ລາວວິວັດ ປະກັນໄພ ເປີດຮັບສະໝັກພະນັກງານ ຈຳນວນຫຼາຍອັດຕາ ມາຮ່ວມເປັນຄອບຄົວດຽວກັນກັບ ລາວວິວັດ ປະກັນໄພ 💚
📌ຕຳແໜ່ງທີ່ເປີດຮັບ:
1. Sale / ພະນັກງານຂາຍ
2. Marketing / ພະນັກງານການຕະຫຼາດ
3. Customer service / ພະນັກງານ ບໍລິການລູກຄ້າ

📄ເອກະສານສະໝັກງານ
🟢ໃບສະໜັກງານ
🟢ເອກະສານຕິດຄັດເບື້ອງຕົ້ນ ປະກອບມີ:
- ສຳເນົາໃບປະກາດ ແລະ ໃບຄະແນນ
- ສຳເນົາບັດປະຈຳຕົວ ຫຼື ສຳມະໂນຄົວ
- ໃບຜ່ານງານ ( ຖ້າມີ )
- CV / Resume

📥ສົ່ງ CV ຫຼື ສອບຖາມລາຍລະອຽດເພີ່ມເຕີມໄດ້ທີ່:
📧Email: [email protected]
📲WhatsApp: +856 20 23 225 544
📲Tel: +856 20 55 531 075
☎️Hotline: 021 226688
📍ສະຖານທີ່ຫ້ອງການທີ່:
ສຳນັກງານໃຫຍ່: ບໍລິສັດ ລາວວິວັດ ປະກັນໄພ ຈຳກັດ
ຖະໜົນ ທ່າເດື່ອ ບ້ານ ທາດຂາວ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ

#ລາວວິວັດປະກັນໄພ

#ຄິດເພື່ອທຸກຊີວິດ

14/09/2026
✨️ ວັນທີ 09 ກັນຍາ 2026 ລາວວິວັດ ປະກັນໄພ ໄດ້ຈັດກອງປະຊຸມພະນັກງານແກ້ໄຂອຸປະຕິເຫດອິດສະຫຼະ  ທີ່ຫ້ອງການສຳນັກງານໃຫຍ່ ບ້ານ ທາດຂາວ...
14/09/2026

✨️ ວັນທີ 09 ກັນຍາ 2026 ລາວວິວັດ ປະກັນໄພ ໄດ້ຈັດກອງປະຊຸມພະນັກງານແກ້ໄຂອຸປະຕິເຫດອິດສະຫຼະ ທີ່ຫ້ອງການສຳນັກງານໃຫຍ່ ບ້ານ ທາດຂາວ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມມາດຕະຖານການປະຕິບັດງານຮ່ວມກັນ ແລະ ຮອງຮັບການເຕີບໃຫຍ່ຂອງບໍລິສັດ ນອກເໜືອຈາກການພັດທະນາ ການຂະຫຍາຍງານຮ່ວມກັບຄູ່ຄ້າ ແລະ ຈຳນວນລູກຄ້າທີ່ເພີ່ມຂື້ນຢ່າງຕໍ່ເນື່ອງພ້ອມກັນນີ້້ ໄດ້ຮັບເປັນກຽດຈາກເຈົ້າໜ້າທີຜູ້ແທນຈາກກອງບັນຊາການຕຳຫຼວດຈາລະຈອນ ເມືອງສີສັດຕະນາກ ມາໃຫ້ຄວາມຮູ້ຄວາມເຂົ້າໃຈກ່ຽວກັບກົດໝາຍຈາລະຈອນ ແລະ ດຳລັດວ່າດ້ວຍການຈາລະຈອນທາງບົກ ເປັນການເພີ່ມຄວາມຮູ້ ຄວາມເຂົ້າໃຈ ກົດໝາຍທີ່ກ່ຽວຂ້ອງກັບກົດໝາຍປະກັນໄພ ແລະ ການເຮັດວຽກຮ່ວມກັບເຈົ້າໜ້າທີຕຳຫຼວດເປັນການຕອກຍ້ຳແນວນະໂຍບາຍຂອງລາວວິວັດປະກັນໄພ ທີ່ເນັ້ນລູກຄ້າເປັນສູນກາງ ດ້ວຍການໃຫ້ບໍລິການຢ່າງມືອາຊີບ ທັ້ງທາງດ້ານທັກສະ ຄວາມຮູ້ ຄວາມຊື່ສັດ ຂອງພະນັກງານທີ່ປະຕິບັດວຽກງານພາກສະໜາມ ທີ່ຈະເຮັດໃຫ້ລູກຄ້າເກີດຄວາມປະທັບໃຈ ເຊື່ອໝັ່ນໃນບໍລິສັດ ມີຄວາມເຂົ້າໃຈທີ່ຖືກຕ້ອງພາຍໃຕ້ກົດໝາຍແລະຫຼັກການປະກັນໄພ💚🤍✨️

-----‐----------------------------------------------------------------------------
ສົນໃຈຕິດຕໍ່ເຮົາໄດ້ທີ່ເບີ:
💌 ສົນໃຈປະກັນໄພຕິດຕໍ່📌
☎️HotLine: 021 22 66 88
📲 WhatsApp: 020 55 531 075

#ລາວວິວັດປະກັນໄພ
#ໃຫ້ການຄຸ້ມຄອງທີ່ຫລາກຫລາຍ
#ຄ່າທຳນຽມສະບາຍສະບາຍ
#ວົງເງິນຄຸ້ມຄອງສູງ
#ຄິດຫາປະກັນໄພຄິດຫາລາວວິວັດປະກັນໄພ

#ຄິດເພື່ອທຸກຊີວິດ

ຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ອາໄລຮັກຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ພະນະທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ ປ...
10/08/2026

ຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ອາໄລຮັກຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ພະນະທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ ປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

ຄະນະຜູ້ບໍລິຫານ ແລະ ພະນັກງານ ບໍລິສັດ ລາວວິວັດ ປະກັນໄພ ຈຳກັດ ຂໍສະແດງຄວາມເສຍໃຈມາຍັງ ຄອບຄົວພົມວິຫານ ພ້ອມດ້ວຍຍາດຕິພີ່ນ້ອງທຸກທົ່ວໜ້າ ແລະ ຂໍອຸທິດຕັ້ງຈິດອະທິຖານ ຂໍໃຫ້ດວງວິນຍານຂອງພະນະທ່ານ ຈົ່ງໄປສູ່ສຸຄະຕິດ້ວຍເຖີ້ນ.

💚ຊົມເຊີຍ🤍ວັນສ້າງຕັ້ງສະຫະພັນແມ່ຍິງລາວ   (ວັນທີ 20 ກໍລະກົດ 1955 - ວັນທີ 20 ກໍລະກົດ 2026)ຄົບຮອບ 71 ປີລາວວິວັດ ປະກັນໄພ ຂໍອວຍ...
19/07/2026

💚ຊົມເຊີຍ🤍
ວັນສ້າງຕັ້ງສະຫະພັນແມ່ຍິງລາວ
(ວັນທີ 20 ກໍລະກົດ 1955 - ວັນທີ 20 ກໍລະກົດ 2026)ຄົບຮອບ 71 ປີ
ລາວວິວັດ ປະກັນໄພ ຂໍອວຍພອນໃຫ້ແມ່ຍິງທຸກທ່ານຈົ່ງສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນທຸກໆດ້ານ
-----------------------------
#ລາວວິວັດປະກັນໄພ

#ຄິດເພື່ອທຸກຊີວິດ

💚 ແຈ້ງການ 🤍ເຖິງ: ລູກຄ້າຂອງ ບໍລິສັດ ລາວວິວັດ ປະກັນໄພ ຈຳກັດ ທີ່ນັບຖືຢ່າງສູງ.ເນື່ອງໃນໂອກາດວັນສະຫຼອງຄົບຮອບ 71 ປີ ວັນສ້າງຕັ້ງ...
15/07/2026

💚 ແຈ້ງການ 🤍
ເຖິງ: ລູກຄ້າຂອງ ບໍລິສັດ ລາວວິວັດ ປະກັນໄພ ຈຳກັດ ທີ່ນັບຖືຢ່າງສູງ.
ເນື່ອງໃນໂອກາດວັນສະຫຼອງຄົບຮອບ 71 ປີ ວັນສ້າງຕັ້ງສະຫະພັນແມ່ຍິງລາວ, ບໍລິສັດ ລາວວິວັດ ປະກັນໄພ ຈຳກັດ ຂໍແຈ້ງໃຫ້ລູກຄ້າ ແລະ ທຸກທ່ານຊາບວ່າ ລາວວິວັດຈະໄດ້ປິດໃຫ້ບໍລິການ 1 ວັນ
❤️ ປິດບໍລິການ ວັນຈັນ ທີ 20 ກໍລະກົດ 2026
💚 ເປີດບໍລິການ ວັນອັງຄານ ທີ 21 ກໍລະກົດ 2026
ໝາຍເຫດ: ພະແນກແກ້ໄຂອຸປະຕິເຫດຍັງໃຫ້ບໍລິການປົກກະຕິ 24 ຊົ່ວໂມງ.
☎️Hotline: 021 226688
📲Whatsapp: 020 555 31075
📩Inbox: ມາຫາເຮົາໄດ້ເລີຍ
#ລາວວິວັດປະກັນໄພ

#ຄິດເພື່ອທຸກຊີວິດ

ບໍລິສັດ ລາວວິວັດ ປະກັນໄພ ຈຳກັດ📢   ເປີດຮັບສະໝັກເພື່ອນຮ່ວມງານ 📢🟢   ຕຳແໜ່ງ: Sale and Marketing📌 ຄຸນສົມບັດທີ່ຕ້ອງການ✅ ️ບໍ່ຈຳ...
29/06/2026

ບໍລິສັດ ລາວວິວັດ ປະກັນໄພ ຈຳກັດ
📢 ເປີດຮັບສະໝັກເພື່ອນຮ່ວມງານ 📢
🟢 ຕຳແໜ່ງ: Sale and Marketing
📌 ຄຸນສົມບັດທີ່ຕ້ອງການ
✅ ️ບໍ່ຈຳກັດເພດ ອາຍຸ 20 ປີ ຂື້ນໄປ ຈົບຊັ້ນສູງຂື້ນໄປໃນສາຂາທີ່ກ່ຽວຂ້ອງ
✅️ ສາມານຳໃຊ້ຄອມພິວເຕີ້ ( Word, Excel, PowerPoint)
✅ ️ [email protected]

#ລາວວິວັດປະກັນໄພ
#ຄິດເພື່ອທຸກຊີວິດ

ຂໍຖວາຍຄວາມໄວ້ອາໄລຕໍ່ການສະຫວັນນະຄົດຂອງສົມເດັດພຣະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ ນະເຣນທິຣາເທບຍະວະດີ ກົມມະຫຼວງຣາຊະສາຣິນ...
12/06/2026

ຂໍຖວາຍຄວາມໄວ້ອາໄລຕໍ່ການສະຫວັນນະຄົດຂອງ
ສົມເດັດພຣະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ ນະເຣນທິຣາເທບຍະວະດີ ກົມມະຫຼວງຣາຊະສາຣິນີສິຣິພັດ ມະຫາວັດຊະຣາຊະທິດາ
ຂ້າພຣະພຸດຖະເຈົ້າ ຜູ້ບໍລິຫານ ແລະ ພະນັກງານ ບໍລິສັດ ລາວວິວັດ ປະກັນໄພ ຈຳກັດ

In Remembrance of Her Royal Highness Princess Bajrakitiyabha Narendiradebyavati Kromluangrajasarinisiribajra Mahavajrarajadhita
Laovivat Insurance Co., Ltd

Address

Thadeu Road
Vientiane

Alerts

Be the first to know and let us send you an email when Laovivat Insurance ລາວວິວັດ ປະກັນໄພ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Laovivat Insurance ລາວວິວັດ ປະກັນໄພ:

Shortcuts

Share