ກຸງເທບປະກັນໄພ ລາວ - Bangkok Insurance Lao

ກຸງເທບປະກັນໄພ ລາວ - Bangkok Insurance Lao We will be highly appreciate to serve you Insurance Service. Please trust us.

24-Hour Hotline Tel. 1869

ເພີ່ມຄວາມປອດໄພ ໃນລະດູຝົນ ເມື່ອຂັບຂີ່ລົດ 2 ລໍ້ໃນຊ່ວງລະດູຝົນແບບນີ້, ຫຼາຍຄົນອາດຈະຫຼີກລ່ຽງການຂີ່ລົດຈັກຕາກຝົນບໍ່ໄດ້. ບາງເທື່ອ...
24/08/2026

ເພີ່ມຄວາມປອດໄພ ໃນລະດູຝົນ ເມື່ອຂັບຂີ່ລົດ 2 ລໍ້
ໃນຊ່ວງລະດູຝົນແບບນີ້, ຫຼາຍຄົນອາດຈະຫຼີກລ່ຽງການຂີ່ລົດຈັກຕາກຝົນບໍ່ໄດ້. ບາງເທື່ອຂີ່ອອກມາຕອນເຊົ້າຝົນກໍບໍ່ໄດ້ຕົກ, ແຕ່ພໍເລີກວຽກຕອນແລງຝົນພັດເທລົງມາ, ເຮັດໃຫ້ຈຳເປັນຕ້ອງຂັບຂີ່ລຸຍຝົນ. ແຕ່ຈະຂັບຂີ່ແນວໃດໃຫ້ປອດໄພ? ພວກເຮົາມີເຕັກນິກມາຝາກກັນດັ່ງນີ້:
ເຕັກນິກການຂັບຂີ່ລົດຈັກໃຫ້ປອດໄພໃນເວລາມີຝົນຕົກ
1. ຂັບຂີ່ ແລະ ເບກຊ້າໆ: ເນື່ອງຈາກຖະໜົນມື່ນ, ອາດເຮັດໃຫ້ລົດຈັກເສຍການຄວບຄຸມໄດ້ງ່າຍ.
2. ຫຼີກລ່ຽງເສັ້ນທາງທີ່ມີນ້ຳຖ້ວມຂັງ: ເພາະສ່ຽງຕໍ່ການຕົກຂຸມ ແລະ ເຮັດໃຫ້ເຄື່ອງຈັກດັບຢູ່ກາງທາງໄດ້.
3. ກຽມເສື້ອກັນຝົນໄວ້ຕິດລົດສະເໝີ: ເພື່ອຄວາມພ້ອມໃນການເດີນທາງທຸກເວລາ.
4. ຫາກຝົນຕົກໜັກຫຼາຍ: ຄວນຈອດພັກລໍຖ້າໃຫ້ຝົນເຊົາຕົກກ່ອນ ເພື່ອຄວາມປອດໄພຈະດີກວ່າ.
5. ຢ່າລືມໃສ່ໝວກກັນກະທົບທຸກຄັ້ງ: ເພື່ອປ້ອງກັນອຸປະຕິເຫດ ແລະ ຊ່ວຍໃຫ້ເບິ່ງເຫັນທາງໄດ້ຊັດເຈນຂຶ້ນ (ຫາກມີແວ່ນບັງລົມ).
ຂໍ້ຄວນລະວັງ: ນອກຈາກເຄື່ອງຈັກແລ້ວ, ຢ່າລືມກວດເຊັກສະພາບ ຢາງລົດ ແລະ ລະບົບເບກ ເປັນປະຈຳໃນຊ່ວງລະດູຝົນນຳເດີ້!
#ກຸງເທບປະກັນໄພລາວ #ຫ່ວງໃຍທ່ານທຸກກ້າວຍ່າງ

ພ້ອມແລ້ວບໍ ທີ່ຈະມາຮ່ວມເປັນສ່ວນໜື່ງ ກັບທີມງານພວກເຮົາຫ້ອງການ ພວກເຮົາ ເປີດຮັບ 1  ຕຳແຫນ່ງ  ບໍລິຫານຫ້ອງການ ທ່ານໃດສົນໃຈ ຕິດຕໍ່...
17/08/2026

ພ້ອມແລ້ວບໍ ທີ່ຈະມາຮ່ວມເປັນສ່ວນໜື່ງ ກັບທີມງານພວກເຮົາ
ຫ້ອງການ ພວກເຮົາ ເປີດຮັບ 1 ຕຳແຫນ່ງ ບໍລິຫານຫ້ອງການ
ທ່ານໃດສົນໃຈ ຕິດຕໍ່ມາໄດ້ເລີຍ
#ກຸງເທບປະກັນໄພລາວ #ຫ່ວງໃຍທ່ານທຸກກ້າວຍ່າງ

ຫ້ອງການ ພວກເຮົາເປີດຮັບ ພະນັກງານ ການເງິນ 1 ຕຳແຫນ່ງທ່ານໃດທີ່ສົນໃຈ ສາມາດ ຕິດຕໍ່ມາໄດ້   #ກຸງເທບປະກັນໄພລາວ    #ຫ່ວງໃຍທ່ານທຸກກ...
16/08/2026

ຫ້ອງການ ພວກເຮົາເປີດຮັບ ພະນັກງານ ການເງິນ 1 ຕຳແຫນ່ງ
ທ່ານໃດທີ່ສົນໃຈ ສາມາດ ຕິດຕໍ່ມາໄດ້
#ກຸງເທບປະກັນໄພລາວ #ຫ່ວງໃຍທ່ານທຸກກ້າວຍ່າງ

ມາຮູ້ຈັກກັບ ໂລກເອ້ນຂໍ້ມືອັກເສບໂລກຍອດຮີດຂອງຄົນໄວເຮັດວຽກພະຍາດເອັນຂໍ້ມືອັກເສບ ຫຼື ໂລກເດີກາແວງ (de Quervain’s Stenosing Teno...
11/08/2026

ມາຮູ້ຈັກກັບ ໂລກເອ້ນຂໍ້ມືອັກເສບໂລກຍອດຮີດຂອງຄົນໄວເຮັດວຽກ
ພະຍາດເອັນຂໍ້ມືອັກເສບ ຫຼື ໂລກເດີກາແວງ (de Quervain’s Stenosing Tenosynovitis) ແມ່ນພົບໄດ້ເລື້ອຍໆໃນກຸ່ມຄົນໄວເຮັດວຽກ ເຊິ່ງເກີດຈາກການໃຊ້ຂໍ້ມື ແລະ ງໍຂໍ້ມືຊ້ຳໆ ໃນທ່າທາງທີ່ບໍ່ເໝາະສົມຫຼາຍຊົ່ວໂມງ.
ອາການຂອງພະຍາດ
ອາການປວດຈະເກີດຂຶ້ນຢູ່ບໍລິເວນ ຂໍ້ມືເບື້ອງດຽວກັບໂປ້ມື ແລະ ອາດມີອາການປວດລາມ ຫົວໂປ້ມືໄປຈົນຮອດປາຍແຂນ. ໃນບາງລາຍອາດມີອາການອື່ນໆຮ່ວມດ້ວຍ ເຊັ່ນ:
• ມີອາການຊາ, ຮູ້ສຶກແສບຮ້ອນ.
• ມີອາການບວມແດງ ແລະ ເຈັບເວລາຖືກົດ.
• ມັກຈະປວດຫຼາຍໃນກາງຄືນ ຫຼື ຕອນຕື່ນນອນ.
• ອາການຈະຮຸນແຮງຂຶ້ນເມື່ອມີປັດໄຈກະຕຸ້ນ ເຊັ່ນ: ເວລາເຮັດວຽກທີ່ຕ້ອງກຳມື, ເຄື່ອນໄຫວຂໍ້ມື ຫຼື ຫົວໂປ້ມື.
ກຸ່ມສ່ຽງທີ່ມີໂອກາດເປັນພະຍາດນີ້
1. ຜູ້ທີ່ໃຊ້ຄອມພິວເຕີ ຫຼື ໂທລະສັບມືຖືເປັນເວລານານ: ເຊັ່ນ ພະນັກງານອັອຟຟິດ, ນັກແຕ້ມຮູບ, ເຊຟ (ພໍ່ຄົວ), ຊ່າງສ້ອມແປງ ຫຼື ຜູ້ທີ່ຕ້ອງຍົກຂອງໜັກ.
2. ຜູ້ທີ່ມີກິດຈະວັດປະຈຳວັນທີ່ຕ້ອງໃຊ້ຂໍ້ມືຫຼາຍ: ເຊັ່ນ ການຫຼິ້ນກິລາ, ຫຼິ້ນດົນຕີ, ເຮັດສວນ ຫຼື ຖັກໄໝພົມ.
3. ຜູ້ປ່ວຍທີ່ມີໂລກປະຈຳຕົວ: ເຊັ່ນ ໂລກຣູມາຕອຍ (Rheumatoid), ໄທຣອຍ (Thyroid) ແລະ ເບົາຫວານ.
ຄຳແນະນຳ: ຫາກທ່ານມີອາການດັ່ງກ່າວ, ຄວນເຂົ້າຮັບການປຶກສານຳແພດ ຫຼື ຜູ້ຊ່ຽວຊານ ເພື່ອເຮັດການວິນິດໄສ ແລະ ປິ່ນປົວຢ່າງຖືກຕ້ອງ.
#ກຸງເທບປະກັນໄພລາວ #ຫ່ວງໃຍທ່ານທຸກກ້າວຍ່າງ

1. ຜູ້ເອົາປະກັນໄພ (The Insured) ຄື ຄູ່ສັນຍາທີ່ຕົກລົງຈະ ສົ່ງເບ້ຍປະກັນໄພ ຕາມຈຳນວນທີ່ໄດ້ຕົກລົງໄວ້ໃຫ້ແກ່ຜູ້ຮັບປະກັນໄພ. ເມື່ອ...
05/08/2026

1. ຜູ້ເອົາປະກັນໄພ (The Insured) ຄື ຄູ່ສັນຍາທີ່ຕົກລົງຈະ ສົ່ງເບ້ຍປະກັນໄພ ຕາມຈຳນວນທີ່ໄດ້ຕົກລົງໄວ້ໃຫ້ແກ່ຜູ້ຮັບປະກັນໄພ. ເມື່ອເກີດຄວາມເສຍຫາຍຂຶ້ນໃນສ່ວນທີ່ໄດ້ເຮັດປະກັນໄພໄວ້, ຜູ້ເອົາປະກັນໄພກໍມີສິດໃນການຮຽກຮ້ອງ ຄ່າສິນໄໝທົດແທນ ຕາມສັນຍາ. ທັງນີ້, ຜູ້ເອົາປະກັນໄພຕ້ອງແຈ້ງຂໍ້ມູນຕາມຄວາມເປັນຈິງທຸກຄັ້ງໃນການເຮັດປະກັນໄພ.
2. ຜູ້ຮັບປະກັນໄພ (The Insurer) ໝາຍເຖິງ ຄູ່ສັນຍາ ຫຼື ບໍລິສັດປະກັນໄພ ທີ່ໄດ້ຮັບໃບອະນຸຍາດປະກອບທຸລະກິດປະກັນໄພຢ່າງຖືກຕ້ອງຕາມກົດໝາຍ, ເຊິ່ງຕົກລົງເປັນຜູ້ຊົດໃຊ້ຄ່າສິນໄໝທົດແທນ ຫຼື ເງິນຈຳນວນໜຶ່ງໃຫ້ແກ່ຜູ້ເອົາປະກັນໄພ ຫຼື ຜູ້ຮັບຜົນປະໂຫຍດຕາມສັນຍາ.

#ກຸງເທບປະກັນໄພລາວ #ຫ່ວງໃຍທ່ານທຸກກ້າວຍ່າງ

ຫຼາຍຄົນຄົງເຄີຍເຈີບັນຫາຝົນຕົກໜັກ ລົດຕິດຍາວຢຽດ ເຮັດໃຫ້ຕ້ອງນັ່ງຢູ່ໃນລົດດົນໆ ຈົນຮູ້ສຶກອຶດອັດ ແລະ ອາລົມເສຍ ເຊິ່ງສິ່ງເຫຼົ່ານີ້...
23/07/2026

ຫຼາຍຄົນຄົງເຄີຍເຈີບັນຫາຝົນຕົກໜັກ ລົດຕິດຍາວຢຽດ ເຮັດໃຫ້ຕ້ອງນັ່ງຢູ່ໃນລົດດົນໆ ຈົນຮູ້ສຶກອຶດອັດ ແລະ ອາລົມເສຍ ເຊິ່ງສິ່ງເຫຼົ່ານີ້ອາດສົ່ງຜົນເສຍຕໍ່ສຸຂະພາບຈິດໃນໄລຍະຍາວໄດ້. ວິທີງ່າຍໆ ທີ່ຊ່ວຍຜ່ອນຄາຍຄວາມຄຽດລະຫວ່າງລົດຕິດ ເຊັ່ນ:
1. ກວດເຊັກສະພາບການຈະລາຈອນກ່ອນອອກເດີນທາງ: ເພື່ອວາງແຜນການເດີນທາງ ແລະ ກຽມໃຈໃຫ້ພ້ອມຮັບມືກັບສະຖານະການວ່າຈະເຈີລົດຕິດໃນຊ່ວງໃດແດ່.
2. ເປີດເພງທີ່ມັກຟັງ ຫຼື ຮ້ອງເພງໄປນຳໃນເວລາຂັບລົດ: ຈະຊ່ວຍຫຼຸດຄວາມຕຶງຄຽດຈາກສະຖານະການເທິງທ້ອງຖະໜົນໄດ້.
3. ຝຶກຫາຍໃຈເຂົ້າເລິກໆ ຊ້າໆ: ກັ້ນໄວ້ຈັກບຶດແລ້ວຄ່ອຍໆ ຜ່ອນລົມຫາຍໃຈອອກ ຊ່ວຍໃຫ້ຮ່າງກາຍໄດ້ຮັບອອກຊີເຈນພຽງພໍ, ສະໝອງປອດໂປ່ງ ແລະ ອາລົມດີຂຶ້ນ.
4. ກຽມຂະໜົມ ແລະ ນ້ຳດື່ມໄວ້ລະຫວ່າງການເດີນທາງ: ຊ່ວຍບັນເທົາຄວາມຫິວ ແລະ ຄວາມຢາກນ້ຳ ເຮັດໃຫ້ຈິດໃຈສະບາຍ ບໍ່ຫງຸດຫງິດຈາກຄວາມຫິວ.
5. ຊອກຫາກິດຈະກຳເພີນໆ ເຮັດລະຫວ່າງລົດຕິດ: ເຊັ່ນ ຟັງ Podcast ພຽງເທົ່ານີ້ກໍຈະສາມາດປ່ຽນສະຖານະການລົດຕິດໃຫ້ເປັນເລື່ອງສະບາຍໆ ທີ່ພ້ອມຮັບມືໄດ້ຢູ່ສະເໝີ.
#ກຸງເທບປະກັນໄພລາວ #ຫ່ວງໃຍທ່ານທຸກກ້າວຍ່າງ

   #ກຸງເທບປະກັນໄພລາວ    #ຫ່ວງໃຍທ່ານທຸກກ້າວຍ່າງ
20/07/2026

#ກຸງເທບປະກັນໄພລາວ #ຫ່ວງໃຍທ່ານທຸກກ້າວຍ່າງ

ເມື່ອວັນທີ 26 ມິຖຸນາ 2026.ບໍລິສັດ ກຸງເທບປະກັນໄພ (ລາວ) ຈຳກັດ ໄດ້ສະໜັບສະໜູນອຸປະກອນການເຮັດວຽກໃຫ້ແກ່ ຫ້ອງການ ປກສ ເມືອງສີສັດຕ...
16/07/2026

ເມື່ອວັນທີ 26 ມິຖຸນາ 2026.
ບໍລິສັດ ກຸງເທບປະກັນໄພ (ລາວ) ຈຳກັດ ໄດ້ສະໜັບສະໜູນອຸປະກອນການເຮັດວຽກໃຫ້ແກ່ ຫ້ອງການ ປກສ ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ໂດຍ ມອບເຄື່ອງຄອມພິວເຕີ ແລະ ເຄື່ອງພຣີນເຕີ ລວມມູນຄ່າ 18,899,100 ກີບ ພ້ອມນ້ຳດື່ມ ເພື່ອສະໜັບສະໜູນການປະຕິບັດງານຂອງເຈົ້າໜ້າທີ່ຕຳຫຼວດໃຫ້ມີປະສິດທິພາບ, ເຊິ່ງມອບທີ່ ຫ້ອງການ ປກສ ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ.
#ກຸງເທບປະກັນໄພລາວ #ຫ່ວງໃຍທ່ານທຸກກ້າວຍ່າງ

ຜູ້ໃຊ້ລົດໜ້າຈະຮູ້ກັນດີເຖິງຄວາມອັນຕະລາຍເວລາຂັບລົດໃນຊ່ວງຝົນຕົກ ເພາະອຸບັດເຫດສາມາດເກີດຂຶ້ນໄດ້ງ່າຍກວ່າປົກກະຕິ. ມື້ນີ້ພວກເຮົາຈ...
07/07/2026

ຜູ້ໃຊ້ລົດໜ້າຈະຮູ້ກັນດີເຖິງຄວາມອັນຕະລາຍເວລາຂັບລົດໃນຊ່ວງຝົນຕົກ ເພາະອຸບັດເຫດສາມາດເກີດຂຶ້ນໄດ້ງ່າຍກວ່າປົກກະຕິ. ມື້ນີ້ພວກເຮົາຈຶ່ງໄດ້ຮວບຮວມສິ່ງທີ່ ບໍ່ຄວນເຮັດ ເວລາຂັບລົດຕາກຝົນມາເຕືອນກັນ ເພື່ອຄວາມປອດໄພຂອງທຸກຄົນທີ່ໃຊ້ຖະໜົນຫົນທາງຮ່ວມກັນ:
1. ບໍ່ຄວນຂັບໄວ ແລະ ບໍ່ຄວນຂັບບຸກນ້ຳ: ຄວນຫຼຸດຄວາມໄວເວລາຂັບຂີ່ເພື່ອໃຫ້ການເບິ່ງເຫັນຊັດເຈນຂຶ້ນ ໂດຍສະເພາະຕອນກາງຄືນ. ລວມເຖິງການຂັບຜ່ານບໍລິເວນທີ່ມີນ້ຳຂັງ ອາດເຮັດໃຫ້ເກີດອາການລໍ້ເຫີນນ້ຳ (Hydroplaning) ໄດ້. ການຂັບຊ້າໆ ຫຼື ຫຼີກລ່ຽງບໍລິເວນນ້ຳຂັງຈະຊ່ວຍຫຼຸດການສູນເສຍການຊົງຕົວ ແລະ ຫຼຸດການເກີດອຸບັດເຫດໄດ້.
2. ບໍ່ຄວນເປີດໄຟສຸກເສີນ ແລະ ບໍ່ຄວນເປີດໄຟຕັດໝອກ: ຍັງມີຄົນເຂົ້າໃຈຜິດວ່າການເປີດໄຟສຸກເສີນຈະເຮັດໃຫ້ລົດຄັນອື່ນເບິ່ງເຫັນລົດຂອງທ່ານໄດ້ຊັດເຈນຂຶ້ນ, ແຕ່ຄວາມຈິງແລ້ວການເປີດໄຟສຸກເສີນຈະເຮັດໃຫ້ລົດຄັນອື່ນຄິດວ່າລົດຂອງທ່ານເປ່ເພ ຫຼື ມີບັນຫາ. ສ່ວນການເປີດໄຟຕັດໝອກຈະເຮັດໃຫ້ແສງແຍງຕາລົດຄັນທາງໜ້າ ເຮັດໃຫ້ເກີດຄວາມລຳຄານ ແລະ ອາດເກີດອຸບັດເຫດໄດ້ງ່າຍຂຶ້ນ.
3. ບໍ່ຄວນເບກ ຫຼື ເປີດໄຟລ້ຽວກະທັນຫັນ: ເພາະນ້ຳຝົນຕາມຖະໜົນຫົນທາງເຮັດໃຫ້ໜ້າຍາງສຳຜັດກັບພື້ນຖະໜົນໜ້ອຍລົງ, ການຢຸດລົດຈຶ່ງຕ້ອງການໄລຍະທາງທີ່ເພີ່ມຂຶ້ນກວ່າເວລາຖະໜົນແຫ້ງ. ດັ່ງນັ້ນ ຄວນກະໄລຍະໃຫ້ດີເວລາເບກເພື່ອປ້ອງກັນລົດເສຍຫຼັກ. ລວມເຖິງທັດສະນະວິໄສການເບິ່ງເຫັນທີ່ຫຼຸດລົງ ການບໍ່ເປີດໄຟລ້ຽວກະທັນຫັນກໍຊ່ວຍປ້ອງກັນການເກີດອຸບັດເຫດໄດ້, ຄວນລະມັດລະວັງຫຼາຍຂຶ້ນໃນການຢຽບເບກ ແລະ ການເປີດໄຟລ້ຽວ.
4. ບໍ່ຄວນໃຊ້ໂທລະສັບເວລາຂັບລົດ: ເພາະອຸບັດເຫດຕາມຖະໜົນຫົນທາງສາມາດເກີດຂຶ້ນໄດ້ໃນສ້ຽວວິນາທີທີ່ທ່ານຫຼຸດໂຟກັດ ບໍ່ວ່າຝົນຈະຕົກຫຼືບໍ່ ຜູ້ຂັບຂີ່ກໍບໍ່ຄວນຫຼິ້ນ ຫຼື ໃຊ້ໂທລະສັບເວລາຂັບລົດ.
5. ບໍ່ຄວນປ່ອຍໃຫ້ປະກັນໄພລົດໝົດອາຍຸ: ສິ່ງທີ່ບໍ່ຄວນພາດຄືການມີປະກັນໄພລົດ ເພື່ອໃຫ້ໄດ້ຮັບຄວາມຄຸ້ມຄອງຕະຫຼອດການຂັບຂີ່ຈາກອຸບັດເຫດ ຫຼື ເຫດການສຸກເສີນໃດໆ. ຄວນກວດເຊັກວັນທີຄຸ້ມຄອງ ຫາກໃກ້ຈະໝົດອາຍຸກໍຄວນຕໍ່ສັນຍາປະກັນໄພເພື່ອໃຫ້ໄດ້ຮັບຄວາມຄຸ້ມຄອງຢ່າງຕໍ່ເນື່ອງ.
#ກຸງເທບປະກັນໄພລາວ #ຫ່ວງໃຍທ່ານທຸກກ້າວຍ່າງ

Address

Boulichanh Road
Vientiane
01030

Opening Hours

Monday 08:00 - 16:30
Tuesday 08:00 - 16:30
Wednesday 08:00 - 16:30
Thursday 08:00 - 16:30
Friday 08:00 - 16:30

Telephone

021 417 282-4

Alerts

Be the first to know and let us send you an email when ກຸງເທບປະກັນໄພ ລາວ - Bangkok Insurance Lao posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share