18/10/2026
📣 ແຈ້ງການໃໝ່! ກ່ຽວກັບການກຳນົດຊື່ປ້າຍບ່ອນເຮັດວຽກຂອງອົງການປົກຄອງແຕ່ລະຂັ້ນໃນທົ່ວປະເທດ
ຄະນະຈັດຕັ້ງສູນກາງພັກ ໄດ້ອອກແຈ້ງການສະບັບເລກທີ 1880/ຄຈສພ, ລົງວັນທີ 5 ຕຸລາ 2026 ກ່ຽວກັບການໃສ່ປ້າຍຊື່ບ່ອນເຮັດວຽກຂອງເລຂາຄະນະພັກ ແລະ ປະທານຄະນະກຳມະການປົກຄອງແຕ່ລະຂັ້ນ ເພື່ອໃຫ້ເປັນເອກະພາບກັນໃນທົ່ວປະເທດ. ໂດຍມີການກຳນົດຊື່ປ້າຍໃໝ່ດັ່ງນີ້:
🔹 ລະດັບນະຄອນຫຼວງ ແລະ ແຂວງ:
ໃຫ້ໃຊ້ຄຳວ່າ: “ສຳນັກງານ ນະຄອນຫຼວງວຽງຈັນ” / “ສຳນັກງານ ແຂວງ”.
ຊື່ພາສາອັງກິດ: “Vientiane Capital Office” / “Provincial Office”.
(ຕົວຢ່າງ: “ສຳນັກງານແຂວງ ຈຳປາສັກ” "Champasack Provincial Office")
🔹 ລະດັບເມືອງ ແລະ ນະຄອນ:
ໃຫ້ໃຊ້ຄຳວ່າ: “ສຳນັກງານ ເມືອງ” / “ສຳນັກງານ ນະຄອນ”.
ຊື່ພາສາອັງກິດ: “District Office” / “City Office”.
(ຕົວຢ່າງ: “ສຳນັກງານນະຄອນ ປາກເຊ” "Pakse City Office" ແລະ “ສຳນັກງານເມືອງ ໄຊ” "Xai District Office")
🔹 ລະດັບຕາແສງ:
ໃຫ້ໃຊ້ຄຳວ່າ: “ຫ້ອງການ ຕາແສງ”.
ຊື່ພາສາອັງກິດ: “Commune Office”.
(ຕົວຢ່າງ: “ຫ້ອງການຕາແສງ ຊ້າງມີໄຊ” "Xang Mi Xai Commune Office")
📌 ໝາຍເຫດ: ແຈ້ງການສະບັບນີ້ ແມ່ນນຳໃຊ້ປ່ຽນແທນແຈ້ງການສະບັບເກົ່າທີ່ກ່ຽວຂ້ອງໃນປີ 2010.
ຝາກແຊຣ໌ຕໍ່ເພື່ອເປັນຂໍ້ມູນໃຫ້ພີ່ນ້ອງປະຊາຊົນໄດ້ຮັບຊາບ ແລະ ສັງເກດປ້າຍຊື່ສະຖານທີ່ເວລາໄປຕິດຕໍ່ວຽກນຳລັດຖະການຕ່າງໆໄດ້ຢ່າງຖືກຕ້ອງ!
#ແຈ້ງການ #ຂ່າວສານລາວ #ອົງການປົກຄອງທ້ອງຖິ່ນ #ປະເທດລາວ