18/03/2021
Morgan Stanley ກາຍເປັນທະນາຄານຍັກໃຫຍ່ແຫ່ງທຳອິດໃນ USA ທີ່ໃຫ້ລູກຄ້າທີ່ມີຖານະທາງດ້ານການເງິນສາມາດເຂົ້າເຖິງກອງທຶນ Bitcoin ໄດ້
Morgan Stanley ເຊິ່ງເປັນທະນາຄານທີ່ບໍລິຫານຊັບສິນຂອງລູກຄ້າມີທີ່ມີມູນຄ່າມະຫາສານກວ່າ 4 ພັນຕື້ໂດລາ, ໄດ້ບອກທີ່ປຶກສາດ້ານການເງິນຂອງຕົນໃນວັນພຸດ ໃນບົດບັນທຶກພາຍໃນວ່າ ພວກເຂົາກຳລັງເປີດໃຫ້ສາມາດເຂົ້າເຖິງກອງທຶນ 3 ກອງທີ່ຊ່ວຍໃຫ້ສາມາດເປັນເຈົ້າຂອງ Bitcoin ໄດ້.
ການເຄື່ອນໄຫວດັ່ງກ່າວ, ເປັນບາດກ້າວທີ່ສຳຄັນໃນການຍອມຮັບເອົາ Bitcoin ໃຫ້ເປັນຊັບສິນປະເພດໜຶ່ງຂອງ Morgan Stanley, ຫຼັງຈາກທີ່ມີລູກຄ້າຈຳນວນຫຼາຍໄດ້ຮຽກຮ້ອງໃຫ້ມີການເປີດກວ້າງໃນການເຂົ້າເຖິງ Cryptocurrency. ການເຕີບໂຕຂອງ Bitcoin ໃນປີທີ່ຜ່ານມາໄດ້ເຮັດໃຫ້ຫຼາຍບໍລິສັດໃນ Wall Street ຕົກຢູ່ໃນຄວາມກົດດັນໃນການທີ່ຈະພິຈາລະນາວ່າຈະມີສ່ວນຮ່ວມໃນຊັບສິນປະເພດນີ້ດີ ຫຼື ບໍ່.
ຢ່າງນ້ອຍກະ ໃນຕອນນີ້, Morgan Stanley ໄດ້ອານຸຍາດໃຫ້ລູກຄ້າທີ່ມີຖານະທາງດ້ານການເງິນສາມາດເຂົ້າເຖິງຊັບສິນທີ່ມີຄວາມຜັນຜວນສູງ: ເໝາະສຳລັບຜູ້ທີ່ "ມີຄວາມອົດທົນຕໍ່ຄວາມສ່ຽງສູງ" ທີ່ມີຊັບສິນຢ່າງໜ້ອຍ 2 ລ້ານໂດລາ.
ຂໍ້ຈຳກັດບາງຢ່າງ:
ບັນດາບໍລິສັດກ່ຽວກັບການລົງທືນຕ້ອງມີເງິນຢ່າງຕໍ່າ 5 ລ້ານໂດລາຢູ່ທະນາຄານຈຶ່ງມີຄຸນສົມບັດໃນການລົງທຶນ ແລະ ບັນຊີຕ້ອງມີອາຍຸຢ່າງຕໍ່າ 6 ເດືອນ.
ແລະ ເຖິງແມ່ນວ່ານັກລົງທືນຈະມີເງື່ອນໄຂຄົບຕາມກຳນົດ, ແຕ່ວ່າ Morgan Stanley ກໍມີການຈຳກັດການລົງທຶນໃນ Bitcoin ສູງສຸດໄດ້ແຕ່ 2.5% ຂອງມູນຄ່າລາຍໄດ້ທັງໝົດ.
ສອງກອງທຶນໃນນັ້ນແມ່ນຂອງ Galaxy Digital, ບໍລິສັດ Crypto ເຊິ່ງກໍ່ຕັ້ງໂດຍ Mike Novogratz, ສ່ວນກອງທຶນທີສາມແມ່ນມາຈາກການຮ່ວມມືກັນຈາກຜູ້ຈັດການສິນຊັບ FS Investments ແລະ ບໍລິສັດ Bitcoin NYDIG.
ກອງທຶນ Galaxy Bitcoin Fund LP ແລະ FS NYDIG Select Fund ມີຂັ້ນຕໍ່າໃນການລົງທຶນແມ່ນ $25,000, ໃນຂະນະທີ່ Galaxy Institutional Bitcoin Fund LP ແມ່ນຕ້ອງມີເງິນລົງທຶນຂັ້ນຕໍ່າ 5 ລ້ານໂດລາ.
ຂ່າວວົງໃນບອກວ່າ ລູກຄ້າສາມາດລົງທຶນໄດ້ໄວສຸດແມ່ນເດືອນໜ້າ, ຫລັງຈາກ ທີ່ປຶກສາທາງດ້ານການເງິນຂອງ Morgan Stanley ສຳເລັດການທົບທວນກ່ຽວກັບຂໍ້ສະເໜີຂອງກອງທຶນດັ່ງກ່າວ.
ໃນຂະນະທີ່ Goldman Sachs, JPMorgan Chase ແລະ ພະແນກຄຸ້ມຄອງຊັບຊົມບັດຂອງ Bank of America ບໍ່ໄດ້ມີການອະນຸຍາດ ໃຫ້ທີ່ປຶກສາຂອງພວກເຂົາອອກຂໍ້ສະເໜີໃຫ້ມີການລົງທືນໃນ Bitcoin ໂດຍກົງ.
ໃນຕົ້ນເດືອນນີ້, JPMorgan ໄດ້ຍື່ນເອກະສານທີ່ກ່ຽວຂ້ອງກັບການລົງທືນ ຕາສານໜີ້ໃໝ່ ທີ່ຕິດພັນກັບຫຸ້ນຫຼາຍໂຕທີ່ມີຄວາມກ່ຽວຂ້ອງກັບ Crypto ເຊັ່ນ MicroStrategy, ເຊິ່ງເປັນບໍລິສັດ Software ທີ່ຖື Bitcoin ໃນ Balance Sheet ຂອງຕົນ, ແລະ ບໍລິສັດທີ່ເຮັດກ່ຽວກັບການສຳລະສະສາງເຊັ່ນ Square.
ແປໂດຍ: http://www.CryptoLaos.com/
ທີ່ມາຂອງບົດຄວາມ: https://www.cnbc.com/2021/03/17/bitcoin-morgan-stanley-is-the-first-big-us-bank-to-offer-wealthy-clients-access-to-bitcoin-funds.html