AGL Insurance Agent code: 691- ຕົວແທນ ບປລ ລະຫັດ: 691

AGL Insurance Agent code: 691- ຕົວແທນ ບປລ ລະຫັດ: 691 ບໍລິການປະກັນໄພທຸກປະເພດຈາກ ປະກັນໄພ ບປລ (AGL)

MY SERVICE (ມາຍເຊີວີດສ໌) ໃຫ້ບໍລິການນາຍຫນ້າປະກັນໄພ ທີ່ມີປະສົບການດ້ານປະກັນໄພຫຼາຍກວ່າ 15 ປີ ພ້ອມໃຫ້ບໍລິການຫລາກຫລາຍຜະລິດຕະພັນປະກັນໄພຈາກບໍລິສັດປະກັນໄພໃນລາວ ໂດຍໃຫ້ຄຳປຶກສາ ຄຳແນະນຳ ເຊັ່ນການປຽບທຽບຜະລິດຕະພັນປະກັນໄພຂອງແຕ່ລະບໍລິສັດ ເພື່ອໃຫ້ລູກຄ້າໄດ້ຮັບການຄຸ້ມຄອງທີ່ຄຸ້ມຄ່າຄຸ້ມລາຄາ ກົງກັບຄວາມຕ້ອງການຂອງລູກຄ້າທີ່ສຸດ.
ນອກຈາກນີ້ຍັງຊ່ວຍໃນການດຳເນີນການຕິດຕາມເຄລມ ແລະ ຮຽກຮ້ອງຄ່າສີນໄໝທົດແທນກັບທາງບໍລິສັດປະກັນໄພທີ່ກ່ຽວຂ້ອງ ເພື່ອໃຫ້ລູກຄ້າໃຫ້ຮັບຄວາມສະດວກ ແລະ ຜົນປະໂຫຍດສູງສຸດ. MY SERVICE is Insurance Broker have experience in insurance field for more than 15 years in Lao, provide many insurance types (non-life and life insurance) from many insurer leader in Lao by recommends an insurance policy that best suits your needs at the best price and also all claims service for you.

24/05/2026

🛑 ຊື້ປະກັນໄພແລ້ວ... ຢ່າປ່ອຍໃຫ້ຕົວເອງເສຍປຽບ! 3 ສິດທິພື້ນຖານທີ່ທ່ານ "ຕ້ອງຮູ້" ⚖
---------------------------------
ຫຼາຍຄົນຍອມຈ່າຍເງິນຊື້ປະກັນໄພຍ້ອນຢາກໄດ້ຄວາມອຸ່ນໃຈ ... ແຕ່ພໍເຖິງເວລາເກີດເຫດແທ້ໆ ພັດບໍ່ຮູ້ວ່າຕົວເອງມີສິດຫຍັງແດ່? ບາງຄົນກໍຍອມປ່ອຍຜ່ານ ຫຼື ຍອມຖືກເອົາປຽບຍ້ອນຄິດວ່າ "ມັນຍາກ".
ຢຸດກ່ອນ! 💡 ອີງຕາມກົດໝາຍວ່າດ້ວຍການປະກັນໄພ ສະບັບເລກທີ 78/ສພຊ ລົງວັນທີ 29 ພະຈິກ 2019, ມາດຕາທີ 83 ທີ່ກໍານົດສິດຂອງຜູ້ຊື້ປະກັນໄພ ໄວ້ວ່າ: ທ່ານໃນຖານະ "ຜູ້ຊື້" ທ່ານມີ 3 ສິດທິຫຼັກທີ່ກົດໝາຍຄຸ້ມຄອງໄວ້ຢ່າງຊັດເຈນ:
📜 1. ສິດໃນການໄດ້ຮັບຂໍ້ມູນ ແລະ ຄຳອະທິບາຍທີ່ຊັດເຈນ
✔️ກ່ອນຈະເຊັນສັນຍາ: ເຈົ້າມີສິດຮຽກຮ້ອງໃຫ້ບໍລິສັດອະທິບາຍທຸກເງື່ອນໄຂ, ຂໍ້ກຳນົດ, ສິດ ແລະ ພັນທະຕ່າງໆ ໃຫ້ເຂົ້າໃຈຢ່າງລະອຽດ.
✔️ຫຼັກຖານ: ເຈົ້າຕ້ອງໄດ້ຮັບໃບຢັ້ງຢືນ ຫຼື ສັນຍາປະກັນໄພທີ່ຖືກຕ້ອງ.
⚠️ ທີ່ສຳຄັນ: ຫາກບໍລິສັດໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງໃນສັນຍາ, ເຈົ້າມີສິດທີ່ຈະ ໂຈະ ຫຼື ຍົກເລີກສັນຍາ ນັ້ນໄດ້ທັນທີ!
💰 2. ສິດໃນການໄດ້ຮັບຄ່າສິນໄໝທົດແທນຢ່າງຖືກຕ້ອງ
✔️ເມື່ອເກີດເຫດການທີ່ເຮົາຊື້ປະກັນໄພໄວ້, ຜູ້ຊື້ ຫຼື ຜູ້ຮັບຜົນປະໂຫຍດ ມີສິດໄດ້ຮັບຄ່າສິນໄໝທົດແທນຄົບຖ້ວນຕາມສັນຍາ.
⛔ ຫາກບໍລິສັດປະຕິເສດການຈ່າຍ: ພວກເຂົາບໍ່ສາມາດເວົ້າປາກເປົ່າໄດ້! ແຕ່ຕ້ອງມີ ຄຳຊີ້ແຈງເປັນລາຍລັກອັກສອນ ພ້ອມເຫດຜົນທີ່ຊັດເຈນໃຫ້ເຈົ້າຊາບ.
⚖ 3. ສິດໃນການຮ້ອງຮຽນ ແລະ ຮຽກຮ້ອງຄວາມເປັນທຳ
✔️ຫາກທ່ານຮູ້ສຶກວ່າບໍ່ໄດ້ຮັບຄວາມເປັນທຳ ຈາກການປະຕິບັດໜ້າທີ່ຂອງຕົວແທນ, ນາຍໜ້າ ຫຼື ບໍລິສັດປະກັນໄພ, ເຈົ້າມີສິດເຮັດຄຳຮ້ອງທຸກ ຫຼື ຮ້ອງຟ້ອງເປັນລາຍລັກອັກສອນໄດ້.
🏢 ຖ້າຕົກລົງກັນບໍ່ໄດ້? ທ່ານສາມາດສະເໜີເລື່ອງຕໍ່ ກະຊວງການເງິນ ຫຼື ຮ້ອງຟ້ອງຕໍ່ສານ ເພື່ອໃຫ້ພິຈາລະນາຕັດສິນ ແລະ ໃຫ້ຄວາມເປັນທຳຕາມກົດໝາຍໄດ້ເລີຍ.
✨ການຮູ້ສິດທິຂອງຕົວເອງ ຈະຊ່ວຍໃຫ້ທ່ານມີຄວາມໝັ້ນໃຈ ແລະ ຮັກສາຜົນປະໂຫຍດຂອງຕົວເອງໄດ້ໃນທຸກຂັ້ນຕອນ. ✨
#ປະກັນໄພ #ຮູ້ທັນກົດໝາຍ #ສິດທິຜູ້ບໍລິໂພກ
🔸ຕິດຕໍ່ປະສານງານໂຄສະນາ ທາງເພສຂອງກະຊວງການເງິນ ໂທ : 021 417741.

24/05/2026

📌9 ລາຍການ ທີ່ "ຕ້ອງ" ຊື້ປະກັນໄພແບບບັງຄັບ ຕາມກົດໝາຍວ່າດ້ວຍການປະກັນໄພ!
----------------------------------------------
💥 ທ່ານຮູ້ຫຼືບໍ່ວ່າ... ຢູ່ ສປປ ລາວ ຂອງເຮົາ ມີບາງກິດຈະການ ແລະ ພາຫະນະ ທີ່ກົດໝາຍກຳນົດໃຫ້ "ຕ້ອງຊື້ປະກັນໄພແບບບັງຄັບ" ເພື່ອຄຸ້ມຄອງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງບຸກຄົນທີສາມ. ມາເບິ່ງນຳກັນວ່າມີຫຍັງແດ່?

1. ພາຫະນະທຸກຊະນິດ ທີ່ແລ່ນດ້ວຍເຄື່ອງຈັກ ທັງທາງບົກ, ທາງນໍ້າ ແລະ ທາງອາກາດ (ເຊັ່ນ: ລົດຈັກ, ລົດໃຫຍ່). 🛵🚗🚌🚅🚉✈️🚤
2. ທຸລະກິດບໍລິການ ໂຮງແຮມ, ເຮືອນພັກ, ສະຖານທີ່ບັນເທິງ, ພັດຕະຄານ, ຮ້ານອາຫານ ແລະ ກິດຈະການຕະຫຼາດ. 🏨🏢🍽️
3. ການຂົນສົ່ງ ມີທັງຂົນສົ່ງສິນຄ້າ ແລະ ຂົນສົ່ງຜູ້ໂດຍສານ.
4. ສະຖານທີ່ກໍ່ສ້າງ.
5. ໂຄງການເຂື່ອນໄຟຟ້າ.
6. ສາງເກັບມ້ຽນສິນຄ້າ, ສາງທາດເຄມີ, ສາງນໍ້າມັນເຊື້ອໄຟ ແລະ ສາງທາດລະເບີດ. 🧯🛢️
7. ໂຮງຈັກ ໂຮງງານ.
8. ສະຖານທີ່ຜະລິດ ແລະ ເກັບມ້ຽນລະເບີດ.
9. ການປະກັນໄພທົ່ວໄປແບບບັງຄັບອື່ນ.

"ການປະກັນໄພທົ່ວໄປແບບບັງຄັບ" ນີ້ ແມ່ນ ເຮັດຂຶ້ນເພື່ອຮັບປະກັນວ່າ ຫາກເກີດອຸປະຕິເຫດ ຫຼື ຄວາມເສຍຫາຍໃດໆ ຂຶ້ນມາ ບຸກຄົນທີສາມ ທີ່ໄດ້ຮັບຜົນກະທົບ ຈະໄດ້ຮັບການທົດແທນຄ່າເສຍຫາຍຢ່າງຍຸຕິທຳ.
📌 ແຫຼ່ງທີ່ມາອີງຕາມ:
• ກົດໝາຍ: ກົດໝາຍວ່າດ້ວຍການປະກັນໄພ (ສະບັບປັບປຸງ) ສະບັບເລກທີ 78/ສພຊ, ລົງວັນທີ 29 ພະຈິກ 2019
• ມາດຕາ: ມາດຕາ 12 ແລະ ມາດຕາ 14.

#ກົດໝາຍປະກັນໄພ #ປະກັນໄພແບບບັງຄັບ #ຄວາມຮູ້ຄູ່ກົດໝາຍ #ກະຊວງການເງິນ

10/02/2026

ຂໍ້ຕົກລົງວ່າດ້ວຍປະກັນໄພລົດແບບບັງຄັບ ເລກທີ 2980/ກງ ວັນທີ 22 ສິງຫາ 2024

ປະກັນໄພແບບບັງຄັບນີ້ ຖືກອອກແບບມາເພື່ອປົກປ້ອງບຸກຄົນທີສາມ ທີ່ໄດ້ຮັບຜົນກະທົບຈາກອຸບັດເຫດ. ສຳລັບອັດຕາຄ່າທໍານຽມປະກັນໄພແມ່ນໄດ້ກຳນົດໄວ້ຢ່າງຊັດເຈນ ຕົວຢ່າງເຊັ່ນ:
• ລົດຈັກ: ຂະໜາດ 50-124 cc ຈ່າຍພຽງ 100,000 ກີບ/ປີ.
• ລົດເກັງສ່ວນຕົວ: ຂະໜາດບໍ່ເກີນ 2,000 cc ຈ່າຍ 240,000 ກີບ/ປີ.
• ລົດບັນທຸກສ່ວນຕົວ: ນ້ຳໜັກ 3.5 - 10 ໂຕນ ຈ່າຍ 440,000 ກີບ/ປີ.
ໃນສ່ວນຂອງ ວົງເງິນຄຸ້ມຄອງສູງສຸດ, ປະກັນໄພຈະຊ່ວຍແບກຮັບພາລະຄ່າໃຊ້ຈ່າຍໃນກໍລະນີເກີດອຸບັດເຫດ ດັ່ງນີ້:
• ເສຍຊີວິດ ຫຼື ພິການຖາວອນ: 15,000,000 ກີບຕໍ່ຄົນ.
• ຄ່າປິ່ນປົວບາດເຈັບ: ສູງສຸດ 3,000,000 ກີບຕໍ່ຄົນ.
• ຄວາມເສຍຫາຍດ້ານວັດຖຸ/ຊັບສິນ: ສູງສຸດ 6,000,000 ກີບຕໍ່ຄັ້ງ.
• ລວມຄວາມເສຍຫາຍທາງດ້ານຮ່າງກາຍສູງສຸດຕໍ່ອຸບັດເຫດໜຶ່ງຄັ້ງແມ່ນ 125,000,000 ກີບ

ຂໍ້ຕົກລົງສະບັບນີ້ມີມາດຕະການເຂັ້ມງວດສຳລັບຜູ້ທີ່ຝ່າຝືນ. ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງໃດທີ່ເປັນເຈົ້າຂອງລົດ ແຕ່ບໍ່ປະຕິບັດຕາມການເຮັດປະກັນໄພບັງຄັບ ຈະຖືກສຶກສາອົບຮົມ, ກ່າວເຕືອນ ແລະ ປັບໄໝເປັນເງິນ 1,000,000 ກີບ. ຫາກຍັງສືບຕໍ່ຝ່າຝືນ ຈະຖືກປັບໄໝຕື່ມອີກບໍ່ເກີນວັນລະ 500,000 ກີບ ຈົນກວ່າຈະປະຕິບັດໃຫ້ຖືກຕ້ອງ.
#ໜັງສືພິມລາວພັດທະນາ #ຂ່າວພາຍໃນ #ຂໍ້ຕົກລົງ
_______________@_______________
ສະໜັບສະໜູນຂ່າວໂດຍ:
ລາວໂທລະຄົມເຄືອຂ່າຍອັນດັບ1ຂອງຄົນລາວ
ສາຍດ່ວນ 101, 021 555 555
_______@_______
ຂ່າວອື່ນໆ >> www.laophattananews.com
Youtube: www.youtube.com/channel/UCfSwYXQ8r6NOMO_vlp7bZYw
Twitter: https://X.com/laophattana
Whatsapp: https://whatsapp.com/channel/0029Va9dcYjHFxPArwc63g17
Tiktok: https://www.tiktok.com/
ສົນໃຈລົງໂຄສະນາໂທ: 020 9999 7139
ຕິດຕໍ່ຫານັກຂ່າວໂທ: 020 2345 0088

ກິດຈະກຳຕອບຄຳຖາມຮັບລາງວັນຈາກ Allianz ລາວ
01/07/2022

ກິດຈະກຳຕອບຄຳຖາມຮັບລາງວັນຈາກ Allianz ລາວ

ຕ້ອນຮັບເດືອນ “ກໍລະກົດ” ນີ້ Allianz Insurance Laos
ມີກິດຈະກຳ ຕອບຄຳຖາມ ເພື່ອລຸ້ນຮັບ ຈອກໃສ່ກາເຟ
ຈຳນວນ 40 ໜ່ວຍ!!

ຄຳຖາມກິດຈະກຳ: ຈົ່ງເລືອກຄຳຕອບທີ່ຖືກຕ້ອງ
▶︎ ໂຄງການ e-Policy “One e = One tree” ແມ່ນສິ້ນສຸດມື້ໃດ?
ກ. ວັນທີ່: 01/06/2022
ຂ. ວັນທີ່: 31/12/2022

◼︎ ເງື່ອນໄຂຮັບລາງວັນ
1. ຕອບຄຳຖາມໃຫ້ຖືກຕ້ອງ
2. ແຊສ໌ໂພສນີ້ ພ້ອມຖ່າຍຮູບໜ້າຈໍມືຖືຂອງທ່ານ ລົງກ້ອງ Comment ພ້ອມກັບຄຳຕອບທີ່ຖືກຕ້ອງ
🔴 ໝາຍເຫດ:
1. ແຈ້ງຜົນຜູ້ໂຊກດີ ທຸກໆວັນພະຫັດ ທາງ inbox ຂອງຜູ້ໂຊກດີ
2. ທາງເຮົາຈະແຈກ ອາທິດລະ 10 ໜ່ວຍ ຈົນເຖິງວັນທີ 31 ກໍລະກົດ 2022.

ດາວໂຫລດເລີຍ:
Android: https://play.google.com/store/apps/details
IOS: https://apps.apple.com/la/app/my-insurance-azla/id1233607021
______________________________________

Welcoming the new month "July" Allianz Insurance Laos challenges you to answer questions to get rewards with 40 Coffee mugs!!

Activity Question: Choose the correct answer
When is the end of the “One e - One tree” e-policy project?
A. Date: 01/06/2022
B. Date: 31/12/2022

◼︎ Condition
1. Answer the question correctly
2. Share this post and comment together screenshot with the correct answer
🔴 Note:
1. The winners will be notified every Thursday via the winners' inbox
2. We will distribute 10 cups a week until July 31, 2022.

Download Now:
Android: https://play.google.com/store/apps/details
IOS: https://apps.apple.com/la/app/my-insurance-azla/id1233607021

#ກິດຈະກຳປະຈຳເດືອນ

ຄລິບແນະນຳລະອຽດຂັ້ນຕອນເຂົ້າລົງທະບຽນ Thailandpass ສຳລັບຜູ້ທີ່ມີຈຸດປະສົງເດີນທາງເຂົ້າໄທ ຊຶ່ງຕ້ອງມີປະກອບຂໍ້ມູນປະກັນໄພໂຄວິດພ້ອ...
09/05/2022

ຄລິບແນະນຳລະອຽດຂັ້ນຕອນເຂົ້າລົງທະບຽນ Thailandpass ສຳລັບຜູ້ທີ່ມີຈຸດປະສົງເດີນທາງເຂົ້າໄທ ຊຶ່ງຕ້ອງມີປະກອບຂໍ້ມູນປະກັນໄພໂຄວິດພ້ອມ
ທາງມາສ໌ເຊີວິດ ແມ່ນມີ:

- ບໍລິການປະກັນໄພໂຄວິດ-19 ເດີນທາງໄປໄທ
- ບໍລິການລົງທະບຽນ Thailandpass

ສົນໃຈຕິດຕໍ່ສອບຖາມທາງໄດ້,

Service COVID-19 travel insurance for Thailand Pass. More details, inbox please.

#ລົງທະບຽນThailandpass
#ປະກັນໄພໂຄວິດເດີນທາງເຂົ້າໄທ
#ລົງທະບຽນໄທແລນພາສ໌

เว็บไซต์ลงทะเบียน Thialand Passhttps://tp.consular.go.thรวมข้อมูลเข้าไทยhttps://www.gonoguide.com/reopenวิธีซื้อประกันโควิดเข้าไทย แบบถูกที่สุด วงเง.....

ເພື່ອປະກອບເອກະສານຂໍອະນຸຍາດເຂົ້າລາວ ສຳລັບຄົນຕ່າງປະເທດ ຫຼື ຄົນເຊື້ອຊາດລາວສັນຊາດຕ່າງະເທດ...ແມ່ນຕ້ອງໄດ້ລົງທະບຽນຂໍ QR-Code ຜ່...
18/03/2022

ເພື່ອປະກອບເອກະສານຂໍອະນຸຍາດເຂົ້າລາວ ສຳລັບຄົນຕ່າງປະເທດ ຫຼື ຄົນເຊື້ອຊາດລາວສັນຊາດຕ່າງະເທດ...ແມ່ນຕ້ອງໄດ້ລົງທະບຽນຂໍ QR-Code ຜ່ານເວັບໄຊ laogreenpass.gov.la ແລະຕ້ອງມີປະກັນໄພໂຄວິດເພື່ອເປັນຂໍ້ມູນປະກອບໃນການລົງທະບຽນພ້ອມ
ຖ້າທ່ານຍັງບໍ່ມີປະກັນໄພໂຄວິດສຳລັບການເດີນທາງເຂົ້າລາວ ສາມາດຕິດຕໍ່ຊື້ປະກັນໄພໂຄວິດ-19 ນຳພວກເຮົາໄດ້ (ຄຸ້ມຄອງຄ່າປິ່ນປົ່ວໂຄວິດ ສູງສຸດ $50,000)
ສອບຖາມລາຍລະອຽດ ຕິດຕໍ່: 020 5551 7090

We provides foreigners traveling to Laos with Covid-19 insurance coverage (up to $50,000) which that meet official requirements for LaoGreenPass and Certificate of Entry (COE).

More details call: 020 55517090


ກະຊວງການຕ່າງປະເທດລາວອອກຄໍາແນະນໍາການຂໍອະນຸຍາດເຂົ້າ-ອອກ ສປປ ລາວໄລຍະໂຄວິດ-19 ລະບາດ.

ວັນທີ 17 ມີນາ 2022ນີ້, ຄະນະສະເພາະກິດເພື່ອປ້ອງກັນ,ຄວບຄຸມແລະແກ້ໄຂການລະບາດຂອງພະຍາດ
ໂຄວິດ-19 ຂອງກະຊວງການຕ່າງປະເທດລາວໄດ້ອອກຄໍາແນະນໍາເລກທີ2143/ຕປທ.ສພກ ກ່ຽວກັບຂັ້ນຕອນລະອຽດໃນການປະກອບເອກະສານຂໍອະນຸຍາດເຂົ້າ-ອອກ ສປປ ລາວໃນໄລຍະມີການລະບາດຂອງພະຍາດໂຄວິດ-19.
ຄໍາແນະນໍາໄດ້ລະບຸເນື້ອໃນສຳຄັນວ່າ: ກ່ອນເດີນທາງເຂົ້າສປປ ລາວ, ທຸກຄົນຕ້ອງມີໃບຢັ້ງຢືນຜົນກວດຫາເຊື້ອພະຍາດໂຄວິດ-19 ດ້ວຍເຄື່ອງ RT-PCR ພາຍໃນ 72 ຊົ່ວໂມງ ກ່ອນເດີນທາງເຂົ້າມາ ສປປ ລາວ ແລະມີໃບຢັ້ງຢືນການສັກວັກແຊັງຄົບຖ້ວນ,ລາຍລະອຽດມີດັ່ງນີ້ຄື:
1.ນັກການທູດ, ພະນັກງານຂອງສະຖານທູດ ແລະ ສະຖານກົງສູນ ຕ່າງປະເທດ, ພະນັກງານຜູ້ຕາງຫນ້າອົງການຈັດຕັ້ງສາກົນ ທີ່ນອນຢູ່ໃນເຄືອຂ່າຍຂອງອົງການສະຫະປະຊາຊາດ, ອົງການຈັດຕັ້ງສາກົນ ທີ່ໄດ້ຮັບອະພິສິດ ເເລະ ເອກະສິດທາງການທູດ ລວມທັງສະມາຊິກຄອບຄົວ ທີ່ຕ້ອງການເຂົ້າມາປະຕິບັດຫນ້າທີ່ທັງໄລຍະສັ້ນ ແລະໄລຍະຍາວຢູ່ ສປປ ລາວ ໃຫ້ສະເຫນີ ເຖິງກົມກ່ຽວຂ້ອງຂອງກະຊວງການຕ່າງປະເທດຕາມກົນໄກປົກກະຕິທີ່ເຄີຍປະຕິບັດມາ.
2.ກະຊວງ ແລະອົງການທຽບເທົ່າທີ່ມີຄວາມຈໍາເປັນຮັບເອົາຄົນຕ່າງປະເທດເຊັ່ນ: ຊ່ຽວຊານ, ວິຊາການ, ອາສາສະຫມັກ ແລະນັກສຶກສາ (ໂຄງການຮ່ວມມືສອງຝ່າຍ) ໃຫ້ສະເຫນີ ເຖິງກົມກ່ຽວຂ້ອງຂອງກະຊວງການຕ່າງປະ ເທດຕາມກົນໄກປົກກະຕິທີ່ເຄີຍປະຕິບັດມາ.
3 ສໍາລັບອົງການຈັດຕັ້ງສາກົນບໍ່ຂຶ້ນກັບລັດຖະບານ ທີ່ຕ້ອງການເຂົ້າມາປະຕິບັດຫນ້າທີ່ທັງໄລຍະສັ້ນ ແລະໄລຍະຍາວຢູ່ ສປປ ລາວ ຕ້ອງໄດ້ລົງທະບຽນໃນເວບໄຊ: laogreenpass.gov.la ເພື່ອຂໍເອົາ QR-Code, ຫຼັງຈາກນັ້ນ ໃຫ້ສະເຫນີເຖິງກົມກ່ຽວຂ້ອງຂອງກະຊວງການຕ່າງປະເທດຕາມກົນໄກປົກກະຕິທີ່ເຄີຍປະຕິບັດມາ.
4. ບຸກຄົນ ຫຼື ນິຕິບຸກຄົນທີ່ດໍາເນີນທຸລະກິດຢ່າງຖືກຕ້ອງຢູ່ ສປປ ລາວ ທີ່ມີຄວາມຕ້ອງການເອົານັກລົງທຶນ ແລະນັກທຸລະກິດເຂົ້າມາ ສປປ ລາວ ເພື່ອດໍາເນີນການສຶກສາການລົງທຶນ, ເຊັນສັນຍາ ຫຼືເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃຫ້ສະເຫນີ ເຖິງກົມກົງສູນກະຊວງການຕ່າງປະເທດ ຕາມກົນໄກປົກກະຕິທີ່ເຄີຍປະຕິບັດມາ, ກ່ອນການເດີນທາງເຂົ້າມາ ສປປ ລາວ ຕ້ອງລົງທະບຽນໃນເວບໄຊ: laogreenpass.gov.la ເພື່ອຂໍເອົາ QR-Code ຈຶ່ງສາມາດເຂົ້າມາ ສປປ ລາວ ໄດ້ ຫຼື ສາມາດລົງທະບຽນເພື່ອຂໍເອົາ QR-Code ພາຍຫຼັງເດີນທາງມາຮອດດ່ານສາກົນ.
5. ສໍາລັບຄົນເຊື້ອຊາດລາວສັນຊາດຕ່າງປະເທດ ທີ່ຕ້ອງການເດີນທາງເຂົ້າມາ ສປປ ລາວ ໃຫ້ສະເຫນີຜ່ານ ສະຖານເອກອັກຄະລັດຖະທູດ ຫຼື ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ຢູ່ປະເທດທີ່ຕົນອາໃສຢູ່ ແລະຕ້ອງໄດ້ລົງທະບຽນໃນເວບໄຊ: laogreenpass.gov.la ເພື່ອຂໍເອົາ QR-Code, ຫຼັງຈາກນັ້ນ ຈຶ່ງສະເຫນີເຖິງ ກົມກົງສຸນ ກະຊວງການຕ່າງປະເທດ ໂດຍມີເອກະສານຢັ້ງຢືນຄວາມຖືກຕ້ອງຂອງ QR-Code ເພື່ອພິຈາລະນາອະນຸມັດວີຊາເຂົ້າມາ ສປປ ລາວ.
6 ສໍາລັບການທ່ອງທ່ຽວລາວ (Lao Greern Travel Zone) ໃຫ້ປະຕິບັດຕາມແຈ້ງການຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະບັບເລກທີ 258/ຫສນຍ.
ສໍາລັບພົນລະເມືອງລາວ, ຄົນຕ່າງດ້າວ ແລະ ພົນລະເມືອງຕ່າງປະເທດ ທີ່ເປັນຄອບຄົວຂອງພົນລະເມືອງລາວຢ່າງຖືກຕ້ອງ ເມື່ອໄດ້ລົງທະບຽນໃນເວບໄຊ: laogreenass.gov.la ເພື່ອຂໍເອົາ QR-Code (Vaccin ID) ແລະມີຄວາມຕ້ອງການເດີນທາງກັບຄືນປະເທດແມ່ນສາມາດເດີນທາງກັບຄືນປະເທດໂດຍບໍ່ຈໍາເປັນສະເຫນີຜ່ານສະຖານທູດ ຫຼື ສະຖານກົງສຸນ ເເລະ ກົມກົງສຸນ ກະຊວງການຕ່າງປະເທດ; ພົນລະເມືອງຕ່າງປະເທດ ທີ່ເປັນຄອບຄົວຂອງພົນລະເມືອງລາວຢ່າງຖືກຕ້ອງທີ່ມີວິຊາຄອບຄົວ (SP-B3) ສາມາດເດີນທາງກັບຄືນປະເທດ ໂດຍບໍ່ຈໍາເປັນສະເຫນີຜ່ານສະຖານທູດ ຫຼື ສະຖານກົງສຸນ ແລະ ກົມກົງສຸນ ກະຊວງການຕ່າງປະເທດ. ໃນກໍລະ ນີ້ ທີ່ຍັງບໍ່ມີ ວີຊາ ແມ່ນໃຫ້ສະເຫນີຂໍວີຊາ ຢູ່ສະຖານທູດ ຫຼືສະຖານກົງສຸນລາວປະຈໍາປະເທດທີ່ຕົນອາໃສຢູ່ກ່ອນເດີນທາງເຂົ້າມາ ສປປ ລາວ;
7.ສຳລັບຄົນຕ່າງປະເທດ ແລະຜູ້ທີ່ບໍ່ມີສັນຊາດທີ່ມີວີຊາເຂົ້າ-ອອກ ຫຼາຍເທື່ອ ແລະບັດພັກ ເຊົາຊົ່ວຄາວຢູ່ ສປປ ລາວ ທີ່ຍັງມີອາຍຸການນໍາໃຊ້ຢ່າງຖືກຕ້ອງກໍ່ຄື: ນັກການທູດ, ພະນັກງານຂອງສະຖານທູດ ແລະສະຖານກົງສຸນຕ່າງປະເທດ, ພະນັກງານຜູ້ຕາງຫນ້າ ອົງການຈັດຕັ້ງສາກົນ ທີ່ນອນຢູ່ໃນເຄືອຂ່າຍຂອງ ອົງການສະຫະປະຊາຊາດ, ອົງການຈັດຕັ້ງສາກົນ ທີ່ໄດ້ຮັບອະພິສິດ ແລະເອກະສິດທາງການທູດ ລວມທັງສະມາຊິກຄອບຄົວ ແມ່ນສາມາດເດີນທາງເຂົ້າມາ ສປປ ລາວ ໂດຍບໍ່ຈໍາເປັນສະເຫນີຜ່ານ ກົມກົງສຸນກະຊວງການຕ່າງປະເທດ ລວມເຖິງຊ່ຽວຊານ, ນັກລົງທຶນ, ນັກທຸລະກິດ, ວິຊາການ, ແຮງງານຂອງ ບໍລິສັດ ຫຼື ໂຄງການ ແລະ ນັກສຶກສາຕ່າງປະເທດ ເມື່ອໄດ້ລົງທະບຽນໃນເວບໄຊ: laogreenpass.gov.la ເພື່ອຂໍເອົາ QR-Code ແລະຄົບເງື່ອນໄຂຂ້າງເທິງແມ່ນສາມາດເດີນທາງເຂົ້າມາ ສປປ ລາວ ໂດຍບໍ່ຈໍາເປັນສະເຫນີຜ່ານ ກົມກົງສຸນ ກະຊວງການຕ່າງປະເທດ.
ເມື່ອທຸກຄົນມາຮອດ ສປປ ລາວ ຕ້ອງໄດ້ເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດໂຄວິດ-19 ດ້ວຍເຄື່ອງ RT-PCR ແລະຈໍາກັດບໍລິເວນເພື່ອລໍຖ້າຜົນກວດຫາເຊື້ອພະຍາດໂຄວິດ-19 ຢ່າງຫນ້ອຍ 48 ຊົ່ວໂມງ ຢູ່ສະຖານທີ່ທີ່ທາງຄະນະສະເພາະກິດກໍານົດໃຫ້ ຕາມ ແຈ້ງການຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະບັບເລກທີ 258/ຫສນຍ ແລະຕ້ອງໄດ້ຕິດຕັ້ງ ແລະ ລົງທະບຽນ ໂປຣແກຣມ (ແອັບ) LaoKYC ໃນໂທລະສັບມືຖືຂອງຕົນ ເພື່ອໃຊ້ບໍລິ ການ “ ລາວ ສູ້ສູ້ ເພື່ອຄວາມສະດວກ ໃນເວລາເຄື່ອນໄຫວຕາມສະຖານທີ່ຕ່າງໆ (ຍົກເວັ້ນ ນັກການທູດ, ພະນັກງານຂອງ ສະຖານທູດ ແລະ ສະຖານກົງສຸນຕ່າງປະເທດ, ພະນັກງານຜູ້ຕາງຫນ້າອົງການຈັດຕັ້ງສາກົນ ທີ່ນອນຢູ່ໃນເຄືອຂ່າຍຂອງ ອົງການສະຫະປະຊາຊາດ, ອົງການຈັດຕັ້ງສາກົນທີ່ໄດ້ຮັບອະພິສິດ ແລະ ເອກະ
ສິດທາງການທູດ ລວມທັງສະມາຊິກຄອບຄົວ.
ສໍາລັບພົນລະເມືອງລາວ ແລະພົນລະເມືອງຕ່າງປະເທດ ທີ່ຕ້ອງການເດີນທາງອອກໄປຕ່າງປະເທດ (ໃນທຸກກໍລະນີ) ສາມາດແຈ້ງອອກກັບເຈົ້າຫນ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ປະຈໍາດ່ານທີ່ຈະເດີນທາງ ໂດຍບໍ່ຕ້ອງຂໍອະນຸຍາດກັບຄະນະສະເພາະກິດ ແລະຕ້ອງໄດ້ກະກຽມເອກະສານຕາມເງື່ອນໄຂ ແລະ ມາດຕະການຂອງປະເທດປາຍທາງທີ່ກໍານົດໄວ້ຢ່າງຄົບຖ້ວນ.

Address

Vientiane
01000

Website

Alerts

Be the first to know and let us send you an email when AGL Insurance Agent code: 691- ຕົວແທນ ບປລ ລະຫັດ: 691 posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share