18/07/2022
Tether (USDT) ແມ່ນຫຍັງ?
USDT ເປັນ Stablecoin ຫຼືສະກຸນເງິນຄົງທີ່ເຊິ່ງສະທ້ອນໃຫ້ເຫັນເຖິງລາຄາຂອງເງິນໂດລາສະຫະລັດ ທີ່ອອກໃຫ້ໂດຍບໍລິສັດ Tether ທີ່ຮ່ອງກົງ ຫຼຽນ USDT ນັ້ນແມ່ນໄດ້ຜູກມັດກັບເງິນໂດລາສະຫະລັດເຊິ່ງຈໍານວນເງິນໂດລາຈະເທົ່າກັບຈໍານວນຫຼຽນ USDT ໃນລະບົບ.
USDT ປ່ອຍອອກມາຄັ້ງທໍາອິດໃນເດືອນກໍລະກົດ 2014 ໃນຊື່ Realcoin ເຊິ່ງເປັນ token ສະກຸນເງິນດິຈິຕອນທີ່ໃຊ້ລະບົບ Omni ທີ່ສ້າງຂຶ້ນໃນ Bitcoin Blockchain ຕໍ່ມາໄດ້ປ່ຽນຊື່ເປັນ USTether ແລະສຸດທ້າຍເປັນ USDT ນອກຈາກການຈະຖືກນໍາໃຊ້ໃນ Bitcoin Blockchain, USDT ໄດ້ອັບເດດປັບປຸງລະບົບໃຫ້ສາມາດໃຊ້ໄດ້ໃນ Ethereum , EOS, Tron, Algorand ແລະ OmiseGo Blockchain ເຊັ່ນດຽວກັນ.
USDT ຈະບໍ່ມີ Blockchain ຂອງຕົນເອງ ແຕ່ຈະໃຊ້ Blockchain ອື່ນທີ່ມີ 2 Layer ແທນເຊັ່ນ : Blockchain ຂອງ Bitcoin, Ethereum, EOS, Tron, Algorand, Bitcoin Cash, ແລະ OmiseGo ເຊິ່ງ Blockchains ເຫຼົ່ານີ້ແມ່ນມີການຮັກສາຄວາມປອດໄພດ້ວຍລະບົບ Algorithrm.
Tether ໄດ້ເປີດເຜີຍວ່າເງິນໂດລາສະຫະລັດແມ່ນໄດ້ມີການສຳຮອງໄວ້ ແລະຫຼຽນ USDT ແລະໄດ້ຮັບການກວດສອບເປັນໄລຍະໂດຍຜູ້ຊ່ຽວຊານຢ່າງສະຫມຳສະເຫມີ ຜູ້ໃຊ້ສາມາດເຂົ້າເຖິງຂໍ້ມູນໄດ້ງ່າຍແລະສາມາດຕິດຕາມກວດສອບການເຮັດທຸລະກໍາທີ່ເກີດຂື້ນໃນ Blockchain ໄດ້.