09/01/2022
ສຳລັບລາຍຮັບທີ່ທ່ານໄດ້ມາແຕ່ລະເດືອນ: ໃຊ້ຈ່າຍກ່ອນເກັບ ຫຼື ເກັບກ່ອນໃຊ້ຈ່າຍ ແບບໃດທ່ານຄິດວ່າດີກວ່າກັນ ?
ໜື່ງເປົ້າໝາຍທາງການເງິນທີ່ຫຼາຍຄົນມັກຕັ້ງເປົ້າໝາຍໃນຕົ້ນປີກໍ່ຄືການມີເງິນເກັບ ຫຼື ເງິນອອມ ຕາມວັດຖຸປະສົງຂອງໃຜລາວບໍ່ວ່າຈະເປັນເງິນອອມເພື່ອລາຍຈ່າຍສຸກເສີນ, ເງິນອອມເພື່ອລົງທຶນ, ເງິນອອມເພື່ອຊື້ຊັບສິນຕ່າງໆ
ແນວໃດກໍ່ຕາມເຖີ່ງວ່າຫຼາຍຄົນຈະຕັ້ງເປົ້າໝາຍການອອມມາເປັນຢ່າງດີແຕ່ພໍຮອດເວລາປະຕິບັດ ກັບບໍ່ສາມາດອອມເງິນໄດ້ຕາມເປົ້າໝາຍທີ່ຕົນໄດ້ວາງໄວ້
ສາເຫດຫລັກກໍ່ເພາະວ່າຫຼາຍຄົນເລືອກທີ່ຈະອອມເງິນຫລັງຈາກໃຊ້ຈ່າຍໄປແລ້ວ ຕົວຢ່າງງ່າຍໆກໍ່ຄື ເມື່ອໄດ້ຮັບເງິນເດືອນມາກໍ່ມັກຈະໄປໃຊ້ຈ່າຍກ່ອນແລ້ວຄ່ອຍເອົາເງິນສ່ວນທີ່ເຫລືອມາເປັນເງິນອອມ
ທີ່ເປັນແນວນີ້ກໍ່ເພາະຫລັງຈາກການເຮັດວຽກໜັກມາຕະຫລອດໜື່ງເດືອນເຕັມຫຼາຍຄົນຕ້ອງການຜ່ອນຄາຍໃນຮັບແບບຕ່າງໆເຊັ່ນ: ການໄປກິນເຂົ້ານອກບ້ານ, ຊື້ເຄື່ອງໃຊ້ທີ່ຟຸ້ມເຟື່ອຍ ຫຼື ການຊຸມແຊວສັງສັນຕ່າງໆ ລ້ວນແລ້ວແຕ່ຕ້ອງໃຊ້ເງິນທັ້ງນັ້ນ, ສະຫລຸບຄືການໃຊ້ຈ່າຍເງິນແບບບໍ່ຮູ້ໂຕຈົນເກີດບັນຫາບໍ່ສາມາດເກັບອອມເງິນໄດ້ຕາມທີ່ໄດ້ຕັ້ງໃຈ ຫຼືອາດຈະບໍ່ມເງິນອອມເລີຍໃນບາງເດືອນ
ຮູ້ແນວນີ້ແລ້ວ "ໃຊ້ຈ່າຍກ່ອນເກັບອອມ" ຄືຊິບໍ່ແມ່ນວິທີທີ່ດີສຳລັບການອອມຢ່າງແນ່ນອນ. ຄຳຖາມຄື ແລ້ວວິທີໃດຈະຊ່ວຍໃຫ້ເຮົາອອມເງິນຕາມເປົ້າໝາຍທີ່ຕັ້ງໄວ້ໄດ້ແດ່ ?
ເລີ່ມຕົ້ນງ່າຍໆດ້ວຍການປັບພຶດຕິກຳການເງິນດ້ວຍວິທີ "ເກັບອອມກ່ອນໃຊ້ຈ່າຍ" ເວົ້າງ່າຍໆກໍ່ຄືເມື່ອໄດ້ຮັບເງິນເດືອນມາທົດລອງຫັກເງິນອອມໄວ້ກ່ອນຈາກນັ້ນຄ່ອຍເອົາເງິນສ່ວນທີ່ເຫລືອມາໃຊ້ຈ່າຍຕ່າງໆໃນຊີວິດປະຈຳວັນ. ໂດຍເຮົາສາມາດກຳນົດເປັນສັດສ່ວນເງິນທີ່ຈະອອມຕົວຢ່າງ 10%-20% ຂອງເງິນເດືອນໂດຍຈະເຮັດແນວນີ້ເປັນປະຈຳທຸກໆເດືອນສະສົມໄປເລື້ອຍໆ
ອີກຢ່າງໜື່ງທີ່ສຳຄັນຄືການແຍກບັນຊີເງິນອອມອອກຈາກບັນຊີໃຊ້ຈ່າຍ, ຫຼາຍຄົນຈື່ງເລືອກໃຊ້ວິທີຫັກເງິນອອມແບບອັດຕະໂນມັດອອກຈາກບັນຊີເງິນເດືອນນັ້ນເລີຍ. ນອກຈາກນີ້ເຮົາຍັງຄວນແຍກບັນຊີເງິນອອກຕາມວັດຖຸປະສົງຕ່າງໆດ້ວຍເຊັນກັນເຊັນ:
- ບັນຊີເງິນອອມເພື່ອລາຍຈ່າຍສຸກເສີນ ຄວນມີເງິນອອມ 6-12 ເທົ່າຂອງລາຍຈ່າຍໃນແຕ່ລະເດືອນ
- ບັນຊີເງິນອອມໄລຍະກາງເຊັ່ນ: ການອອມເງິນເພື່ອຜ່ອນບ້ານ, ຜ່ອນລົດ...
- ບັນຊີເງິນອອມເພື່ອການລົງທຶນເຊັ່ນ: ການລົງທຶນໃນຮຸ້ນສາມັນ, ຮຸ້ນກູ້, ພັນທະບັດລັດຖະບານ ແບບສະເລ່ຍຕົ້ນທຶນ ຫຼື Dollar Cost Average (DCA)
ຖ້າເຮັດໄດ້ຄືແນວນີ້ກໍ່ຈະຊ່ວຍໃຫ້ເຮົາສາມາດອອມເງິນຕາມເປົ້າໝາຍໄດ້ ແລະ ຍັງງ່າຍຕໍ່ການບໍລິຫານຈັດສັນເງິນອອມທີ່ເຮົາສະສົມໄວ້ນຳ
ແລ້ວທ່ານເດ ເລືອກວິທີໃດໃນການອອມເງິນຂອງທ່ານ "ໃຊ້ຈ່າຍກ່ອນເກັບອອມ" ຫຼື "ເກັບອອມກ່ອນໃຊ້ຈ່າຍ"