01/09/2026
ໂຄງການສຳຫຼວດ ແລະ ເກັບກູ້ລະເບີດທີ່ບໍ່ທັນແຕກ ທີ່ຍັງຕົກຄ້າງ ໄລຍະທີ 7 ໄດ້ສຳເລັດການກວດກູ້ພື້ນທີ່ 14,8 ລ້ານຕາແມັດຢູ່ທີ່ ພາກໃຕ້ຂອງ ສປປ ລາວ.
𝐔𝐗𝐎 𝐂𝐥𝐞𝐚𝐫𝐚𝐧𝐜𝐞 𝐏𝐫𝐨𝐣𝐞𝐜𝐭 𝐏𝐡𝐚𝐬𝐞 𝐕𝐈𝐈 𝐍𝐞𝐚𝐫𝐬 𝐂𝐨𝐦𝐩𝐥𝐞𝐭𝐢𝐨𝐧 𝐰𝐢𝐭𝐡 𝟏𝟒.𝟖 𝐌𝐢𝐥𝐥𝐢𝐨𝐧 𝐌𝐞𝐭𝐞𝐫𝐬 𝐂𝐥𝐞𝐚𝐫𝐞𝐝 𝐢𝐧 𝐒𝐨𝐮𝐭𝐡𝐞𝐫𝐧 𝐋𝐚𝐨 𝐏𝐃𝐑
ອົງການເອັນພີເອ ແລະ ຄູ່ຮ່ວມງານພາກລັດຖະບານ ໄດ້ພົບປະກັນຢູ່ທີ່ແຂວງສາລະວັນ ໃນວັນທີ 19 ສິງຫາ ທີ່ຜ່ານມາ ເພື່ອທົບທວນຜົນໄດ້ຮັບຂອງໂຄງການສຳຫຼວດ ແລະ ກວດກູ້ລະເບີດ ໄລຍະທີ 7 ເຊິ່ງໄດ້ກວດກູ້ພື້ນທີ່ດິນ 14,8 ລ້ານຕາແມັດ ແລະ ທຳລາຍລະເບີດຫຼາຍກວ່າ 13,000 ໜ່ວຍຢູ່ພາກໃຕ້ຂອງ ສປປ ລາວ. ໄລຍະ 7 ຂອງໂຄງການແມ່ນໃກ້ຈະສິ້ນສຸດໃນວັນທີ 31 ຕຸລາ, ກອງປະຊຸມໄດ້ເນັ້ນໜັກເຖິງຄວາມຄືບໜ້າທີ່ບັນລຸໄດ້ ແລະ ຄວາມຕ້ອງການສືບຕໍ່ຮ່ວມມືຢ່າງໃກ້ຊິດ ເພື່ອເຮັດໃຫ້ຊຸມຊົນມີຄວາມປອດໄພຂຶ້ນ ແລະ ເພື່ອການພັດທະນາທ້ອງຖິ່ນ.
ກອງປະຊຸມເປັນປະທານໂດຍ ທ່ານຮອງເຈົ້າແຂວງສາລະວັນ ແລະ ການເປັນປະທານຮ່ວມໂດຍ ຮອງປະທານປົກຄອງແຂວງຈຳປາສັກ, ເຊກອງ ແລະ ອັດຕະປື ແລະ ຮອງຫົວໜ້າອົງການເອັນພີເອ. ບັນດາຜູ້ແທນ ແລະ ຜູ້ຕ່າງໜ້າຈາກກະຊວງການຕ່າງປະເທດ ແລະ ຄຊກລ ແລະ ຄະນະຈາກຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ.
ດ້ວຍທຶນສະໜັບສະໜູນຈາກລັດຖະບານສະຫະລັດອາເມລິກາ ແລະ ລັດຖະບານນອກແວ, ອົງການເອັນພີເອໄດ້ມີທີມກວດກູ້ 41 ທີມ, ທີມສຳຫຼວດ 8 ທີມ, ທີມງານໂຄສະນາ 4 ທີມ ແລະ ທີມງານຖາງປ່າ 1 ທີມ ທົ່ວພາກໃຕ້ຂອງ ສປປ ລາວ.
ຜົນສຳເລັດຫຼັກ ຮອດເດືອນສິງຫາ 2026:
- ກວດກູ້ພື້ນທີ່ໄດ້ທັງໝົດ 14,8 ລ້ານຕາແມັດ
- ທຳລາຍລະເບີດ 13,152 ໜ່ວຍ
- ສຳຫຼວດພື້ນທີ່ໄດ້ 12,9 ລ້ານຕາແມັດ, ເນື້ອທີ່ ທີ່ມີການປົນເປື້ອນຈາກ ລບຕ 45 ພື້ນທີ່ ເຊິ່ງກວມ 3,5 ລ້ານຕາແມັດ
ໄດ້ຈັດກິດຈະກຳໂຄສະນາຄວາມສ່ຽງໄພຈາກ ລບຕ 1,806 ຄັ້ງຢູ່ 96 ບ້ານ ເຊິ່ງມີຜູ້ເຂົ້າຮ່ວມ 279,310 ຄົນ
- ມີປະຊາຊົນ 15,963 ຄົນໄດ້ຮັບຜົນປະໂຫຍດຈາກເນື້ອທີ່ດິນທີ່ໄດ້ກວດກູ້ແລ້ວ.
ໃນກອງປະຊຸມ, ທ່ານນາງ ຫລິນ ຫງຽນ, ຮອງອົງການເອັນພີເອ ໄດ້ສະແດງຄວາມຂອບໃຈ ສຳລັບຄວາມເຊື່ອໝັ້ນ, ການຮ່ວມມື ແລະ ການສະໜັບສະໜູນ ຈາກພາກສ່ວນລັດຖະບານ ເຊິ່ງຖືເປັນສ່ວນສຳຄັນໃນການຈັດຕັ້ງປະຕິບັດໂຄງການ, ລາຍງານ ແລະ ຕິດຕາມໂຄງການ ເພື່ອຮັບປະກັນໃຫ້ກິດຈະກຳຂອງອົງການເອັນພີເອຕອບສະໜອງຄວາມຕ້ອງການຂອງຊຸມຊົນ ແລະ ບຸລິມະສິດໃນການພັດທະນາເສດຖະກິດ-ສັງຄົມທ້ອງຖິ່ນ.
ທນນາງ ຫລິນ ຍັງໄດ້ຮັບຮູ້ເຖິງຄວາມທຸ້ມເທ, ການເຮັດວຽກແບບມືອາຊີບ ແລະ ຄວາມພະຍາຍາມໃນການເຮັດຂອງພະນັກງານອົງການເອັນພີເອທຸກໆຄົນ ເຊິ່ງເປັນປັດໃຈສຳຄັນໃນການບັນລຸພາລະກິດຂອງອົງການເອັນພີເອ ແລະ ການສະໜັບສະໜູນຊຸມຊົນໃນທົ່ວພາກໃຕ້ຂອງ ສປປ ລາວ.
ອົງການເອັນພີເອຂໍສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານສະຫະລັດອາເມລິກາ 🇺🇸 ໂດຍຜ່ານສະຖານທູດສະຫະລັດອາເມລິກາປະຈຳນະຄອນຫຼວງວຽງຈັນ ແລະ ລັດຖະບານນອກແວ 🇳🇴 ທີ່ສະໜັບສະໜູນທຶນຊ່ວຍເຫຼືອ ແລະ ສະໜັບສະໜູນຕໍ່ເນື່ອງໃນການເກັບກູ້ລະເບີດທີ່ບໍ່ທັນແຕກຢູ່ ສປປ ລາວ 🇱🇦, ພ້ອມທັງກະຊວງການຕ່າງປະເທດ, ຄຊກລ, ຄະນະກຳມະການຂັ້ນແຂວງ ແລະ ຂັ້ນເມືອງ, ລວມໄປເຖິງຊຸມຊົນທ້ອງຖິ່ນ ແລະ ພະນັກງານເອັນພີເອທຸກໆຄົນສຳລັບການຮ່ວມມື ແລະ ຄວາມທຸ່ມເທທີ່ລຳ້ຄ່ານີ້.
----
Norwegian People's Aid (NPA) and government partners met in Saravane Province on 19 August 2026 to review the results of the UXO Clearance Project Phase VII, which has cleared 14.8 million square meters of land and destroyed more than 13,000 unexploded ordnance items across Southern Lao PDR. As the current phase nears its conclusion on 31 October, the meeting highlighted both the scale of progress achieved and the continued need for close cooperation to support safer communities and local development.
The meeting was chaired by the Saravane Provincial Deputy Governor, with co-chairs from the Provincial Deputy Governors of Champasak, Sekong and Attapeu, and the NPA Deputy Country Director. Leaders and representatives from the Ministry of Foreign Affairs (MOFA), National Regulatory Authority (NRA), and provincial and district authorities also attended.
Funded by the Governments of the United States and Norway, NPA deployed 41 UXO clearance teams, eight survey teams, four EORE teams, and one mechanical vegetation cutting team across Southern Lao PDR.
Key achievements as of August 2026:
- 14.8 million m² cleared
- 13,152 UXO items destroyed
- 12.9 million m² surveyed, identifying 45 contaminated areas covering 3.5 million m²
- 1,806 EORE sessions delivered in 96 villages, reaching 279,310 people
- 15,963 people directly benefiting from cleared land
Speaking at the meeting, NPA Deputy Country Director Mrs. Linh Nguyen expressed NPA’s deep appreciation for the trust, cooperation and support provided by government counterparts, which have been essential to the successful implementation, reporting and oversight of the project, as well as ensuring that NPA’s activities respond to community needs and local socio-economic development priorities.
Mrs. Linh also recognised the dedication, professionalism and hard work of NPA staff, whose commitment has been instrumental in delivering NPA’s mission and supporting communities across Southern Lao PDR.
NPA extends its sincere appreciation to the Government of the United State 🇺🇸 through the U.S. Embassy Vientiane and the Government of Norway 🇳🇴 for their generous funding and continued support for UXO clearance in Lao PDR 🇱🇦, as well as to the Ministry of Foreign Affairs, National Regulatory Authority for the UXO/Mine Action Sector, provincial and district authorities, local communities, and all NPA staff for their invaluable cooperation and dedication.