ບໍລິສັດ ວົງສອນສະໝຸດ ຈຳກັດຜູ້ດຽວ vssm.sole co.,tld

ບໍລິສັດ ວົງສອນສະໝຸດ ຈຳກັດຜູ້ດຽວ vssm.sole co.,tld Welcome to our service

ວານນີ້ 6 ພຶດສະພາ ທິມງານ ບໍລິສັດ ວົງສອນສະໝຸດ ຈຳກັດຜູ້ດຽວ ຮ່ວມງານສືບສານປະເພນີ ບຸນບັ້ງໄຟ ປະຈຳປີ ພສ ໒໕໖໙ ທີ່ວັດຫລັງຄັງທອງ ໄຊ...
07/05/2026

ວານນີ້ 6 ພຶດສະພາ ທິມງານ ບໍລິສັດ ວົງສອນສະໝຸດ ຈຳກັດຜູ້ດຽວ ຮ່ວມງານສືບສານປະເພນີ ບຸນບັ້ງໄຟ ປະຈຳປີ ພສ ໒໕໖໙ ທີ່ວັດຫລັງຄັງທອງ ໄຊຍະຣາມ ບ້ານຫລັງຄັງ ເມືອງບົວລະພາ ແຂວງຄຳມ່ວນ # ງານປີນີ້ ມ່ວນຊື່ນຫລາຍ

13/03/2026
13/03/2026

🔮 ຄຳທຳນາຍປີໃໝ່ ຈສ 1388, ຄສ 2026, ພສ 2569:

📅 ວັນສັງຂານລ່ວງ: ວັນອັງຄານ (ມື້ເປີກສະງ້າ), ແຮມ 12 ຄໍ່າ ເດືອນ 5, ພສ 2568 ກົງກັບວັນທີ່ 14 ເມສາ 2026, ເວລາ 10 ໂມງ 42 ນາທີ 36 ວິນາທີ. ☀️

⏳ ວັນສັງຂານເນົາ: ວັນພຸດ (ມື້ກັດມົດ), ແຮມ 13 ຄ່ຳ ເດືອນ 5, ພສ. 2568 ກົງກັບວັນທີ 15 ເມສາ 2026. 💦

✨ ສັງຂານຂຶ້ນ: ວັນພະຫັດ (ມື້ກົດສັນ), ແຮມ 14 ຄໍ່າ ເດືອນ 5, ພສ 2568 ກົງກັນວັນທີ່ 16 ເມສາ 2026 ໃນເວລາ 14 ໂມງ 40 ນາທີ 12 ວິນາທີ, ປ່ຽນວັນຖະເຫຼີງສົກປີໃໝ່ລາວ ຈຸນລະສັກກະຣາດ ເປັນປີ ຈສ 1388 ຢ່າງເປັນທາງການ; 🎊 (ສ່ວນມື້ປ່ຽນຈາກ ພສ 2568 ເປັນ ພສ 2569 ຢ່າງເປັນທາງການ ນັ້ນ ແມ່ນຈະປ່ຽນໃນມື້ບຸນວິສາຂະບູຊາ ຂຶ້ນ 15 ຄໍ່າ ເດືອນ 6 ລາວ ເປັນຕົ້ນໄປ). 🙏

👸 ນາງສັງຂານປີນີ້: ແມ່ນນາງເທບພະທິດາອົງທີ 3 ຊົງພະນາມວ່າ "ຮາກສະເທວີ"
🌸 ຊົງພະຫູຣັດທັດດອກບົວຫຼວງ.​
💎 ອາພອນປະດັບໄປດ້ວຍແກ້ວໂມຣາ (ແກ້ວລາຍ).​
🩸 ສະເຫວີຍໂລຫິດ (ກິນເລືອດ) ເປັນອາຫານ.​
🔱 ພະຫັດຂວາຊົງຖືຕຣີສູນ (ຫອກສາມງ່າມ).
🏹 ພະຫັດຊ້າຍຊົງຖືລູກທະນູ.
💤 ສະເດັດໄສຍາດ (ນອນ) ຫຼັບຕາ ມາເທິງຫຼັງ ວະຣາຫະ (ໝູ) ເປັນພາຫະນະ 🐷

🌧️ ເກນພິຣຸນະສາດ: ພະຫັດເປັນອະທິບໍດີ, ນາກຫຼີ້ນນໍ້າ 3 ໂຕ 🐉, ບັນດານໃຫ້ຝົນຕົກ 500 ຫ່າ:
🌌 ຕົກໃນຂອບຈັກກະວານ 200 ຫ່າ
🏔️ ຕົກໃນປ່າຫິມະພານ 150 ຫ່າ
🌊 ຕົກໃນມະຫາສະໝຸດ 100 ຫ່າ
🌍 ຕົກໃນໂລກມະນຸດ 50 ຫ່າ
🔥 ເກນທາຣາທິຄຸນ: ຕົກຣາສີ ເຕໂຊ (ໄຟ), ນໍ້າຈະໜ້ອຍ, ຝົນຈະມີພໍສົມຄວນ, ນາລຸ່ມ ແລະ ນາດອນ ຈະມີຜົນດີ ແລະ ມີຜົນບໍ່ດີປະປົນກັນໄປ, ຈະມີລົມພັດສະໝໍ່າສະເໝີກັນ ມາຈາກທິດທັງ 4 ຕາມລະດູການ. 🌬️
🌾 ເກນທັນຍາຫານ: ຊື່ວ່າ "ປາປະ", ເຂົ້າກ້າໄຮ່ນາ ຈະໄດ້ແຕ່ 1 ສ່ວນ ເສຍໄປ 10 ສ່ວນ, ຈະເກີດທຸບພິກຂະໄພຕ່າງໆ ປະຊາຊົນຈະໄດ້ທຸກລຳບາກ ເພາະທັນຍາຫານແພງ ບາງແຫ່ງກໍເກີດເສຍຫາຍຫຼາຍ. ⚠️
🍖 ເກນຜະລາມັດສະມັງສາຫານ: ໝາກໄມ້ຈະມີພໍສົມຄວນ 🍎, ຊີ້ນປາອາຫານ ຈະຂາດເຂີນ ບໍ່ພໍຢູ່ ບໍ່ພໍກິນ ບໍ່ພໍໃຊ້. 🐟
🌳 ຣຸກຂະຊາດ:ໄມ້ກ່ອມເກາະ (ໄມ້ສົ້ມພໍ, ໄມ້ຂ່ວຍ, ໄມ້ທົ່ມ) ເປັນພະຍາ, ຄົນທັງຫຼາຍ ມັກຕື່ນຂ່າວອະກຸສົນ. 📢
🗓️ ເກນກາລະໂຍກ:
🚩 ວັນຈັນ ເປັນທຸງໄຊ
👑 ວັນເສົາ ເປັນອະທິບໍດີ
🚫 ວັນຈັນ ເປັນອຸບາດ
🌑 ວັນຈັນ ເປັນໂລກາວິນາດ
(ຈະເຮັດສິ່ງມຸງຄຸນໃດໆໃນປີນີ້ໃຫ້ເລືອກ ວັນຈັນ ແລະ ວັນເສົາ) ✅

📝ຄຳນວນໂດຍ: ສາທຸ​ ບຸນທັນ​ ປຸນຍະກາມະເຖຣະ ວັດປ່າໂພນເພົາ ວະນາຣາມ ນະຄອນຫຼວງພະບາງ
ພາບໂດຍ: AI,​ ສະເໜ່​ຫຼວງພະບາງ.​
✍🏻Lao Youth​ Radio​ FM​ 90​ MHz

ເຂດບ້ານເຮົາມີບໍ?
13/03/2026

ເຂດບ້ານເຮົາມີບໍ?

ຕາມນີ້ເດີພີ່ນ້ອງ!!

ອີງຕາມແຈ້ງການຂອງຫ້ອງການ, ກະຊວງ ອຄ ສະບັບເລກທີ 0583/ຫກ, ລົງວັນທີ 02 ມີນາ 2026 , ທາງກະຊວງໄດ້ວາງມາດຕະການຢ່າງເຂັ້ມງວດໃຫ້ທຸກປໍ້ານໍ້າມັນຕ້ອງເປີດບໍລິການເປັນປົກກະຕິ ແລະ ຫ້າມມີການກັກຕຸນ ຫຼື ປະຕິເສດການສະໜອງນໍ້າມັນໂດຍບໍ່ມີເຫດຜົນ.

ດັ່ງນັ້ນ, ເພື່ອຮັກສາສະຖຽນລະພາບທາງດ້ານລາຄາ ແລະ ການບໍລິການ, ກະຊວງ ອຄ ຈຶ່ງຂໍຄວາມຮ່ວມມືຈາກພໍ່ແມ່ປະຊາຊົນ. ຫາກທ່ານພົບເຫັນປໍ້ານໍ້າມັນໃດມີພຶດຕິກຳດັ່ງຕໍ່ໄປນີ້:
1. ປິດປໍ້າຊົ່ວຄາວ ຫຼື ຖາວອນ ໂດຍບໍ່ມີເຫດຜົນ ແລະ ບໍ່ມີການຕິດປ້າຍແຈ້ງເຕືອນລ່ວງໜ້າ 3 ວັນ.

2. ສວຍໂອກາດຂາຍນໍ້າມັນໃນລາຄາທີ່ສູງກວ່າ ລາຄາປົກກະຕິທີ່ລັດກຳນົດ.

3. ປະຕິເສດການຂາຍນໍ້າມັນ ໂດຍບໍ່ມີເຫດຜົນອັນສົມຄວນ.

ຂໍໃຫ້ທ່ານຮີບຮ້ອນແຈ້ງເບາະແສ ຫຼື ຮ້ອງຮຽນໂດຍກົງມາຍັງ ພະນັກງານ ກົມ ການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ຜ່ານໝາຍເລກໂທລະສັບ: 020 22259418, 020 55615256(ສາມາດໂທແຈ້ງໄດ້ໃນໂມງລັດຖະການ).

ທຸກການແຈ້ງເບາະແສຂອງທ່ານ ຈະເປັນສ່ວນສຳຄັນໃນການຊ່ວຍໃຫ້ເຈົ້າໜ້າທີ່ລົງກວດກາ ແລະ ດຳເນີນມາດຕະການຢ່າງເຂັ້ມງວດຕໍ່ຜູ້ທີ່ລະເມີດລະບຽບການ. ກະຊວງ ອຄ ພ້ອມແລ້ວທີ່ຈະຄຽງຂ້າງ ແລະ ປົກປ້ອງຜົນປະໂຫຍດຂອງພໍ່ແມ່ປະຊາຊົນໃນທຸກສະຖານະການ.

ຂໍ້ມູນຈາກ: ກະຊວງອຸດສາຫະກຳ ແລະ ການຄ້າ
---------

15/02/2026

👏 🚢💰 ລາວກຳລັງເປີດປະຕູ ສູ່ຕະຫຼາດຕາເວັນອອກກາງ!
ຄະນະລັດຖະບານລາວ ແລະ ນັກທຸລະກິດກວ່າ 60 ທ່ານ ໄດ້ເຂົ້າຮ່ວມ ການເຈລະຈາ ທຸລະກິດຄັ້ງສຳຄັນຢູ່ ນະຄອນຫຼວງດູໄບ - ສະຫະນະຄອນ ອາເມຣັດ ອາຣັບ ຫຼື UAE ແລະ ຜົນໄດ້ຮັບ ອາດຈະປ່ຽນແປງ ເສດຖະກິດລາວໃນອະນາຄົດ!

ວັນທີ 2-6 ກຸມພາ 2026: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ ແລະ ທ່ານ ຈັນທອນ ສິດທິໄຊ ຮອງປະທານ ສຄອຊ ໄດ້ນຳພາຄະນະທຸລະກິດຈຳນວນ 3-4 ພາກສ່ວນ ຈາກຂະແໜງການຄ້າ, ທ່າບົກທ່ານາແລ້ງ Dry port, ທະນາຄານຄຳ, ທະນາຄານ, ທາງດ່ວນ Railway ເດີນທາງຕິດຕາມຄະນະທາງການ ຂອງ ພະນະ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຂັ້ນນຳບັນດາກະຊວງ ການເງີນ, ກະຊວງ ເຕັກໂນໂລຊີ, ກະຊວງ ອຸດສາຫະກຳແລະການຄ້າ, ກະຊວງ ການຕ່າງປະເທດ, ທະນາຄານ ແຫ່ງ ສປປ ລາວ ໃນການເດີນທາງຢ້ຽມຢາມຢ່າງເປັນທາງການ ແລະ ການເຂົ້າຮ່ວມກອງປະຊຸມສຸດຍອດລັດຖະບານໂລກ 2026.

✍️ ຜົນສຳເລັດ:

ເຊັນ MOU 2 ສະບັບ:
• ສຄອຊ ↔️ ສະພາການຄ້າ Sharjah
• PTL Holding + Gulftainer ↔️ ລາວ

🎯 ຂະແໜງທີ່ເປີດໂອກາດ:

- ຂົນສົ່ງ-ໂລຈິສຕິກ
- ທ່າບົກ Dry Port - ທ່າເຮືອ
- ທາງລົດໄຟດ່ວນ Railway
- ອຸດສາຫະກຳປຸງແຕ່ງທັນສະໄໝ
- ທະນາຄານ ແລະ ການເງີນ

💡 ເປັນຫຍັງຈຶ່ງສຳຄັນ?
ລາວເປັນປະເທດບໍ່ມີທາງອອກທະເລ → ຄວາມຮ່ວມມືກັບ UAE (ມີທ່າເຮືອທີ່ທັນສະໄໝ) = ເປີດເສັ້ນທາງການຄ້າສູ່ຕະຫຼາດຕາເວັນອອກກາງ, ອາຟຣິກາ ແລະ ເອີຣົບ!

#ຂ່າວເສດຖະກິດລາວ #ການຄ້າສາກົນ #ໂອກາດການລົງທຶນ #ທ່າບົກລາວ

VSSM SOLE.,LTD @ຂົວມິດຕະພາບ 3  ລາວ~ໄທ
14/02/2026

VSSM SOLE.,LTD @ຂົວມິດຕະພາບ 3 ລາວ~ໄທ

ໂຊກໆ ຫມານໆ ເຮັງໆ
12/02/2026

ໂຊກໆ ຫມານໆ ເຮັງໆ

VSSM Sole .,Ltd @ ນາເພົ້າ
12/02/2026

VSSM Sole .,Ltd @ ນາເພົ້າ

30/01/2026

ບໍລິສັດ ວົງສອນສະໝຸດ ຈຳກັດຜູ້ດຽວ
ຍີນດີໃຫ້ບໍລິການວ່ອງໄວທັນໃຈ ຄັນບໍ່ທັນໃຈຂໍໂທດ😅
ຕິດຕໍ່ວຽກ ⁨020 54 435 522⁩ - 02058566999

Address

Langkhang
Thakhek

Website

Alerts

Be the first to know and let us send you an email when ບໍລິສັດ ວົງສອນສະໝຸດ ຈຳກັດຜູ້ດຽວ vssm.sole co.,tld posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share