02/11/2026
ທະນາຄານບ້ານ ທາດສາມປາງ ຈັດກອງປະຊຸມ ປັນຜົນ ປະຈຳປີ 2025-2026
___________________________
ໃນວັນທີ 29 ຕຸລາ 2026 ທະນາຄານບ້ານ ທາດສາມປາງ ເມືອງ ສຸຂຸມາ ແຂວງ ຈໍາປາສັກ ໄດ້ຈັດກອງປະຊຸມ ປັນຜົນປະຈຳສົກປີ 2025-2026; ເຊິ່ງກອງປະຊຸມໃນຄັ້ງນີ້
- ໃຫ້ກຽດເປັນປະທານໂດຍ ທ່ານ ສຸວັນທອງ ດວງບຸຜາ ປະທານບ້ານ ບ້ານ ທາດສາມປາງ
- ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຂຽນອຸໄທ ບຸບຜາສາລີ ຮອງຫົວໜ້າ ຫ້ອງການ ກະສິກຳ ແລະ ສິ່ງແວດລ້ອມ ເມືອງ ສຸຂຸມາ
- ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ມະນີສິນ ແສງມະນີວົງ ປະທານ ຫ້ອງການ ແນວລາວສ້າງຊາດ ເມືອງ ສຸຂຸມາ
ຕ່າງໜ້າ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ຈຳປາພັດທະນາໂດຍທ່ານ ພອນໄຊ ຊາວສຸວັນ ຮອງຫົວໜ້າໜ່ວຍບໍລິການ ເມືອງ ສຸຂຸມາ ,ພ້ອມດ້ວຍພະນັກງານວິຊາການ,ຄະນະບໍລິຫານທະນາຄານບ້ານ ແລະ ສະມາຊິກ ພາຍໃນບ້ານ ທາດສາມປາງ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ນາງ ແຕງໂມ ດວງມາລາ ພະນັກງານວິຊາການ ຮັບຜິດຊອບ ທະນາຄານບ້ານ ໄດ້ລາຍງານໃຫ້ຮູ້ວ່າ ມາຮອດປັດຈຸບັນ ທະນາຄານບ້ານ ທາດສາມປາງ ແມ່ນສ້າງຕັ້ງມາໄດ້ 09 ປີ
-ປັດຈຸບັນມີສະມາຊິກທັງໝົດ 314 ບັນຊີ
-ຍອດເງິນຝາກທັງໝົດ 1,995,474,000 ກີບ
-ຍອດປ່ອຍກູ້ທັງໝົດ 526,150,000 ກີບ
-ສ້າງຜົນກຳໄລໄດ້ 109,741,258 ກີບ
ພາຍໃນກອງປະຊຸມໃນຄັ້ງນີ້ຍັງໄດ້ມີ ການແລກປ່ຽນ ຄໍຳຄິດຄໍຳເຫັນ,ໄຂຂໍ້ຂ້ອງໃຈ ແກ່ສະມາຊິກ,ພ້ອມອະທິບາຍບັນດາສິດຕ່າງໆ ຂອງສະມາຊິກ ແລະ ຂອງຄະນະກຳມະການໄດ້ຮັບຮູ້
ພ້ອມດຽວກັນນີ້ ຍັງໄດ້ຮ່ວມກັນຮອງຮັບເອົາບັນດາກົດລະບຽບ ທີ່ຈະໄດ້ນຳໃຊ້ສົກປີຕໍ່ໄປອີກດ້ວຍ.
-------------------‐----------------------------
ສອບຖາມຂໍ້ມູນ
ທີ່ຕັ້ງຂອງສຳນັກງານໃຫຍ່: ບ້ານ ສຸຂຸມາ, ເມືອງ ສຸຂຸມາ, ແຂວງ ຈຳປາສັກ.
ໂທ: 031512059
Email: [email protected]
Webste: scucp.com