ສາຂາ ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ-Bol Xkh

ສາຂາ ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ-Bol Xkh Bank of the Lao PDR Northern Region Office Xiengkhouang Province

📢ພົບກັນໄດ້ທີ່📌ບູ໊ດ ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ (ທຫລ.ຊຂ/BOLXKH) 💛ແລະ ບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດລ...
22/12/2025

📢ພົບກັນໄດ້ທີ່📌ບູ໊ດ ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ (ທຫລ.ຊຂ/BOLXKH) 💛ແລະ ບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ (LFX) 💚ທີ່: 📍ງານບຸນກິນຈຽງ ປະຈໍາປີ 2025 ເດີ່ນສະມາຄົມສົ່ງເສີມກິລາ ແລະ ວັນນະຄະດີພື້ນເມືອງ ບ້ານຍວນ ເມືອງແປກ ແຂວງຊຽງຂວາງ ໃນວັນທີ 24 ທັນວາ 2025 ເລີ່ມແຕ່ເວລາ 09:00 - 19:00 ໂມງ🎉 ພາຍໃນງານທ່ານຍັງຈະໄດ້ຫຼິ້ນກິດຈະກຳ ເພື່ອຮັບຂອງລາງວັນຈາກບູ໊ດ BOLXKH ແລະ LFX🎁 ຢ່າລືມຢ່າພາດ💛ຫາໂອກາດມາຫຼີ້ນກິດຈະກຳ ແລະ ມາຮັບຂອງລາງວັນນຳເຮົາໄດ້ເດີ💚

#ທຫລ #ທະນາຄານແຫ່ງສປປລາວ #ທຫລຊຂ #ສາຂາ #ທຫລ #ທະນາຄານກາງ

ອ່ານຂ່າວເພີ່ມຕື່ມໃນ: https://www.bol.gov.la/Xiangkhouang/newsAll
ສາຂາ ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ
ຕັ້ງຢູ່: ຖະໜົນເລກ 7, ບ້ານໂພນສະຫວັນກາງ, ເມືອງແປກ, ແຂວງຊຽງຂວາງ
Call/whatapp:
ເວັບໄຊທ໌: https://www.bol.gov.la/Xiangkhouang/index

"ກອງປະຊຸມແລກປ່ຽນບົດຮຽນດ້ານເຕັກໂນໂລຊີຂໍ້ມູນຂ່າວສານ"ໃນລະຫວ່າງວັນທີ 28-30 ຕຸລາ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ ຊັ້ນ V ສາຂາທະນາຄານແ...
07/11/2025

"ກອງປະຊຸມແລກປ່ຽນບົດຮຽນດ້ານເຕັກໂນໂລຊີຂໍ້ມູນຂ່າວສານ"

ໃນລະຫວ່າງວັນທີ 28-30 ຕຸລາ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ ຊັ້ນ V ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ ຮ່ວມກັບ ກົມເຕັກໂນໂລຊີຂໍ້ມູນຂ່າວສານ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນດ້ານເຕັກໂນໂລຊີຂໍ້ມູນຂ່າວສານຂຶ້ນ ໂດຍການເປັນປະທານຂອງ ທ່ານ ທອງວັນ ແກ້ວພິລາ ຮອງຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ, ມີຄະນະສາຂາ, ຄະນະພະແນກ ແລະ ພະນັກງານວິຊາການເຂົ້າຮ່ວມ.

ໃນພິທີ ທ່ານ ທອງວັນ ແກ້ວພິລາ ຮອງຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ ໄດ້ມີຄໍາເຫັນພ້ອມທັງກ່າວເປີດກອງປະຊຸມ ເຊິ່ງມີເນື້ອໃນບາງຕອນສັງເຂບຄື: ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ພະນັກງານສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ ໄດ້ມີຄວາມຮູ້ພື້ນຖານກ່ຽວກັບໂປຣແກຣມ ຫຼື ລະບົບທີ່ມີການພັດທະນາ ແລະ ກໍາລັງພັດທະນາ, ເທັກນິກການປ້ອງກັນຂໍ້ມູນ, ການຈັດການຂໍ້ມູນຢ່າງມີປະສິດທິພາບ.

ຫຼັງຈາກນັ້ນ, ຄະນະຮັບຜິດຊອບກໍ່ໄດ້ຜັດປ່ຽນກັນຂຶ້ນນໍາສະເໜີພາບລວມຂອງລະບົບ, ການແບ່ງປັນຄວາມຮູ້ ເຊິ່ງໃນນັ້ນກໍ່ໄດ້ມີການລົງເລິກບາງດ້ານ, ທົດລອງການປະຕິບັດຕົວຈິງ ໂດຍບົດຮຽນທີ່ມີການແລກປ່ຽນຄັ້ງນີ້ ປະກອບມີ: ລະບົບ (CMS) ທີ່ກຳລັງພັດທະນາ, ລະບົບການຄິດໄລ່ເງິນເດືອນ, ສະຫະກອນອອມຊັບ, ມີການທົບທວນຄືນການນໍາໃຊ້ລະບົບບັນຊີ ທຫລ ແລະ ລະບົບລາຍງານຖານະການເງິນ (FIRS), ຄວາມຮູ້ພື້ນຖານດ້ານ Cyber Security, ການບຳລຸງຮັກສາລະບົບເຄືອຂ່າຍ, ລະບົບໂປຣແກຣມສ້ອມແປງຄອມພິວເຕີ, ການກວດກາສະພາບອຸປະກອນເຄືອຂ່າຍ ແລະ ການບຳລຸງຮັກສາລະບົບເຄືອຂ່າຍ. ພ້ອມນີ້, ຄະນະຍັງໄດ້ຕິດຕາມ-ກວດກາສະພາບເຕັກນິກຄອມພິວເຕີ, ແກ້ໄຂບັນຫາເຕັກນິກຕິດພັນການນໍາໃຊ້ລະບົບໂປຣແກຣມ.

ພາບ+ຂ່າວ: ສຸກສະຫວັນ ພົມມະວົງ

#ທຫລ #ທະນາຄານແຫ່ງສປປລາວ #ທຫລຊຂ #ສາຂາ #ທຫລ #ທະນາຄານກາງ

ອ່ານຂ່າວເພີ່ມຕື່ມໃນ: https://www.bol.gov.la/Xiangkhouang/newsAll
ສາຂາ ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ
ຕັ້ງຢູ່: ຖະໜົນເລກ 7, ບ້ານໂພນສະຫວັນກາງ, ເມືອງແປກ, ແຂວງຊຽງຂວາງ
Call/whatapp:
ເວັບໄຊທ໌: https://www.bol.gov.la/Xiangkhouang/index

27/10/2025
ຊົມເຊີຍ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ທະນາຄານແຫ່ງ ສປປ ລາວ ຄັ້ງທີ V ຢ່າງສຸດໃຈ!💛ດ້ວຍຄວາມຮູ້ບຸນຄຸນຈາກ ສາຂາທະນາຄານແຫ່ງ ສປປ ລາ...
26/10/2025

ຊົມເຊີຍ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ທະນາຄານແຫ່ງ ສປປ ລາວ ຄັ້ງທີ V ຢ່າງສຸດໃຈ!

💛ດ້ວຍຄວາມຮູ້ບຸນຄຸນຈາກ ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ💛

#ທຫລ #ທະນາຄານແຫ່ງສປປລາວ #ທຫລຊຂ #ສາຂາ #ທຫລ #ທະນາຄານກາງ
ອ່ານຂ່າວເພີ່ມຕື່ມໃນ: https://www.bol.gov.la/Xiangkhouang/newsAll
ສາຂາ ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ
ຕັ້ງຢູ່: ຖະໜົນເລກ 7, ບ້ານໂພນສະຫວັນກາງ, ເມືອງແປກ, ແຂວງຊຽງຂວາງ
Call/whatapp:
ເວັບໄຊທ໌: https://www.bol.gov.la/Xiangkhouang/index

ຄໍາສັ່ງວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດເຖິງ: - ບັນດາທ່ານ ລັດຖະມົນຕີ, ຫົວໜ້າອົງການລັດທຽບເທົ່າກະຊວງ.- ທ່າ...
23/10/2025

ຄໍາສັ່ງວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ

ເຖິງ: - ບັນດາທ່ານ ລັດຖະມົນຕີ, ຫົວໜ້າອົງການລັດທຽບເທົ່າກະຊວງ.
- ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາ ທ່ານ ເຈົ້າແຂວງ ໃນຂອບເຂດທົ່ວປະເທດ.
- ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ, ປະຊາຊົນ, ຊາວຄ້າຂາຍ, ນັກທຸລະກິດ ທີ່ມີພູມລໍາເນົາຢູ່ ສປປ ລາວ.

ເພື່ອເຮັດໃຫ້ເນື້ອໃນຂອງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 15/ສພຊ, ລົງວັນທີ 07 ກໍລະກົດ 2022 ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ໂດຍສະເພາະການຄອບຄອງ ແລະ ການນໍາໃຊ້ ເງິນຕາຕ່າງປະເທດ, ການຕິດຕາມກະແສເງິນ ຕິດພັນກັບການນໍາເຂົ້າ-ສົ່ງອອກ ສິນຄ້າ ແລະ/ຫຼື ການບໍລິການ, ລາຍຮັບຂອງຜູ້ ອອກແຮງງານ, ການລົງທຶນໂດຍກົງຂອງຕ່າງປະເທດ ຢູ່ ສປປ ລາວ, ການລາຍງານກ່ຽວກັບເງິນຝາກຢູ່ຕ່າງປະເທດ ແລະ ການບໍລິການແລກປ່ຽນເງິນຕາ. ນາຍົກລັດຖະມົນຕີ ອອກຄໍາສັ່ງ ຄື:

#ທຫລ #ທະນາຄານແຫ່ງສປປລາວ #ທຫລຊຂ #ສາຂາ #ທຫລ #ທະນາຄານກາງ

ອ່ານຂ່າວເພີ່ມຕື່ມໃນ: https://www.bol.gov.la/Xiangkhouang/newsAll
ສາຂາ ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ
ຕັ້ງຢູ່: ຖະໜົນເລກ 7, ບ້ານໂພນສະຫວັນກາງ, ເມືອງແປກ, ແຂວງຊຽງຂວາງ
Call/whatapp:
ເວັບໄຊທ໌: https://www.bol.gov.la/Xiangkhouang/index

📢📢ແຈ້ງການ📍👉🏻ເຖິງ: ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ໃນຂອບເຂດທົ່ວປະເທດ.👉🏻ເລື່ອງ: ການຢຸດຮັບຄໍາຮ້ອງສ້າງຕັ້ງສາຂາ ແລະ ໜ່ວຍບໍລິກ...
21/10/2025

📢📢ແຈ້ງການ📍
👉🏻ເຖິງ: ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ໃນຂອບເຂດທົ່ວປະເທດ.
👉🏻ເລື່ອງ: ການຢຸດຮັບຄໍາຮ້ອງສ້າງຕັ້ງສາຂາ ແລະ ໜ່ວຍບໍລິການ ສະຖາບັນການເງິນທີ່ບໍ່ແມ່ນ ທະນາຄານ.

ກົມຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ, ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງ ບັນດາທ່ານຊາບວ່າ: ປັດຈຸບັນ ທະນາຄານແຫ່ງ ສປປ ລາວ ກໍາລັງຄົ້ນຄວ້າຂໍ້ຕົກລົງວ່າດ້ວຍການສ້າງຕັ້ງ ແລະ ການເຄື່ອນໄຫວຂອງ ສາຂາ ແລະ ໜ່ວຍບໍລິການ ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ເພື່ອເປັນເງື່ອນໄຂໃນການຄົ້ນຄວ້າພິຈາລະນາອອກອະນຸຍາດຢ່າງເປັນລະບົບ ແລະ ສ້າງໂອກາດໃຫ້ປະຊາຊົນສາມາດເຂົ້າເຖິງການບໍລິການທາງດ້ານການເງິນຫຼາຍຂຶ້ນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ສະນັ້ນ, ກົມຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແລະ ສາຂາ ທະນາຄານແຫ່ງ ສປປ ລາວ ປະຈຳແຕ່ລະພາກ ຈະຢຸດຮັບຄໍາຮ້ອງຊົ່ວຄາວສ້າງຕັ້ງສາຂາ ແລະ ໜ່ວຍບໍລິການ ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ຊຶ່ງໄລຍະເວລາໃນການຢຸດຮັບຄໍາ ຮ້ອງແມ່ນນັບແຕ່ເດືອນກັນຍາ 2025 ເປັນຕົ້ນໄປ ຈົນກ່ວາຂໍ້ຕົກລົງສະບັບດັ່ງກ່າວຈະປະກາດນໍາໃຊ້ຢ່າງເປັນທາງການ.

ສໍາລັບສໍານວນເອກະສານຂໍອະນຸຍາດສ້າງຕັ້ງສາຂາ ແລະ ໜ່ວຍບໍລິການ ທີ່ໄດ້ຍື່ນມາກ່ອນໜ້ານີ້ ໃນກໍລະນີເອກະສານຄົບຖ້ວນ, ຖືກຕ້ອງ ແລະ ສອດຄ່ອງກັບລະບຽບການ ທະນາຄານແຫ່ງ ສປປ ລາວ ຈະສືບຕໍ່ພິຈາລະນາ ຄົ້ນຄວ້າອອກອະນຸຍາດສ້າງຕັ້ງສາຂາ ແລະ ໜ່ວຍບໍລິການ ຕາມລະບຽບນິຕິກຳທີ່ໄດ້ກຳນົດໄວ້.

#ທຫລ #ທະນາຄານແຫ່ງສປປລາວ #ທຫລຊຂ #ສາຂາ #ທຫລ #ທະນາຄານກາງ

ອ່ານຂ່າວເພີ່ມຕື່ມໃນ: https://www.bol.gov.la/Xiangkhouang/newsAll
ສາຂາ ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ
ຕັ້ງຢູ່: ຖະໜົນເລກ 7, ບ້ານໂພນສະຫວັນກາງ, ເມືອງແປກ, ແຂວງຊຽງຂວາງ
Call/whatapp:
ເວັບໄຊທ໌: https://www.bol.gov.la/Xiangkhouang/index

"ສາຂາ ທຫລ ພາກເໜືອ ແຂວງຊຽງຂວາງ ປະກາດປັບປຸງການຈັດຕັ້ງຂັ້ນພະແນກ"ໃນວັນທີ 13 ຕຸລາ 2025 ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽ...
21/10/2025

"ສາຂາ ທຫລ ພາກເໜືອ ແຂວງຊຽງຂວາງ ປະກາດປັບປຸງການຈັດຕັ້ງຂັ້ນພະແນກ"

ໃນວັນທີ 13 ຕຸລາ 2025 ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ (ທຫລ.ຊຂ) ໄດ້ຈັດພິທີປະກາດປັບປຸງການຈັດຕັ້ງຂັ້ນພະແນກ ຂຶ້ນທີ່ຫ້ອງປະຊຸມໃຫຍ່ ຊັ້ນ V ທຫລ.ຊຂ, ໃຫ້ກຽດເປັນປະທານຂອງ ທ່ານ ດອນສະຖຽນ ບຸນມີອາໄພ ຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ, ມີຄະນະສາຂາ, ຄະນະພະແນກ, ພ້ອມດ້ວຍພະນັກງານວິຊາການ ພາຍໃນສາຂາ ທຫລ ພາກເໜືອ ແຂວງຊຽງຂວາງ ເຂົ້າຮ່ວມ.

ໃນພິທີ ທ່ານ ທອງວັນ ແກ້ວພິລາ ຮອງຫົວໜ້າສາຂາ ທຫລ ພາກເໜືອ ແຂວງຊຽງຂວາງ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ ປະຈໍາ 06 ເດືອນຕົ້ນປີ 2025 ແລະ ທິດທາງແຜນການປະຈໍາ 06 ເດືອນທ້າຍປີ 2025 ໂດຍສັງເຂບວ່າ: ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ ໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ເປັນປົກກະຕິດ້ວຍຫຼາຍວິທີການ ໂດຍຜ່ານຂະບວນການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນ, ໜ່ວຍພັກ, ການຈັດຕັ້ງລັດ ແລະ ໄດ້ຮ່ວມຊີວິດການເມືອງເປັນປົກກະຕິ ເພື່ອເຮັດໃຫ້ພະນັກງານ- ລັດຖະກອນ ມີແນວຄິດອຸ່ນອຽນ, ທຸ່ນທ່ຽງ, ເຊື່ອມຊຶມ ແລະ ຮັບຮູ້ໄດ້ເຖິງແນວທາງນະໂຍບາຍຕ່າງໆຂອງພັກ-ລັດ ວາງອອກໃນແຕ່ລະໄລຍະ ແລະ ຫ້າວຫັນຕໍ່ໜ້າທີ່ວຽກງານຕາມພາລະບົດບາດ, ຂອບເຂດສິດ, ໜ້າທີ່ ແລະ ຕາມການມອບໝາຍຢ່າງຕັ້ງໜ້າ. ປັດຈຸບັນສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ ມີພະນັກງານທັງໝົ 54 ທ່ານ, ຍິງ 24 ທ່ານ, ປະຈຳການ 52 ທ່ານ, ມີພະນັກງານຂັ້ນຄະນະສາຂາ 04 ທ່ານ, ພະນັກງານຂັ້ນພະແນກ 13 ທ່ານ (ຫົວໜ້າພະແນກ 04 ທ່ານ, ຮອງຫົວໜ້າພະແນກ 09 ທ່ານ), ພະນັກງານວິຊາການ 31 ທ່ານ. ໃນນັ້ນ, ໄປສຶກສາປະລິນຍາໂທ (ຢູ່ອົດສະຕຣາລີ 01 ທ່ານ ແລະ ຢູ່ ສສ.ຫວຽດນາມ 01 ທ່ານ), ພະນັກງານຊ່ວຍວຽກບໍລິຫານ 02 ທ່ານ, ລັດຖະກອນຝຶກງານ (ພະນັກງານ 95%) 01 ທ່ານ ແລະ ພະນັກງານຕາມສັນຍາ 03 ທ່ານ.

ຫຼັງຈາກນັ້ນ, ທ່ານ ນາງ ຕຸລາໄຊ ເດດວົງສອນ ຫົວໜ້າພະແນກກົມຈັດຕັ້ງ ແລະ ພະນັກງານ ທະນາຄານແຫ່ງ ສປປ ລາວ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 907/ທຫລ, ລົງວັນທີ 25 ກັນຍາ 2025 ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຕົກລົງ: ແຕ່ງຕັ້ງ ທ່ານ ເອກທະນູ ພົມມະວົງສາ ຮອງຫົວໜ້າພະແນກຄຸ້ມຄອງສະຖາບັນການເງິນ ເປັນວ່າການແທນ ຫົວໜ້າພະແນກຄຸ້ມຄອງສະຖາບັນການເງິນ ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ, ພ້ອມທັງຜ່ານ ຂໍ້ຕົກລົງ ສະບັບເລກທີ 908/ທຫລ, ລົງວັນທີ 25 ກັນຍາ 2025 ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຕົກລົງ: ຍົກຍ້າຍ ທ່ານ ຟອງສະໝຸດ ແກ້ວພົມມາ ຮອງຫົວໜ້າພະແນກເສດຖະກິດ ແລະ ຄຸ້ມຄອງເງິນຕາຕ່າງປະເທດ ແລະ ແຕ່ງຕັ້ງເປັນຮອງຫົວໜ້າພະແນກຄຸ້ມຄອງສະຖາບັນການເງິນ ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ.

ໃນຕອນທ້າຍພິທີ ທ່ານ ດອນສະຖຽນ ບຸນມີອາໄພ ຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ ໄດ້ສະແດງຄວາມຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການປະກາດການຈັດຕັ້ງ ພ້ອມທັງມີຄໍາເຫັນໂອ້ລົມຕໍ່ບັນດາພະນັກງານ ຄື: ເພື່ອແນ່ໃສ່ເຮັດໃຫ້ ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ ສາມາດເຄື່ອນໄຫວປະຕິບັດພາລະບົດບາດ-ໜ້າທີ່ໄດ້ຢ່າງເຕັມສ່ວນ ແລະ ມີປະສິດທິຜົນສູງ, ບັນດາສະຫາຍທີ່ໄດ້ຮັບ ແຕ່ງຕັ້ງນີ້ແມ່ນໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກການຈັດຕັ້ງຂັ້ນເທິງ ໃຫ້ຮັບຜິດຊອບໜ້າທີ່ອັນໜັກໜ່ວງກວ່າເກົ່າ ແລະ ມີກຽດສູງສົ່ງ. ສະນັ້ນ, ສະຫາຍຈະຕ້ອງໄດ້ເພີ່ມທະວີຊີ້ນໍາ-ນໍາພາວຽກງານຕາມສິດ, ພາລະບົດບາດ-ໜ້າທີ່ ຄືການເປັນຕົວແທນໃຫ້ ທະນາຄານແຫ່ງ ສປປ ລາວ ປະຕິບັດໜ້າທີ່ການເມືອງ ຢູ່ຂັ້ນທ້ອງຖິ່ນ ໃນການຄຸ້ມຄອງມະຫາພາກທາງດ້ານການເງິນ-ເງິນຕາ, ຄຸ້ມຄອງສາຂາທະນາຄານທຸລະກິດ ແລະ ສະຖາບັນການເງິນ ທີ່ເຄື່ອນໄຫວຢູ່ຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ໃຫ້ເອົາໃຈໃສ່ປະຕິບັດຢ່າງເຂັ້ມງວດຕໍ່ແບບແຜນວິທີເຮັດວຽກ ກໍ່ຄືຫຼັກການນໍາພາຂອງພັກ ເຊິ່ງເປັນພື້ນຖານທີ່ສໍາຄັນຂອງການນໍາພາ ກຳນົດກົນໄກການເຮັດວຽກໃຫ້ຄ່ອງຕົວ, ສ້າງສາຍພົວພັນອັນດີກັບບັນດາພະແນກການ ກໍ່ຄືອຳນາດການ ປົກຄອງທ້ອງຖິ່ນຂັ້ນຕ່າງໆ.

ພາບ+ຂ່າວ: ສຸກສະຫວັນ ພົມມະວົງ

#ທຫລ #ທະນາຄານແຫ່ງສປປລາວ #ທຫລຊຂ #ສາຂາ #ທຫລ #ທະນາຄານກາງ

ອ່ານຂ່າວເພີ່ມຕື່ມໃນ: https://www.bol.gov.la/Xiangkhouang/newsAll
ສາຂາ ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ
ຕັ້ງຢູ່: ຖະໜົນເລກ 7, ບ້ານໂພນສະຫວັນກາງ, ເມືອງແປກ, ແຂວງຊຽງຂວາງ
Call/whatapp:
ເວັບໄຊທ໌: https://www.bol.gov.la/Xiangkhouang/index

🗯️ ໜັງສືແຈ້ງ 📢👉🏻ເຖິງ: ບັນດາຜູ້ທີ່ມີຄວາມສົນໃຈເປັນພະນັກງານຕາມສັນຍາ ຂັບລົດ ແລະ ອະນາໄມ (ພໍ່ບ້ານ) ຢູ່ ສາຂາທະນາຄານແຫ່ງ ສປປ ລາວ...
20/10/2025

🗯️ ໜັງສືແຈ້ງ 📢

👉🏻ເຖິງ: ບັນດາຜູ້ທີ່ມີຄວາມສົນໃຈເປັນພະນັກງານຕາມສັນຍາ ຂັບລົດ ແລະ ອະນາໄມ (ພໍ່ບ້ານ) ຢູ່ ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ.📍
👉🏻ເລື່ອງ: ການຮັບສະໝັກພະນັກງານຕາມສັນຍາ.📍

ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຊາບວ່າ: ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ ມີຄວາມຕ້ອງການຮັບພະນັກງານຕາມສັນຍາ ຈໍານວນ 02 ຕຳແໜ່ງຄື: ພະນັກງານຂັບລົດ ຈໍານວນ 01 ຕຳແໜ່ງ ແລະ ພະນັກງານອະນາໄມ (ພໍ່ບ້ານ) ຈໍານວນ 01 ຕຳແໜ່ງ ປະຈຳຢູ່ ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ, ຊຶ່ງມາດຖານ ແລະ ເງື່ອນໄຂເບື້ອງຕົ້ນຂອງຜູ້ສະໝັກ ມີດັ່ງນີ້:💛

#ທຫລ #ທະນາຄານແຫ່ງສປປລາວ #ທຫລຊຂ #ສາຂາ #ທຫລ #ທະນາຄານກາງ

ອ່ານຂ່າວເພີ່ມຕື່ມໃນ: https://www.bol.gov.la/Xiangkhouang/newsAll
ສາຂາ ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ
ຕັ້ງຢູ່: ຖະໜົນເລກ 7, ບ້ານໂພນສະຫວັນກາງ, ເມືອງແປກ, ແຂວງຊຽງຂວາງ
Call/whatapp:
ເວັບໄຊທ໌: https://www.bol.gov.la/Xiangkhouang/index

“ສໍາເລັດການສ້າງຂະບວນການກິລາສາມັກຄີ ຊົມເຊີຍວັນສ້າງຕັ້ງ ທຫລ ຄົບຮອບ 57 ປີ”ໃນວັນທີ 04 ຕຸລາ 2025 ທີ່ຜ່ານມາ ຢູ່ທີ່ເດີນກິລາບານເ...
18/10/2025

“ສໍາເລັດການສ້າງຂະບວນການກິລາສາມັກຄີ ຊົມເຊີຍວັນສ້າງຕັ້ງ ທຫລ ຄົບຮອບ 57 ປີ”

ໃນວັນທີ 04 ຕຸລາ 2025 ທີ່ຜ່ານມາ ຢູ່ທີ່ເດີນກິລາບານເຕະ ອາລີວັນ ບ້ານຍວນ ເມືອງແປກ ສາຂາທະນາຄານແຫ່ງ ສປປ ລາວ ຮ່ວມກັບທະນາຄານທຸລະກິດ ແລະ ສະຖາບັນການເງິນ ທີ່ຢູ່ 03 ແຂວງພາກເໜືອ ຄື: ແຂວງຊຽງຂວາງ, ຫົວພັນ ແລະ ໄຊສົມບູນ ສໍາເລັດການສ້າງຂະບວນການກິລາສາມັກຄີ ຂໍ່ານັບຮັບຕ້ອນ ຊົມເຊີຍວັນສ້າງຕັ້ງ ທະນາຄານແຫ່ງ ສປປ ລາວ ຄົບຮອບ 57 (07 ຕຸລາ 1968 - 07 ຕຸລາ 2025) ເຊິ່ງຜົນການແຂ່ງຂັນສາມາດສະຫຼຸບໄດ້ດັ່ງນີ້:

#ກິລາບານເຕະທີມຊາຍ:
- ອັນດັບທີ 1 ແມ່ນ: ທະນາຄານນະໂຍບາຍ ສາຂາຊຽງຂວາງ.
- ຮອງອັນດັບ 1 ແມ່ນ: ສາຂາ ທຫລ ພາກເໜືອ ແຂວງຊຽງຂວາງ.
- ຮອງອັນດັບ 2 ຮ່ວມແມ່ນ: ທະນາຄານພັດທະນາລາວ ແລະ ທະນາຄານການຄ້າຕ່າງປະເທດລາວ ສາຂາຊຽງຂວາງ.

#ກິລາບານເຕະທີມຍິງ:
- ອັນດັບທີ 1 ແມ່ນ: ສາຂາ ທຫລ ພາກເໜືອ ແຂວງຊຽງຂວາງ ຮ່ວມກັບ ທະນາຄານນະໂຍບາຍ ແລະ ທະນາຄານການຄ້າຕາງປະເທດລາວ ສາຂາຊຽງຂວາງ.
- ຮອງອັນດັບ 1 ແມ່ນ: ສາຂາ ແລະ ໜ່ວຍບໍລິການທະນາຄານທຸລະກິດ ຮ່ວມກັບສະຖາບັນການເງິນ ພາຍໃນແຂວງຊຽງຂວາງ.

#ກິລາມວນຊົນດຶງເຊືອກປະສົມຍິງຊາຍ:
- ອັນດັບທີ 1 ແມ່ນ: ສາຂາ ທຫລ ພາກເໜືອ ແຂວງຊຽງຂວາງ ຮ່ວມກັບ ທະນາຄານນະໂຍບາຍ ແລະ ທະນາຄານການຄ້າຕາງປະເທດລາວ ສາຂາຊຽງຂວາງ.
- ຮອງອັນດັບ 1 ແມ່ນ: ສາຂາ ແລະ ໜ່ວຍບໍລິການທະນາຄານທຸລະກິດ ຮ່ວມກັບສະຖາບັນການເງິນ ພາຍໃນແຂວງຊຽງຂວາງ.

#ກິລາບານມວນຊົນແລ່ນໄຖ່ (ຊາຍ):
- ອັນດັບທີ 1 ແມ່ນ: ທະນາຄານນະໂຍບາຍ ສາຂາຊຽງຂວາງ
- ຮອງອັນດັບ 1 ແມ່ນ: ທະນາຄານພັດທະນາລາວ ສາຂາຊຽງຂວາງ
-ຮອງອັນດັບ 2 ແມ່ນ: ທະນາຄານສົ່ງເສີມກະສິກໍາ ສາຂາຊຽງຂວາງ.

#ກິລາບານມວນຊົນແລ່ນໄຖ່ (ຍິງ):
- ອັນດັບທີ 1 ແມ່ນ: ສາຂາ ທຫລ ພາກເໜືອ ແຂວງຊຽງຂວາງ.
- ຮອງອັນດັບ 1 ແມ່ນ: ທະນາຄານຮ່ວມທຸລະກິດລາວຫວຽດ ສາຂາຊຽງຂວາງ.
- ຮອງອັນດັບ 2 ແມ່ນ: ທະນາຄານການຄ້າຕ່າງປະເທດລາວ ສາຂາຊຽງຂວາງ.

#ກິລາບານບານເຕະທີມການນໍາ: ລະຫວ່າງ ທີມການນໍາຂອງທະນາຄານ-ສະຖາບັນການເງິນ ພົບກັບ ທີມການນໍາຂອງແຂວງ ຜ່ານການແຂ່ງຂັນຜົນອອກມາສະເໝີກັນ ດ້ວຍຄະແນນ 9:9 ໜ່ວຍ.

ໃນໂອກາດດັ່ງກ່າວ ທ່ານ ດອນສະຖຽນ ບຸນມີອາໄພ ຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ ໄດ້ມີຄໍາເຫັນຕໍ່ພິທີ ເຊິ່ງທ່ານໄດ້ກ່າວວ່າ: ເພື່ອຂໍ່ານັບຮັບຕ້ອນ ແລະ ຊົມເຊີຍວັນສ້າງຕັ້ງ ທະນາຄານແຫ່ງ ສປປ ລາວ ຄົບຮອບ 57 ປີ ທີ່ໝູນວຽນບັນຈົບອີກວາລະໜຶ່ງ. ສະນັ້ນ, ຂະບວນການດັ່ງກ່າວໄດ້ດໍາເນີນມາເປັນເວລາ 03 ວັນ ແລະ ສິ້ນສຸດລົງດ້ວຍຜົນສໍາເລັດອັນຈົບງາມ ທັງໝົດນີ້ແມ່ນການປະກອບສ່ວນຢ່າງຕັ້ງໜ້າຂອງຄະນະພັກ, ຄະນະສາຂາ/ໜ່ວຍບໍລິການ ທະນາຄານທຸລະກິດ, ສະຖາບັນການເງິນ, ຄະນະຮັບຜິດຊອບວຽກງານຂະບວນການ-ການແຂ່ງຂັນ ແລະ ນັກກິລາ ແຕ່ລະພາກສ່ວນ ໄດ້ມີຄວາມພະຍາຍາມສູ້ຊົນ, ບຸກບືນ, ທຸມເທເຫື່ອແຮງ, ສະຕິປັນຍາ ເຂົ້າໃນການແຂ່ງຢ່າງສຸດຄວາມສາມາດ, ບົນພື້ນຖານຈິດໃຈຂອງນັກກິລາທີ່ແທ້ຈິງ, ຮູ້ໄດ້ຮູ້ເສຍ ອະໄພເຊິ່ງກັນ ແລະ ກັນ ສ້າງຂະບວນການດັ່ງກ່າວໃຫ້ສໍາເລັດດ້ວຍໝາກຜົນອັນຈົບງາມ.

ຂ່າວ: ສຸກສະຫວັນ ພົມມະວົງ

#ທຫລ #ທະນາຄານແຫ່ງສປປລາວ #ທຫລຊຂ #ສາຂາ #ທຫລ #ທະນາຄານກາງ

ອ່ານຂ່າວເພີ່ມຕື່ມໃນ: https://www.bol.gov.la/Xiangkhouang/newsAll
ສາຂາ ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ
ຕັ້ງຢູ່: ຖະໜົນເລກ 7, ບ້ານໂພນສະຫວັນກາງ, ເມືອງແປກ, ແຂວງຊຽງຂວາງ
Call/whatapp:
ເວັບໄຊທ໌: https://www.bol.gov.la/Xiangkhouang/index

“ສາຂາ ແລະ ໜ່ວຍບໍລິການ ທະນາຄານພາຍໃນ ແຂວງຊຽງຂວາງ ມອບເງິນອຸປະຖໍາໃຫ້ ຊາວໜຸ່ມ ແຂວງຊຽງຂວາງ”ເພື່ອເປັນການຊົມເຊີຍຜົນສຳເລັດກອງປະຊຸ...
08/10/2025

“ສາຂາ ແລະ ໜ່ວຍບໍລິການ ທະນາຄານພາຍໃນ ແຂວງຊຽງຂວາງ ມອບເງິນອຸປະຖໍາໃຫ້ ຊາວໜຸ່ມ ແຂວງຊຽງຂວາງ”

ເພື່ອເປັນການຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນຊາວໜຸ່ມ ທົ່ວແຂວງຊຽງຂວາງ, ມາໃນວັນທີ 08 ຕຸລາ 2025 ຮາກຖານຊາວໜຸ່ມ ທະນາຄານ ແຂວງຊຽງຂວາງ (ປະກອບມີ ສາຂາ ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ, ທະນາຄານການຄ້າຕ່າງປະເທດລາວ, ທະນາຄານນະໂຍບາຍ, ທະນາຄານສົ່ງເສີມກະສິກໍາ, ທະນາຄານພັດທະນາລາວ, ທະນາຄານຮ່ວມທຸລະກິດລາວ-ຫວຽດ, ທະນາຄານເອສທີ, ໜ່ວຍບໍລິການ ທະນາຄານພົງສະຫວັນ, ທະນາຄານຮ່ວມພັດທະນາ, ທະນາຄານອິນໂດຈີນ, ທະນາຄານເອຊີລີດາ) ໄດ້ຮ່ວມກັນປະກອບສ່ວນມອບເງິນອຸປະຖໍາໃຫ້ ຊາວໜຸ່ມ ແຂວງຊຽງຂວາງ ຈໍານວນ 8,000,000 ກີບ (ແປດລ້ານກີບຖ້ວນ) ເພື່ອນໍາໃຊ້ເຂົ້າໃນການຈັດພິມໂພສເຕີ ຄະນະບໍລິຫານງານຊາວໜຸ່ມ ແຂວງຊຽງຂວາງ ຈໍານວນ 100 ໃບ ແຈກຢາຍໂຄສະນາໃຫ້ຄະນະບໍລິຫານງານຊາວໜຸ່ມ ຈໍານວນ 7 ເມືອງ ແລະ ຮາກຖານຊາວໜຸ່ມ, ໜ່ວຍຮາກຖານຊາວໜຸ່ມ ອ້ອມຂ້າງແຂວງ ໃຫ້ຮັບຮູ້, ເຂົ້າໃຈເນື້ອໃນຜົນສຳເລັດ ຂອງກອງປະຊຸມໃຫ້ທົ່ວເຖິງ ແລະ ກ້ວາງຂວາງ ເຊິ່ງຕາງໜ້າກ່າວມອບໂດຍ ທ່ານ ນາງ ສຸລິຍາ ເລືອງພັນໄຊ ເລຂາຄະນະບໍລິຫານງານຮາກຖານຊາວໜຸ່ມ ທະນາຄານ ແຂວງຊຽງຂວາງ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ເພັດສະໝອນ ດາວົງສອນ ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງຊຽງຂວາງ. ພ້ອມນີ້, ທ່ານກໍ່ໄດ້ສະແດງຄວາມຂອບໃຈມາຍັງ ສາຂາ ແລະ ໜ່ວຍບໍລິການ ທະນາຄານ ພາຍໃນ ແຂວງຊຽງຂວາງ ທີ່ເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານ ແລະ ໃຫ້ຄໍາໝັ້ນສັນຍາວ່າງົບປະມານດັ່ງກ່າວ ແມ່ນຈະໄດ້ໝູນໃຊ້ຢ່າງມີປະໂຫຍດ ແລະ ມີຜົນສໍາເລັດສູງ.

ຂ່າວ: ສຸກສະຫວັນ ພົມມະວົງ

#ທຫລ #ທະນາຄານແຫ່ງສປປລາວ #ທຫລຊຂ #ສາຂາ #ທຫລ #ທະນາຄານກາງ
ອ່ານຂ່າວເພີ່ມຕື່ມໃນ: https://www.bol.gov.la/Xiangkhouang/newsAll
ສາຂາ ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ
ຕັ້ງຢູ່: ຖະໜົນເລກ 7, ບ້ານໂພນສະຫວັນກາງ, ເມືອງແປກ, ແຂວງຊຽງຂວາງ
Call/whatapp:
ເວັບໄຊທ໌: https://www.bol.gov.la/Xiangkhouang/index

ຊົມເຊີຍວັນສ້າງຕັ້ງ ທະນາຄານແຫ່ງ ສປປ ລາວ ຄົບຮອບ 57 ປີ ຢ່າງສຸດໃຈ(07 ຕຸລາ 1968 - 07 ຕຸລາ 2025)ດ້ວຍຄວາມຮູ້ບຸນຄຸນຈາກ ສາຂາທະນາຄ...
08/10/2025

ຊົມເຊີຍວັນສ້າງຕັ້ງ ທະນາຄານແຫ່ງ ສປປ ລາວ ຄົບຮອບ 57 ປີ ຢ່າງສຸດໃຈ
(07 ຕຸລາ 1968 - 07 ຕຸລາ 2025)

ດ້ວຍຄວາມຮູ້ບຸນຄຸນຈາກ ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ

#ທຫລ #ທະນາຄານແຫ່ງສປປລາວ #ທຫລຊຂ #ສາຂາ #ທຫລ #ທະນາຄານກາງ
ອ່ານຂ່າວເພີ່ມຕື່ມໃນ: https://www.bol.gov.la/Xiangkhouang/newsAll
ສາຂາ ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ
ຕັ້ງຢູ່: ຖະໜົນເລກ 7, ບ້ານໂພນສະຫວັນກາງ, ເມືອງແປກ, ແຂວງຊຽງຂວາງ
Call/whatapp:
ເວັບໄຊທ໌: https://www.bol.gov.la/Xiangkhouang/index

ເລີ່ມແລ້ວ! ຂະບວນການກິລາສາມັກຄີ ຊົມເຊີຍວັນສ້າງຕັ້ງ ທະນາຄານແຫ່ງ ສປປ ລາວ ຄົບຮອບ 57 ປີໃນວັນທີ 01-02 ຕຸລາ 2025 ສາຂາທະນາຄານແຫ່...
03/10/2025

ເລີ່ມແລ້ວ! ຂະບວນການກິລາສາມັກຄີ ຊົມເຊີຍວັນສ້າງຕັ້ງ ທະນາຄານແຫ່ງ ສປປ ລາວ ຄົບຮອບ 57 ປີ

ໃນວັນທີ 01-02 ຕຸລາ 2025 ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ ຮ່ວມກັບທະນາຄານທຸລະກິດ ແລະ ສະຖາບັນການເງິນ ໄດ້ຈັດການແຂ່ງຂັນກິລາບານເຕະມິດຕະພາບ ເພື່ອຊີງຂັນວັນສ້າງຕັ້ງ ທະນາຄານແຫ່ງ ສປປ ລາວ ຄົບຮອບ 57 ປີ (07 ຕຸລາ 1968 - 07 ຕຸລາ 2025) ເຊິ່ງການເຂົ້າຮ່ວມຂະບວນການແຂ່ງຂັນໃນຄັ້ງນີ້ ປະກອບມີທັງໝົດ 7 ທີມ ຄື:

1, ທີມ ສາຂາ ທຫລ ພາກເໜືອ ແຂວງຊຽງຂວາງ
2, ທີມ ທພລ ສາຂາຊຽງຂວາງ
3, ທີມ ລວມສະຖາບັນການເງິນ
4, ທີມ ທະນາຄານເອຊີລີດາ ໜ່ວຍບໍລິການ ຊຽງຂວາງ
5, ທີມ ລວມທະນາຄານ ເອສທີ, ທລວ, IB ແລະ JDB
6, ທີມ ທຄຕລ ສາຂາຊຽງຂວາງ
7, ທີມ ທນບ ສາຂາຊຽງຂວາງ

ຜ່ານການແຂ່ງຂັນຮອບຄັດເລືອກ ໄດ້ເຂົ້າຮອບ 4 ທີມ ເພື່ອໄປແຂ່ງຂັນຮອບ 4 ທີມໃນຕອນເຊົ້າ ແລະ ຊີງຊະນະເລີດໃນຕອນແລງ ຂອງວັນທີ 04 ຕຸລາ 2025 ຄື:

1, ທີມ ສາຂາ ທຫລ ພາກເໜືອ ແຂວງຊຽງຂວາງ
2, ທີມ ທພລ ສາຂາຊຽງຂວາງ
3, ທີມ ທຄຕລ ສາຂາຊຽງຂວາງ
4, ທີມ ທນບ ສາຂາຊຽງຂວາງ

ນອກນີ້, ໃນວັນດຽວກັນ ຍັງໄດ້ມີການຈັດການແຂ່ງຂັນກິລາບານເຕະສາມັກຄີລະຫວ່າງ ທີມການນໍາຂອງແຂວງ ແລະ ທີມການນໍາຂອງທະນາຄານ-ສະຖາບັນການເງິນ, ກິລາບານເຕະທີມຍິງ ລະຫວ່າງ ທີມສະຫະພັນແມ່ຍິງສາຂາທະນາຄານແຫ່ງ ສປປ ລາວ ແລະ ທີມສະຫະພັນແມ່ຍິງທະນາຄານທຸລະກິດ-ສະຖາບັນການເງິນ ແລະ ກິລາມວນຊົນ ດຶງເຊືອກ, ແລ່ນໄຖ່ ຍິງ-ຊາຍ ຕື່ມອີກ.

ພາບ+ຂ່າວ: ສຸກສະຫວັນ ພົມມະວົງ

#ທຫລ #ທະນາຄານແຫ່ງສປປລາວ #ທຫລຊຂ #ສາຂາ #ທຫລ #ທະນາຄານກາງ

ອ່ານຂ່າວເພີ່ມຕື່ມໃນ: https://www.bol.gov.la/Xiangkhouang/newsAll
ສາຂາ ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ
ຕັ້ງຢູ່: ຖະໜົນເລກ 7, ບ້ານໂພນສະຫວັນກາງ, ເມືອງແປກ, ແຂວງຊຽງຂວາງ
Call/whatapp:
ເວັບໄຊທ໌: https://www.bol.gov.la/Xiangkhouang/index

Address

Sayxana Road
Xieng Khouang
0900

Alerts

Be the first to know and let us send you an email when ສາຂາ ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ-Bol Xkh posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Category