04/11/2025
ຫລາຍຄົນຈົ່ມວ່າຈະເອົາຕົວລອດ ຈາກພາວະເງິນເຟີ້ໄດ້ແນວໃດ ??
ແລະ ນີ້ຄືສິ່ງທີ່ ເຮົາໄດ້ສະຫລຸບມາ :
“ວິທີໃຊ້ຊີວິດ ສູ້ກັບເງິນເຟີ້” 👇
💡 1. ເຂົ້າໃຈກ່ອນວ່າ “ເງິນເຟີ້” ແມ່ນຫຍັງ
ເງິນເຟີ້ແມ່ນການທີ່ລາຄາຂອງກິນຂອງໃຊ້, ເພີ່ມຂຶ້ນທຸກປີ
ເຊັ່ນ ເຄີຍຊື້ກາເຟ 20,000 ກີບ, ມື້ນີ້ 35,000ກີບ — ນີ້ແມ່ນຄ່າເງິນຂອງເຮົາຫຼຸດລົງ.
ດັ່ງນັ້ນ ຈຸດສຳຄັນຄື ຕ້ອງໃຫ້ລາຍໄດ້ເຕີບໂຕໄວກວ່າລາຄາເຄື່ອງໃຊ້.
💰 2. ຈັດການເງິນໃຫ້ເປັນ
-ບັນທຶກລາຍຮັບ–ລາຍຈ່າຍ ເພື່ອຮູ້ຈຸດທີ່ເງິນຫາຍ;
-ຕັດຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ (ຢ່າງເຊັ່ນ ຄ່າສະມາຊິກທີ່ບໍ່ໄດ້ໃຊ້);
-ຊື້ຂອງທີ່ໃຊ້ໄດ້ຈິງ ແລະ ຢູ່ໄດ້ດົນ;
ຊື້ເວລາມີໂປໂມຊັນ ແຕ່ຢ່າກັກຕຸນຈົນເກີນໄປ ຄວບຄຸມປະລິມານ ແລະ ສັງເກດວັນຫມົດອາຍ.
📈 3. ເພີ່ມລາຍໄດ້ຈາກຫຼາຍທາງ
ຢ່າເພິ່ງພາລາຍໄດ້ທາງດຽວ — ເງິນເຟີ້ຈະກິນມູນຄ່າລາຄາສິນຄ້າໄປເລື້ອຍໆ
ເຮັດວຽກເສີມ: ຂາຍເຄື່ອງອອນລາຍ, ເຮັດຄອນເທັນ, ຮັບຈ້າງຣີວິວສິນຄ້າອອນລາຍ
ລົງທຶນໃນສິນຊັບທີ່ເພີ່ມມູນຄ່າໄດ້: ທອງຄຳ, ກອງທຶນ, ຫຸ້ນ, ທີ່ດິນ
ໃຊ້ທັກສະດິຈິຕອນໃຫ້ເປັນປະໂຫຍດ: ຮູ້ຂຽນເນື້ອຫາ, ໃຊ້ AI, ຂາຍສິນຄ້າອອນລາຍ
🧠 4. ພັດທະນາທັກສະທີ່ຕະຫຼາດຕ້ອງການ
ໃນຍຸກທີ່ເຄື່ອງຂອງຂື້ນລາຄາ ຜູ້ທີ່ມີທັກສະສູງ ຈະຮັບຄ່າຈ້າງສູງຂຶ້ນ
-ຮຽນພາສາຕ່າງປະເທດ
-ຮຽນການໃຊ້ເທັກໂນໂລຊີ, ດິຈິຕອນມາເກັດຕິ້ງ, AI
-ລົງທຶນໃນ “ຄວາມຮູ້” ແທນການຊື້ຂອງແພງ
🛡️ 5. ປ້ອງກັນຄວາມສ່ຽງ
-ມີເງິນສຳຮອງສຸກເສີນ 3–6 ເດືອນ
-ມີປະກັນສຸຂະພາບພື້ນຖານ
-ອອມໃນຮູບແບບທີ່ຄ່າເງິນບໍ່ຫຼຸດໄວເກີນໄປ (ທອງຄຳ, ທີ່ດິນ, ກອງທຶນ)
🌿 6. ໃຊ້ຊີວິດແບບ “ພໍພຽງ ແຕ່ມີເປົ້າໝາຍ”
-ຮູ້ຈັກຄວາມສຸກງ່າຍໆ ໂດຍບໍ່ຕ້ອງໃຊ້ເງິນຫຼາຍ
-ກຳນົດເປົ້າໝາຍທາງການເງິນ: ສັ້ນ, ກາງ, ຍາວ
ຢ່າປຽບທຽບຕົນເອງກັບຄົນອື່ນ ໃຫ້ທຽບກັບຕົນເອງໃນປີທີ່ຜ່ານມາ.