Goodluck.la ທີ່ປຶກສາດ້ານການເງິນ(FA: Financial Advisor, M&A, Etc), ບໍລິຫານກອງທຶນສ່ວນບຸກຄົນ (Private Fund Manager)

17/11/2025

ມາເບີ່ງ! 5 ອັນດັບທະນາຄານ ທີ່ມີຜົນກໍາໄລສູງສຸດປີ 2024 ໃນ ສປປ ລາວ

ກ່ອນໝົດປີ 2025, ດຽວມື້ນີ້ 10Story ຈະພາມາສະຫຼຸບຜົນການດຳເນີນງານທະນາຄານທຸລະກິດ ໃນແຖວໜ້າ ສປປ ລາວ
ວ່າໃນປີ 2024 ຜ່ານມາ ທະນາຄານໃດສາມາດສ້າງຜົນກໍາໄລຫຼາຍໜ້ອຍເທົ່າໃດ

ອັນດັບ 5: ທະນາຄານຮ່ວມທຸລະກິດລາວ-ຫວຽດ ຫຼື LVB ເຊິ່ງເປັນທະນາຄານຫຸ້ນສ່ວນ ລະຫວ່າງ ທະນາຄານ ການຄ້າຫຸ້ນສ່ວນລົງທຶນ ແລະ ພັດທະນາ ຫວຽດນາມ ຖືຮຸ້ນ 65%, ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ຖືຮຸ້ນ 25% ແລະ ບໍລິສັດ ສຸກຮຸ່ງເຮືອງ ຈໍາກັດ ຂອງລາວ ຖືຮຸ້ນ 10%, ມີຍອດຊັບສິນທັງໝົດ 20,446 ຕື້ກີບ ໂດຍໃນປີ 2024 ສາມາດສ້າງຜົນກໍາໄລໄດ້ເປັນອັນດັບ 5 ທີ່ 50,9 ຕື້ກີບ.

ອັນດັບ 4: ທະນາຄານ ສົ່ງເສີມກະສິກໍາ ຈໍາກັດ ຫຼື APB ເປັນທະນາຄານທີ່ຫັນຈາກຮູບແບບລັດວິສາຫະກິດ ກາຍມາເປັນ ບໍລິສັດຈໍາກັດ ໃນເດືອນ ກໍລະກົດ ປີ 2022 ເປັນຕົ້ນມາ ໂດຍການຮ່ວມຫຸ້ນ ລະຫວ່າງ ບໍລິສັດ ພົງຊັບທະວີ ກໍ່ສ້າງ-ຂົວທາງ ເຄຫາສະຖານ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ຖືຮຸ້ນ 70% ແລະ ລັດຖະບານລາວ ຕາງໜ້າກະຊວງ ການເງິນ ຖືຮຸ້ນ 30%, ມີຍອດຊັບສິນທັງໝົດ 12,370 ຕື້ກີບ ສາມາດສ້າງຜົນກໍາໄລ ໃນປີ 2024 ໄດ້ 157 ຕື້ກີບ.

ອັນດັບ 3: ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ຫຼື BCEL ທີ່ຫຼາຍຄົນຄຸ້ນຫູ ທີ່ໄດ້ຫັນປ່ຽນຈາກ ທະນາຄານທຸລະກິດລັດ ມາເປັນ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໃນປີ 2011 ເປັນຕົ້ນມາ ໂດຍຜູ້ຖືຫຸ້ນລາຍໃຫຍ່ ແມ່ນກະຊວງການເງິນຖືຮຸ້ນ 70%, ພະນັກງານ ທຄຕລ 5%, ຄູ່ຮ່ວມຍຸດທະສາດ 10% ແລະ ມະຫາຊົນທົ່ວໄປ 15% ມີຍອດຊັບສິນທັງໝົດ 142,191 ຕື້ກີບ ສູງສຸດເປັນອັນດັບໜຶ່ງ, ເຊິ່ງໃນປີ 2024 ສາມາດສ້າງຜົນກໍາໄລ ໄດ້ທີ່ 450 ຕື້ກີບ ຖືເປັນອັນດັບທີສາມ.

ອັນດັບ 2: ທະນາຄານ ຮ່ວມພັດທະນາ ມະຫາຊົນ ຫຼື JDB ທີ່ຫາກໍເຂົ້າຕະຫຼາດຫຼັກຊັບ ເປີດໃຫ້ມວນຊົນສາມາດຊື້ຮຸ້ນໄດ້ ເມື່ອບໍ່ດົນມານີ້, ເຊິ່ງເປັນທະນາຄານເອກະຊົນລາວ 100% ມີຍອດຊັບສິນທັງໝົດ 33,144 ຕື້ກີບ ສູງເປັນອັນດັບສາມ, ເຊິ່ງໃນປີ 2024 ສາມາດສ້າງຜົນກໍາໄລ ໄດ້ເປັນອັນດັບສອງ ທີ່ 741 ຕື້ກີບ.

ອັບດັບ 1: ທະນາຄານ ພັດທະນາລາວ ຈໍາກັດ ຫຼື LDB ເປັນອີກໜຶ່ງທະນາຄານທີ່ຫັນປ່ຽນຈາກທະນາຄານລັດ ມາເປັນ ທະນາຄານຮ່ວມທຶນ ລະຫວ່າງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ຂອງລາວ ຖືຮຸ້ນ 70% ແລະ ລັດຖະບານລາວ ຕາງໜ້າກະຊວງ ການເງິນ ຖືຮຸ້ນ 30% ຖືເປັນທະນາຄານທີ່ກໍາລັງມາແຮງໃນປັດຈຸບັນ ດ້ວຍພາບລັກທີ່ເປັນອົງກອນຂອງຄົນຍຸກໃໝ່ ພ້ອມເປັນທາງເລືອກໃຫ້ສັງຄົມ ແລະ ມີການຂະຫຍາຍຕົວຂອງ ຜະລິດຕະພັນ ການບໍລິການ ການຕະຫຼາດ ຢ່າງວ່ອງໄວ ແລະ ກວ້າງຂວາງ ເຮັດໃຫ້ LDB ໄດ້ຮັບຄວາມນິຍົມເປັນຢ່າງຍິ່ງ ໃນກຸ່ມຄົນຮຸ່ນໃໝ່ ຜູ້ທີ່ຕ້ອງການຄວາມທ້າທາຍໃນການເຮັດວຽກ, ເຮັດແທ້ທຳຈິງ, ມີສະຫວັດດີການທີ່ດີ, ການບໍລິຫານທີ່ມີຄຸນະພາບ ແລະ ເປີດໂອກາດໃຫ້ພະນັກງານ ໄດ້ເຕີບໂຕໃນສາຍງານ ຢ່າງມືອາຊີບ, ທະນາຄານ LDB ມີຍອດຊັບສິນທັງໝົດ 52.013 ຕື້ກີບ ສູງສຸດເປັນອັນດັບສອງ ຂອງທະນາຄານລາວ ໂດຍໃນປີ 2024 ສາມາດສ້າງຜົນກໍາໄລຈາກການດໍາເນີນທຸລະກິດ ໄດ້ທີ່ 1,214 ຕື້ກີບ ຖືວ່າມີຜົນກໍາໄລສູງສຸດເປັນອັນດັບທີໜຶ່ງ.

ເຊີ່ງອີກບໍ່ພໍເທົ່າໃດເດືອນກໍ່ຈະໝົດປີ 2025 ແລ້ວ! ລອງເດົາເບີ່ງວ່າປີໜ້າທະນາຄານໃດຈະມີຜົນການດຳເນີນງານເປັນແນວໃດ ແລະ ອັນດັບຍັງຄືເກົ່າຫຼືບໍ່! ແລ້ວ 10Story ຈະມາອັບເດດສູ່ຟັງອີກຄັ້ງ😉



ທີ່ມາ:
https://vegw.ldblao.la/cat-storage/api/v1/FS%20LDB%20BOL%202024%20V.ENG.pdf
https://www.jdbbank.com.la/jdb_manual/annual/JDB-Annual-Report_2024.pdf
https://www.bcel.com.la/bcel/bcelweb-datas/financial-info/annual-rpt/la/bcel_web_file_39_f7b743e3a568db59fe7290291b7769ee.pdf
https://webs.apblao.com:9000/uploads/pdf/APB-1749537932590-903504719-Statement%20of%20Financial%20Position%20Yearly%202024.pdf
https://laovietbank.com.la/files/P.KHTH/thong%20tin%20tai%20chinh/bao%20cao%20Thuong%20Niem/AR2024-LAO+ENG%20Annual%20Report%20BCTN%20LVB%20_web.pdf

14/11/2025
22/10/2025

🎉ທະນາຄານຮ່ວມພັດທະນາ ມະຫາຊົນ JDB ຈ່າຍເງິນປັນຜົນ 880 ກີບ/ຮຸ້ນ ຈາກຜົນປະກອບການຂອງປີ 2024🎉
ຈຳນວນທັງໝົດ 660,000,000,000ກີບ
🪙ຜູ້ມີສິດຮັບເງິນປັນຜົນແມ່ນຕ້ອງຊື້ຮຸ້ນກ່ອນວັນທີ 13 ພະຈິກ 2025 ( ວັນອະສິດ )🪙
📫ວັນທີປິດປື້ມບັນຊີທະບຽນຜູ້ຖືຮຸ້ນ 14 ພະຈິກ 2025
🎁ວັນທີຈັດກອງປະຊຸມຜູ້ຖືຮຸ້ນ 09 ທັນວາ 2025
💰ວັນຈ່າຍເງິນປັນຜົນ 25 ທັນວາ 2025💰
------------------------------------
📞 Call Center: 1499
LINE:
IG: jdbbanklaos
Tiktok : jdbbanklaos
Youtube: jdbbanklaos

17/09/2025

📢 📢 ຂ່າວດີສຳລັບຜູ້ລົງທຶນ !! 📢📢
ກັບການສະເໜີຈຳໜ່າຍຮຸ້ນໃຫ້ແກ່ມວນຊົນຄັ້ງທຳອິດ (IPO) ຂອງ ທະນາຄານຮ່ວມພັດທະນາ ມະຫາຊົນ (JDB)
🔹ຈຳນວນຮຸ້ນສາມັນທີ່ອອກ : 75,333,900 ຮຸ້ນ
🔹ລາຄາຈຳໜ່າຍ IPO Price : 8,800 ກີບ/ຮຸ້ນ
🔹ອອກຈຳໜ່າຍໃຫ້ແກ່ : ຜູ້ລົງທຶນພາຍໃນ ສປປ ລາວ ແລະ ຜູ້ລົງທຶນຕ່າງປະເທດ
👉ໄລຍະເວລາການຈອງຊື້ຮຸ້ນ: ວັນທີ 15-19 ກັນຍາ 2025
👉ເວລາ 8:30 ໂມງ – 15:00 ໂມງ
💙 ທະນາຄານຮ່ວມພັດທະນາ ມະຫາຊົນ JDB ເຕີບໃຫຍ່ໄປພ້ອມກັນ💙

----------------------
📞 Call Center: 1499
🌐 www.jdbbank.com.la
LINE:
IG: jdbbanklaos
Tiktok : jdbbanklaos
Youtube: jdbbanklaos

15/09/2025
15/09/2025
13/09/2025

Address

T4 Road
Vientiane
0103

Telephone

+8562055290574

Website

Alerts

Be the first to know and let us send you an email when Goodluck.la posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Goodluck.la:

Share