FSA GROUP Financial Statement Analysis & Valuation

FSA GROUP Financial Statement Analysis & Valuation ✨FSA GROUP✨

✅ຮັບວິເຄາະ & ປະເມີນ ຖານະການເງິນຂອງວິສາຫະກິດ
✅ຮັບກວດສອບບັນຊີປະຈຳປີ
✅ຮັບປຶກສາບັນຫາທາງການເງິນ
✅ບໍລິການຈັດຝຶກອົບຮົມ Co-Dektiwter Center

23/05/2026
Our professional service
21/08/2025

Our professional service

16/08/2025

Cash flow statement & analysis ມີສອນສະເພາະຢູ່ສູນ Dektiwter ເທົ່ານັ້ນ

✨FSA ຮັບບໍລິການວິເຄາະ ແລະ ປະເມີນຖານະການເງິນ ພ້ອມທັງກວດສອບບັນຊີປະຈຳປີ, ແກ້ໄຂຂໍ້ສົງໄສໃນການດຳເນີນທຸລະກິດທີ່ຂາດທຶນ ຫລື ມີບັນ...
05/10/2024

✨FSA ຮັບບໍລິການວິເຄາະ ແລະ ປະເມີນຖານະການເງິນ ພ້ອມທັງກວດສອບບັນຊີປະຈຳປີ, ແກ້ໄຂຂໍ້ສົງໄສໃນການດຳເນີນທຸລະກິດທີ່ຂາດທຶນ ຫລື ມີບັນຫາກັບເອກະສານລາຍງານຖານະການເງິນຂອງວິສາຫະກິດ.

✅ດຳເນີນງານໂດຍ ທີມງານຊ່ຽວຊານ ແລະ ທັນສະໄຫມໂດຍສະເພາະ
✅ສາມາດແກ້ບັນຫາການເງິນໃຫ້ໄດ້ຕົງຈຸດ
✅ສາມາດໃຫ້ຄຳປຶກສາທາງການເງິນທຸກຮູບແບບ
✅ຖານະການເງິນດີ ທຸລະກິດເຕີບໂຕໄດ້ດີ
✅ລາຄາຈັບຕ້ອງໄດ້ ແລະ ເຫມາະສົມກັບການບໍລິການ

ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:
☎️54900499

ຈະເຮັດທຸລະກິດທັ້ງທີກໍຕ້ອງມີການວາງແຜນຖານະການເງິນທີ່ດີ ..ການວິເຄາະການເງິນແມ່ນຫຍັງ?ແມ່ນການນຳເອົາຂໍ້ມູນທາງການເງິນ ທີ່ເກີດຈາກ...
05/10/2024

ຈະເຮັດທຸລະກິດທັ້ງທີກໍຕ້ອງມີການວາງແຜນຖານະການເງິນທີ່ດີ ..

ການວິເຄາະການເງິນແມ່ນຫຍັງ?
ແມ່ນການນຳເອົາຂໍ້ມູນທາງການເງິນ ທີ່ເກີດຈາກການບັນທຶກບັນຊີຂອງຫົວໜ່ວຍກິດຈະການໃດໜຶ່ງ (ເຊັ່ນ: ບໍລິສັດ, ສະຖາບັນການເງີນ, ອົງກອນເອກະຊົນທີ່ຫວັງຜົນກໍາໄລ ມາຄິດໄລ່ໂດຍນຳໃຊ້ສູດທາງການເງິນ (ກະຄືເອົາບົດລາຍງານທາງການເງິນທີ່ນັກບັນຊີສ້າງຂຶ້ນ ມາຄິດໄລ່ ແລະ ວິເຄາະວ່າຖານະການເງິນດີ ຫຼື ບໍ່?
________________________________________

ວິເຄາະເພື່ອຫຍັງ?
✅ເພື່ອໃຫ້ຮູ້ຈຸດອ່ອນ-ຈຸດແຂງ ແລະ ຄວາມສ່ຽງທາງການເງິນຂອງບໍລິສັດເອງ ຈະໄດ້ແກ້ບັນຫາສະພາບຄ່ອງທາງການເງິນໃຫ້ທັນເວລາ ປ້ອງກັນບໍ່ໃຫ້ເກີດມີການໝຸນເງິນໃນບໍລິສັດບໍ່ທັນ ຈົນກ້າວໄປສູ່ການຂາດທຶນ ແລະ ລົ້ມລະລາຍໃນທີ່ສຸດ.
✅ເພື່ອຊອກຈຸດຢືນຂອງຖານະການເງິນຂອງກິດຈະການ ເບິ່ງວ່າກິດຈະການດັ່ງກ່າວມີແນວໂນ້ມດີ ຫຼື ບໍ່ດີ ຕໍ່ກັບການຕັດສິນໃຈຂອງນັກລົງທຶນ ວ່າຈະເຂົ້າໄປ ຊື້/ຮຸ້ນສ່ວນ/ຄວບ ຫລື ຖືຮຸ້ນໃນກິດຈະການນັ້ນໆດີບໍ່?
✅ເພື່ອຄາດຄະເນຕົວເລກ ແລະ ວາງແຜນທາງການເງິນ.
________________________________________

ສາຍອາຊີບນີ້ ມີບົດບາດສຳຄັນເເນວໃດ?
ສໍາຄັນຫຼາຍ!!!📌ເພາະເປັນອາຊີບທີ່ຊ່ວຍນັກລົງທຶນ ຫຼື ເຈົ້າຂອງທຸລະກິດຈັດສັນໂຕເລກເລື່ອງເງິນໆທອງໆ ແລະ ຫາຂໍ້ມູນກ່ອນການລົງທຶນໃນໂຄງການໃດໜຶ່ງທີ່ເຫັນວ່າດີທີ່ສຸດ ຍິ່ງເສດຖະກິດບໍ່ດີ ຍິ່ງຕ້ອງອາໄສການວິເຄາະຫຼາຍ

✅ຜູ້ປະກອບການ(ເຈົ້າຂອງທຸລະກິດ), ນັກລົງທຶນ, ຜູ້ສະແຫວງຫາຜົນກໍາໄລ ຄວນມີວິຊາທັກສະການວິເຄາະທາງການເງິນໄວ້ ເພື່ອເປັນເຄື່ອງມືຊ່ວຍໃນການປະເມີນຄ່າການລົງທຶນ, ການຕັດສິນໃຈລົງທຶນ, ເບິ່ງຄວາມສ່ຽງ ແລະ ການເບິ່ງເຫັນໂອກາດຈາກການລົງທຶນ.
________________________________________

ໃຊ້ຫຍັງວິເຄາະ?
✅Excel ຂັ້ນສູງ ແລະ ໂປຣແກຣມການວິເຄາະ ເປັນເຄື່ອງມືທີ່ຖືກນໍາໃຊ້ຫຼາຍທີ່ສຸດເຂົ້າໃນການວິເຄາະ ໂດຍຈະນຳໃຊ້ສູດທາງ excel ແລະ ອ່ານຄ່າຕົວເລກຈາກຜົນການດໍາເນີນງານຂອງທຸລະກິດ.

ມີບໍລິສັດແລ້ວ.. ເຮົາຄວນເບິ່ງແຍງສຸຂະພາບຂອງຖານະການເງິນແນວໃດເພື່ອໃຫ້ທຸລະກິດຢູ່ຢ່າງຍາວນານ FSA ມີວິທີງ່າຍໆ ພຽງແຕ່ເບິ່ງ 4 ເອກະ...
05/10/2024

ມີບໍລິສັດແລ້ວ.. ເຮົາຄວນເບິ່ງແຍງສຸຂະພາບຂອງຖານະການເງິນແນວໃດເພື່ອໃຫ້ທຸລະກິດຢູ່ຢ່າງຍາວນານ FSA ມີວິທີງ່າຍໆ ພຽງແຕ່ເບິ່ງ 4 ເອກະສານທາງການເງິນນີ້ ເຮົາກໍສາມາດວິເຄາະຂັ້ນຕົ້ນໄດ້ ວ່າສຸຂະພາບທາງການເງິນຂອງບໍລິສັດເຮົາຢູ່ໃນລະດັບໃດ?

📊ວິເຄາະໃບລາຍງານຖານະການເງິນ (ຊັບເດີມແມ່ນ ໃບສະຫຼຸບຊັບສົມບັດ): ວິເຄາະ ແລະ ປະເມີນສະພາບຄ່ອງ, ຄວາມສາມາດໃນການຊຳລະໜີ້ສິນໄລຍະສັ້ນ, ລະດັບຄວາມສ່ຽງ ແລະ ຜົນຕອບແທນ, ໂຄງສ້າງຂອງເງິນທຶນ, ອັດຕາສ່ວນຂອງທຶນ ແລະ ການບໍລິຫານຈັດການຄວາມສ່ຽງຢ່າງເປັນລະບົບ.

🧾ໃບລາຍງານຜົນການດຳເນີນງານ (ຊັບເດີມແມ່ນ ໃບລາຍງານຜົນໄດ້ຮັບ): ວິເຄາະກຳໄລຂາດທຶນ ທຽບໃສ່ຜົນການດຳເນີນງານ ເພື່ອຮອງຮັບໃຫ້ທຸລະກິດສາມາດໝຸນເງິນໃຫ້ຄ່ອງຕົວ ແລະ ສ້າງກຳໄລ ໃນຊ່ວງເສດຖະກິດເກີດວິກິດ.

📈ໃບລາຍງານກະແສເງິນສົດ: ວິເຄາະ ແລະ ສັງເກດກະແສເງິນສົດເຂົ້າອອກ ແລະ ແຫຼ່ງລາຍຮັບຂອງກະແສເງິນສົດ ເພື່ອຮອງຮັບການດຳເນີນງານທາງການເງິນ, ການຊຳລະໜີ້, ການລົງທຶນຫລັກຊັບທີ່ໃຫ້ຜົນຕອບແທນ ແລະ ບໍ່ມີຄວາມສ່ຽງສູງ.

📋ອັດຕາສ່ວນທາງດ້ານການເງິນ: ນຳເອົາເອກະສານທາງດ້ານການເງິນ ໂດຍສະເພາະ 3 ໃບຂ້າງເທິງມາຄິດໄລ່ໂດຍນຳໃຊ້ອັດຕາສ່ວນຕ່າງໆ ເພື່ອຊອກຫາຄວາມໝັ້ນຄົງທາງດ້ານການເງິນໃຫ້ແກ່ທຸລະກິດ.

ອັດຕາສ່ວນທາງການເງິນອີກປະເພດໜຶ່ງ ທີ່ມີຄວາມສຳຄັນໃນການດຳເນີນທຸລະກິດ ເຊິ່ງແມ່ນອັດຕາສ່ວນບໍລິຫານໜີ້ສິນ ຫຼື ເຮົາເອີ້ນວ່າ Levera...
05/10/2024

ອັດຕາສ່ວນທາງການເງິນອີກປະເພດໜຶ່ງ ທີ່ມີຄວາມສຳຄັນໃນການດຳເນີນທຸລະກິດ ເຊິ່ງແມ່ນອັດຕາສ່ວນບໍລິຫານໜີ້ສິນ ຫຼື ເຮົາເອີ້ນວ່າ Leverage Ratio ແມ່ນອັດຕາສ່ວນທີ່ໃຊ້ໃນການວິເຄາະວ່າຈຳນວນທຶນ (Equity) ແລະ ລາຍຮັບ (Revenue) ທີ່ທຸລະກິດມີຢູ່ ຈະພຽງພໍທີ່ຈະນຳໃຊ້ເຂົ້າໃນການຊຳລະໜີ້ສິນໄດ້ຫຼືບໍ່ ຖ້າຫາກທຸລະກິດນັ້ນໆ ເກີດມີການກູ້ຢືມ?

Leverage Ratio ຍັງນອນຢູ່ໃນໜຶ່ງສ່ວນຂອງໂຄງສ້າງທາງດ້ານເງິນທຶນ ຖ້າອັດຕາສ່ວນການກໍ່ໜີ້ສິນຫາກຫຼາຍກວ່າທຶນ ສະແດງເຖິງຄວາມສ່ຽງທີ່ທຸລະກິດນັ້ນອາດຈະພົບໃນອະນາຄົດ (ກໍ່ຫນີ້ຫລາຍເກີນເຫດ) ແຕ່ຖ້າຫາກມີການກູ້ຢືມ ແລະ ເປັນລູກຄ້າທີ່ດີ ກໍສາມາດສ້າງ credit ໃນການຂໍສິນເຊື່ອໃຫມ່ໄດ້ອີກດ້ວຍ.

ເຫັນໄດ້ວ່າ ເປັນອັດຕາສ່ວນທີ່ບໍ່ມີຄວາມຫຍຸ້ງຍາກ ແລະ ຊັບຊ້ອນໃນການຄິດໄລ່ກໍຈິງ, ແຕ່ວ່າ ທຸລະກິດບໍ່ສາມາດຂາດອັດຕາສ່ວນດັ່ງກ່າວນີ້ໄດ້ ເນື່ອງຈາກທຸລະກິດສ່ວນໃຫຍ່ບໍ່ນຳໃຊ້ທຶນຂອງຕົນ 100% ເຂົ້າໃນການດຳເນີນທຸລະກິດ.

ນອກຈາກນີ້, ຕົວເລກທາງ Leverage Ratio ຍັງມີຄວາມສຳຄັນແກ່ນັກລົງທຶນ ແລະ ຜູ້ສະໜອງທຶນ ເນື່ອງຈາກສະແດງເຖິງຄວາມສາມາດໃນການຊຳລະໜີ້. ອັດຕາສ່ວນດັ່ງກ່າວ ຍັງກ່ຽວພັນເຖິງ 3 ອັດຕາສ່ວນຫຼັກທີ່ພົວພັນເຖິງຕົ້ນທຶນການຜະລິດຂອງກິດຈະການທີ່ມາຈາກການກໍ່ໜີ້ (ເຊິ່ງເວລາຄິດໄລ່ຫາ Leverage Ratio ເຮົາຈຳເປັນຕ້ອງຄິດໄລ່ 3 ອັດຕາສ່ວນຫລັກເພື່ອໃຫ້ກຳແຫນ້ນຂໍ້ມູນທາງການເງິນທີ່ເລິກເຊິ່ງອີກດ້ວຍ) ເຊັ່ນ:

1. Debt to Equity Ratio (ອັດຕາສ່ວນໜີ້ຕໍ່ສ່ວນຂອງຜູ້ຖືຮຸ້ນ)= Total Debt/Equity
ອັດຕາສ່ວນທີ່ຄິດໄລ່ອອກມາ ຄວນມີຄ່າໜ້ອຍກວ່າ 1

2. Debt Ratio (ອັດຕາສ່ນໜີ້ສິນ)= Total Debt/Total Assets
ອັດຕາສ່ວນທີ່ຄິດໄລ່ອອກມາ ຄວນມີຄ່າໜ້ອຍກ່ອນ 1

3. Interest Coverage Ratio (ອັດຕາສ່ວນຄວາມສາມາດໃນການຊຳລະດອກເບ້ຍ) = Earning before interest and tax/interest
ອັດຕາສ່ວນທີ່ຄິດໄລ່ອອກມາ ຄວນມີຄ່າຫຼາຍກວ່າ 1

Address

Vientiane

Website

Alerts

Be the first to know and let us send you an email when FSA GROUP Financial Statement Analysis & Valuation posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share