07/04/2026
🔵[English below] ໃນວັນທີ 03 ເມສາ 2026, ທາງທີມງານ ບໍລິສັດແອັດແສັດ ເອເຊຍ ຈຳກັດ (AssetAsia Co., Ltd.) ໄດ້ ນຳສະເໜີ "ການເຮັດບັນຊີຈຸນລະວິສາຫະກິດຂອງຕົນເອງໂດຍນຳໃຊ້ AssetAsia.net " ພາຍໃຕ້ຫົວຂໍ້ ຝຶກອົບຮົມ: “ສ້າງຄວາມເຂັ້ມແຂງໃຫ້ແກ່ພາກລັດ, ສະພາການຄ້າ ແລະ ອຸດສາຫະກຳຂັ້ນເມືອງ, ສະມາຄົມທຸລະກິດ, ຜູ້ປະກອບການ MSME ໂດຍການນຳໃຊ້ລະບົບບັນຊີການເງິນ ແລະ ເຄື່ອງມື AI ເພື່ອເຂົ້າຫາແຫຼ່ງທຶນ ແລະ ການຕະຫຼາດ” ຢູ່ ແຂວງອຸດົມໄຊ, ເຊີ່ງຈັດໂດຍ ສູນບໍລິການ SME (Laos SME Service Center), ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳເມືອງໄຊ, ສູນບໍລິການ SME ແຂວງອຸດົມໄຊ.
ຈຸດປະສົງຂອງການຈັດສຳມະນາໃນຄັ້ງນີ້ ແມ່ນເພື່ອໃຫ້ຜູ້ປະກອບການຮຽນຮູ້ລະບຽບຫຼັກການໃນການຄຸ້ມຄອງບໍລິຫານທຸລະກິດໃນຍຸກສະໄໝໃໝ່ ແລະ ສາມາດເຂົ້າເຖິງນະວັດຕະກຳໃໝ່ໆໃຫ້ທັນຍຸກທັນສະໄໝ.
On April 3, 2026, the team from AssetAsia Co., Ltd. presented a session on "Managing Micro-Enterprise Accounting Independently using AssetAsia.net ". This was part of a training workshop titled: "Strengthening the Public Sector, District Chambers of Commerce and Industry, Business Associations, and MSMEs by utilizing Financial Accounting Systems and AI Tools to Access Funding and Markets." The event was held in Oudomxay Province and organized by the Laos SME Service Center (SSC) of the Lao National Chamber of Commerce and Industry (LNCCI), in collaboration with the Xay District Chamber of Commerce and Industry and the Oudomxay Provincial SME Service Center.
The objective of this seminar was to enable entrepreneurs to learn the principles of business management in the modern era and to provide them with access to the latest innovations to stay current with global trends.
✔✔✔✔✔
📖"ຄູ່ມືການນຳໃຊ້ໂປຣແກຣມບັນຊີອອນລາຍ AssetAsia.net " ກົດຈາກລີ້ງນີ້ເພື່ອດາວໂຫຼດ: 👉 https://drive.google.com/drive/folders/1BAb_tAnBZrPK0lkpbNGkw0Qp3rqMpcqC?usp=sharing
=====
🔵 [English below] ປະຫວັດຄວາມເປັນມາຂອງ ບໍລິສັດແອັດແສັດ ເອເຊຍ ຈຳກັດ (Background of AssetAsia Co., Ltd.):
ເນື່ອງຈາກວ່າປະເທດ ສປປ ລາວ ເປັນປະເທດກຳລັງພັດທະນາ, ສັດສ່ວນທຸລະກິດທີີ່ນອນຢູ່ໃນຮູບແບບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ກໍ່ສູງກວ່າຮູບແບບທຸລະກິດອື່ນ ແລະ ປະຊາຊົນສ່ວນຫຼາຍກໍ່ບໍ່ໄດ້ເຂົ້າເຖີງຄວາມຮູ້ພື້ນຖານດ້ານການເງິນ (Financial literacy) ເຊັ່ນ:
(1) ບໍ່ຮູ້ເຮັດບັນຊີຄຸ້ມຄອງຄົວເຮືອນຂອງຕົນເອງເພື່ອຄຸ້ມລາຍຮັບລາຍຈ່າຍຂອງຄົວເຮືອນໃຫ້ມີປະສິດທິພາບສູງສຸດ ເພື່ອໃຫ້ເກິດມີການອອມຂອງຄົວເຮືອນຢ່າງມີປະສິດທິຜົນ,
(2) ບໍ່ຮູ້ຄິດໄລ່ຕົ້ນທຶນຂອງຜະລິດຕະພັນການຜະລິດທີ່ຕົນເອງຜະລິດຂຶ້ນມາໄດ້ເພື່ອກຳນົດລາຄາຂາຍຂອງຜະລິຕະພັນດັ່ງກ່າວໃຫ້ມີຢ່າງລາຄາທີ່ຢຸດຕິທຳ,
(3) ບໍ່ສາມາດເຮັດແຜນການເງິນໂດຍພື້ນຖານເພື່ອວາງການເງິນສ່ວນບຸກຄົນ, ວາງແຜນການເງິນຂອງຄົວເຮືອນ ແລະວາງແຜນການເງິນສຳລັບກິດຈະ ກຳການສ້າງລາຍໄດ້ ຢ່າງມີປະສິດຕິພາບແລະນຳແຜນດັ່ງກ່າວມານຳໃຊ້ໄດ້,
(4) ບໍ່ສາມາດຄິດໄລ່ດອກເບັ້ຍເງິນຝາກ ແລະເງິນກູ້ ທີ່ຕົນເອງມີສ່ວນຮ່ວມໄດ້ຢ່າງຖືກຕ້ອງ,
(5) ບໍ່ຮູ້ຄວາມ ສຳຄັນຂອງການທ້ອນເງິນ/ການອອມ ເຊິ່ງເປັນເຄື່ອງມືສຳຄັນທີ່ກໍ່ເກີດຂອງຄວາມມັ່ງຄັງທາງການເງິນ ແລະ,
(6) ມີຄວາມຫຍຸ້ງຫຍາກໃນການບໍລິຫານຄຸ້ມຄອງດ້ານການເງິນຂອງຕົນເອງ ເຊັ່ນ ກຳ ນົດລາຄາຂາຍທີ່ກຸ້ມກັບຕົ້ນທຶນທີ່ຕົນເອງໄດ້ໃຊ້ໄປໃນຮູບຕົວເງິນແລະບໍ່ເປັນຕົວເງິນ ເຂົາເຈົ້າກໍ່ມີຄວາມຫຍຸ້ງຫຍາກລຳບາກແລ້ວ, ຖ້າຈະໄປຈ້າງໃຫ້ນັກບັນຊີການເງິນທີ່ມີຄວາມຮູ້ມາຊ່ວຍແນະນຳ ພວກເພີ່ນກະບໍ່ມີທຶນຮອນພຽງພໍ.
ຕໍ່ຈາກບັນຫາທີ່ໄດ້ກ່າວມາຂ້າງເທີງນັ້ນ ແລະ ປະກອບກັບມີເຫດການ ໂຄວິດ-19 ແຜ່ລະບາດຫຼາຍໃນປີ 2021 ແລະ ເປັນຊວ່າງ ລ໋ອກດາວ, ໃນວັນທີ 29 ພຶດສະພາ ປີ 2021, ບໍລິສັດທີ່ປຶກສາອີບິດ ຈຳກັດ (EBIT : 👉 https://www.facebook.com/ebitconsultancycompany) ໄດ້ຈັດຕັ້ງ ໂຄງການ ນະວັດຕະ ກຳແກ້ໄຂບັນຫາແບບທັນສະໄໝ ( ASSET : Advanced Solutions Support Ending Troubles ) ເພື່ອພັດທະນາໂປຣແກຣມບັນຊີອອນລາຍ AssetAsia.net ນີ້ ຂື້ນມາ ເຊີ່ງເປັນ “ລະບົບບັນຊີທີ່ຊ່ວຍແກ້ໄຂຄວາມຫຍຸ້ງຫຍາກໃນການເຮັດບັນຊີ ( ASSET : Accounting System Supports Ending Troubles ) ເພື່ອໃຫ້ຄົນທີ່ບໍ່ໄດ້ຮຽນບັນຊີມາກ່ອນ ກໍ່ສາມາດເຮັດເອງໄດ້ ແລະ ປະຊາຊົນທົ່ວໄປ ກໍ່ເຮັດໄດ້ ປຽບສະເໜືອນ ດັ່ງຕົນເອງໄດ້ຮຽນບັນຊີມາແລ້ວ ແລະ ບໍ່ຢາກໃຫ້ປະຊາຊົນຜູ່ມີລາຍໄດ້ຕ່ຳ ແລະ ເຈົ້າຂອງທຸລະກິດ ໂດຍສະເພາະ ຈຸນລະວິສາກິດ ໃນ ສປປ ລາວ ຕ້ອງປະເຊີນກັບຄວາມຫຍຸ້ງຍາກ ເພາະລົງບັນຊີບໍ່ເປັນ ແລະ ເສຍເວລາ ແລະ ເສຍເງິນຫຼາຍໃນການຈັດຈ້າງພະນັກງານບັນຊີ. ຂໍພຽງແຕ່ພວກເຂົາເຈົ້າສາມາດອ່ານພາສາລາວໄດ້ ແລະ ມີອິນເຕີແນັດກັບມືຖືສະມາດໂຟນ ຫຼື ຄອມພີມເຕີ້ ກໍ່ສາມາດບັນທຶກບັນຊີຂອງພວກເຂົາເຈົ້າ ດ້ວຍຕົວເອງໄດ້ ເພື່ອໃຫ້ສາມາດຄຸ້ມຄອງ ແລະ ບໍລິຫານການເງິນຂອງຕົນເອງໄດ້ ໂດຍການ ນຳໃຊ້ບັນຊີອອນລາຍ AssetAsia.net ເທົ່ານັ້ນ... ກໍ່ສຸດຍອດແລ້ວ.
ໃນວັນທີ 7 ກຸມພາ 2022 ເວລາຕອນເຊົ້າ 8:25ໂມງ, ໄດ້ເປິດຕົວເວັບໄຊສ໌ AssetAsia.net ຢ່າງເປັນທາງການເພື່ອໃຫ້ຈຸລະວິສາຫະກິດ ແລະ ບຸກຄົນທົ່ວໄປທີ່ສົນເຂົ້າໄປລົງທະບຽນນຳໃຊ້ຟຣີໄດ້ຕະຫຼອດຊີວິດ ( ສາມາດກົດລີ້ງນີ້ເພື່ອເຂົ້າເບີ່ງຂໍ້ມູນເພີ່ມເຕີ່ມ: 👉 https://lnkd.in/gzYcCNU8 ).
=====
ກົດເຂົ້າເບິ່ງໃບອະນຸຍາດໂປຣແກຣມບັນຊີສຳລັບວິສາຫະກິດຂະໜາດນ້ອຍສຸດ (ຈຸນລະວິສາຫະກິດ) ສະບັບເລກທີ 0534/ກງ, ລົງວັນທີ 12 ກຸມພາ 2024:👉https://www.facebook.com/share/p/NRt5nKMSAF9quCpM/
=====
ເພື່ອຮັບປະກັນຄວາມຍືນຍົງ ແລະ ຕໍ່ເນື່ອງຂອງຜູ່ຊົມໃຊ້ທີ່ເປັນເຈົ້າຂອງຈຸນລະວິສາຫະກິດ ແລະ ບຸກຄົນທົ່ວໄປ, ສະນັ້ນ, ໃນວັນທີ່ 6/12/2022, ທາງທີມງານ ໂຄງການ ນະວັດຕະກຳແກ້ໄຂບັນຫາແບບທັນສະໄໝ (ASSET) ຈຶ່ງຫັນປ່ຽນໂຄງການນີ້ໃຫ້ເປັນ ບໍລິສັດ ແອັດແສັດ ເອເຊຍ ຈຳກັດ (AssetAsia Co., Ltd.) ເພື່ອສະດວກສຳລັບຜູ່ ນຳໃຊ້ໂປຣແກຣມບັນຊີອອນລາຍ AssetAsia.net ເຊີ່ງຜູ່ນຳໃຊ້ສາມາດນຳໃຊ້ຟຣີຕະຫຼອດໄປ ສຳລັບເວີຊັນ ຈຸນລະວິສາຫະກິດ ແລະ ບຸກຄົນທົ່ວໄປ.
=====
🔵 ບໍລິສັດ ແອັດແສັດ ເອເຊຍ ຈຳກັດ (AssetAsia Co., Ltd.) [👉 https://www.facebook.com/AssetAsiaCoLtd/] ດຳເນີນທຸລະກິດ ເຕັກໂນໂລຊີ ແລະ ການສື່ສານ ເຊີ່ງໃຫ້ບໍລິການດັ່ງຕໍ່ໄປນີ້:
☑ ສ້າງ ແລະ ບໍລິການຊ໊ອບແວ (ສ້າງໂປຣແກຣມບັນຊີ, ສ້າງແອັບພີເຄຊັນ ແລະ ສ້າງເວັບໄຊ)
☑ ບໍລິການ ທີ່ປຶກສາ ດ້ານໄອຊີທີ
☑ ບໍລິການ ຈັດຝຶກອົບຮົມ ດ້ານໄອຊີທີ
📍ອ່ານເພີ່໋ມເຕີ່ມໃນ: 👉 https://www.facebook.com/AssetAsiaCoLtd/
ໂທ : (+856 21) 740 454
ອີເມວ: [email protected]
======
ASSET stands for 💡 Advanced Solutions Support Ending Troubles, officially registered as "the AssetAsia Co., Ltd."
=====
📢 Background of ASSET:
As Lao PDR is a developing country, many Micro, Small and Medium Enterprises (MSMEs) do not have adequate financial literacy (i.e., the ability to conduct basic bookkeeping; calculate production costs; financial planning, etc.). They also lack the resources to hire accountants to assist them.
Accordingly, on May 29, 2021, EBIT Consultancy Co., Ltd. (EBIT: 👉 https://www.facebook.com/ebitconsultancycompany) established the Advanced Solutions Support Ending Troubles (ASSET) Project to develop online accounting software under its domain name: AssetAsia.net
=====
✅ The objective of this system is to make accounting easier for those who have little or no experience in the area so that they can conduct accounting independently. It will also assist microenterprises and other small businesses that will be able to save time and money by doing their bookkeeping and financial management. If the business owners are able to read Lao, and they have internet access, a smartphone, or a computer, they can manage their finances via the online accounting software on 👉 AssetAsia.net
On February 7, 2022, 👉 AssetAsia.net website was officially launched for microenterprises and individuals to use free of charge. (please refer to 👉 https://lnkd.in/gzYcCNU8 for more details).
=====
License of Free Online Accounting Software for Micro-Enterprises officially authorized by the Ministry of Finance of Lao PDR, regarding the license number 0534/MoF dated 12 February 2024 | https://www.facebook.com/share/p/NRt5nKMSAF9quCpM/
======
To achieve a sustainable goal of the ASSET Project, the Advanced Solutions Support Ending Troubles (ASSET) Project was legally transformed to the " AssetAsia Co., Ltd." (ASSET) [👉 https://www.facebook.com/AssetAsiaCoLtd/ ] in 6 December 2022 to ensure the sustainable service provision for the users especially Lao micro-enterprises and individuals.
More at: 👉 https://www.facebook.com/assetasia.net/videos
======
🔵 AssetAsia Co., Ltd provides the following qualified services:
1. Software Development Services:
☑ Data Warehouse & Reporting Services;
☑ Web Application by ASP.Net core;
☑ Window Application by MS Visual Studio
2. Training Services:
☑ Microsoft Excel for Beginner;
☑ Advance Microsoft Excel;
☑ Microsoft SQL Server 2012;
☑ SQL Server Reporting Services (SSRS);
☑ Window Application by Microsoft Visual Studio 2019 (Beginner)
☑ Window Application by Microsoft Visual Studio 2019 (Advance)
======
AssetAsia Co., Ltd. | Advanced Solutions Support Ending Troubles (ASSET)
AssetAsia.net | Accounting System Supports Ending Troubles | Free Online Accounting Software for Micro Enterprises
www.assetasia.net
Ban Xang Khou, Xaythany Dist.,
Vientiane Capital, Laos
Office Telephone: (+856 21) 740 454
E-mail: [email protected]
Please follow us at:
Facebook: 👉 https://www.facebook.com/assetasia.net
TikTok: 👉 https://www.tiktok.com/.net
LinkedIn: 👉 https://www.linkedin.com/company/assetasia.net/
Youtube: 👉 https://www.youtube.com/channel/UC13jNh6yT-rqEg51MAH474Q
===
FEB Faculty of Economics and Business Management ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ LCPAA LASCU ສງລ Department of Micro, Small and Medium Enterprise Promotion ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ .net