08/05/2026
10 ອັນດັບທະນາຄານທຸລະກິດໃນ ສປປ ລາວ ສ້າງຜົນກໍາໄລສຸດທິ ປະຈໍາປີ 2025: ທະນາຄານ LDB ນຳໜ້າດ້ານກຳໄລແລະການຄຸ້ມຄອງຄຸນນະພາບສິນເຊື່ອ ຂະນະທີ່ ທະນາຄານ BCEL ຍັງຄົງຮັກສາຖານະຜູ້ນຳດ້ານຍອດເງິນຝາກແລະສິນເຊື່ອສູງສຸດ
ພາບລວມຂອງຂະແໜງການທະນາຄານໃນປີ 2025 ຍັງສືບຕໍ່ຂະຫຍາຍຕົວໃນທິດທາງທີ່ດີ ໂດຍສະເພາະຜົນການດຳເນີນງານແຕ່ລະທະນາຄານ ຍັງມີຜົນກຳໄລ ແລະ ຊັບສິບຂະຫຍາຍຕົວຕໍ່ເນື່ອງ
ມື້ນີ້ 10Story ຈະສະຫຼຸບຂໍ້ມູນສໍາຄັນ ຂອງ 05 ອັນດັບທໍາອິດ ທະນາຄານທີ່ສາມາດສ້າງຜົນກໍາໄລສຸດທິໄດ້ສູງສຸດ ປະຈໍາປີ 2025
•ອັນດັບ 01: LDB ຜູ້ນໍາດ້ານປະສິດທິພາບການສ້າງກໍາໄລ ແລະ ຄຸນນະພາບສິນເຊື່ອ ສ້າງຜົນກໍາໄລສຸດທິສູງສຸດ ຈໍານວນ 943 ຕື້ກີບ
ຊຶ່ງເປັນຕົວເລກສູງທີ່ສຸດ ໃນບັນດາທະນາຄານທີ່ມີຂໍ້ມູນປຽບທຽບ, ຕົວເລກດັ່ງກ່າວ ສະແດງໃຫ້ເຫັນເຖິງຄວາມອາດສາມາດໃນການບໍລິຫານຊັບສິນ ແລະ ການສ້າງຜົນຕອບແທນໄດ້ຢ່າງມີປະສິດທິຜົນ ໂດຍສາມາດສ້າງຜົນກຳໄລໄດ້ສູງກວ່າ ຫາກທຽບກັບຍອດຊັບສິນທີ່ມີໃນປັດຈຸບັນ.
LDB ມີຍອດຊັບສິນລວມ 63,336 ຕື້ກີບ, ຍອດເງິນຝາກ 54,775 ຕື້ກີບ ແລະ ສິນເຊື່ອ 47,966 ຕື້ກີບ. ຕົວເລກດັ່ງກ່າວສະແດງໃຫ້ເຫັນວ່າ ທະນາຄານມີຄວາມສາມາດໃນການນໍາໃຊ້ແຫຼ່ງທຶນ ໃນການສ້າງລາຍຮັບໄດ້ຢ່າງມີປະສິດທິຜົນ.
ນອກຈາກນັ້ນ, LDB ຍັງສາມາດຮັກສາອັດຕາໜີ້ເສຍ (NPL) ໃຫ້ຢູ່ໃນລະດັບຕ່ຳບໍ່ເກີນ 1% ຊຶ່ງເປັນລະດັບຕ່ຳສຸດໃນກຸ່ມທະນາຄານ ສະແດງໃຫ້ເຫັນເຖິງ ຂີດຄວາມສາມາດໃນການຄວບຄຸມຄວາມສ່ຽງຂອງ LDB ໄດ້ຢ່າງມີປະສິດທິຜົນ.
•ອັນດັບ 02: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ຍັງຄົງຮັກສາສະຖຽນລະພາບ ແລະ ຜູ້ນໍາດ້ານສ່ວນແບ່ງຕະຫຼາດ ສ້າງຜົນກໍາໄລສຸດທິ ຈໍານວນ 933 ຕື້ກີບ
BCEL ຍັງຄົງຄອງຕຳແໜ່ງທະນາຄານທີ່ມີຂະໜາດໃຫຍ່ທີ່ສຸດ ດ້ວຍຍອດຊັບສິນທັງໝົດ 160,757 ຕື້ກີບ, ມີຖານເງິນຝາກທີ່ຄອງສ່ວນແບ່ງຫຼາຍທີ່ສຸດ ເຖິງ 151,635 ຕື້ກີບ ແລະ ມີຍອດສິນເຊື່ອ 69,514 ຕື້ກີບ. ຂະໜາດຂອງຍອດຊັບສິນ ແລະ ຍອດເງິນຝາກ ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ຂອງມວນຊົນ ແລະ ຄວາມເປັນຜູ້ນໍາດ້ານສ່ວນແບ່ງຕະຫຼາດ.
ໃນດ້ານຜົນການດໍາເນີນງານ, ທະນາຄານ BCEL ມີກໍາໄລສຸດທິ 933 ຕື້ກີບ ຊຶ່ງຖືວ່າຢູ່ໃນລະດັບດີ, ຫາກພິຈາລະນາຕາມຍອດຊັບສິນທີ່ມີສູງເປັນອັນດັບໜຶ່ງ ສັງເກດເຫັນໄດ້ວ່າ ປະສິດທິພາບໃນການນຳໃຊ້ຊັບສິນເພື່ອສ້າງຜົນຕອບແທນຂອງ BCEL ຍັງມີຊ່ອງທາງທີ່ສາມາດຕໍ່ຍອດເພີ່ມໄດ້ອີກ.
•ອັນດັບ 03: ທະນາຄານ ຮ່ວມພັດທະນາ (JDB) ທະນາຄານທີ່ຮັກສາ ຄວາມສົມດຸນ ລະຫວ່າງການເຕີບໂຕ ແລະ ຄຸນນະພາບຊັບສິນ ສ້າງຜົນກໍາໄລສຸດທິ ຈໍານວນ 718 ຕື້ກີບ
JDB ມີຍອດຊັບສິນ 43,783 ຕື້ກີບ, ຍອດເງິນຝາກ 37,440 ຕື້ກີບ ແລະ ສິນເຊື່ອ 25,126 ຕື້ກີບ. ຈາກຕົວເລກດັ່ງກ່າວ ສະແດງໃຫ້ເຫັນວ່າ ທະນາຄານ ສາມາດຮັກສາຄວາມສົມດູນ ລະຫວ່າງ ການຂະຫຍາຍສິນເຊື່ອ ແລະ ການຮັກສາສະພາບຄ່ອງ. ໂດຍລວມ JDB ມີຄວາມ ໝັ້ນຄົງດ້ານຄຸນນະພາບຊັບສິນ ແຕ່ຍັງມີໂອກາດ ຫຼື ຊ່ອງທາງ ໃນການຍົກລະດັບປະສິດທິພາບການສ້າງລາຍຮັບຈາກດອກເບ້ຍໄດ້ຕື່ມອີກ.
•ອັນດັບ 04: ທະນາຄານ ສົ່ງເສີມກະສິກຳ (APB) ຍັງຮັກສາຜົນການດໍາເນີນງານໄດ້ຢ່າງມີສະຖຽນລະພາບ ສ້າງຜົນກໍາໄລສຸດທິ ຈໍານວນ 311 ຕື້ກີບ
APB ມີຍອດຊັບສິນ 20,196 ຕື້ກີບ, ຍອດເງິນຝາກ 16,612 ຕື້ກີບ ແລະ ທຶນຈົດທະບຽນ 500 ຕື້ກີບ.
ຜົນການດໍາເນີນງານສະແດງໃຫ້ເຫັນວ່າ APB ສາມາດສ້າງຜົນກໍາໄລສຸດທິ 311 ຕື້ກີບ ຕົວເລກນີ້ສະແດງໃຫ້ເຫັນວ່າ ທະນາຄານສາມາດສ້າງຜົນຕອບແທນຈາກຊັບສິນໄດ້ໃນລະດັບພໍສົມຄວນ
ນອກຈາກນີ້, APB ຍັງໄດ້ຂະຫຍາຍການປ່ອຍສິນເຊື່ອໃຫ້ແກ່ລູກຄ້າຢ່າງຕໍ່ເນື່ອງ ເຊິ່ງສະທ້ອນໃຫ້ເຫັນເຖິງການເຕີບໂຕຂອງທຸລະກິດ ແລະ ຄວາມສາມາດໃນການສ້າງລາຍຮັບຈາກດອກເບ້ຍທີ່ມີປະສິດທິພາບ.
•ອັນດັບ 05: ທະນາຄານພົງສະຫວັນ ຈຳກັດ ສາມາດສ້າງຜົນການດຳເນີນງານໄດ້ຢ່າງໂດດເດັ່ນ ໂດຍມີກຳໄລສຸດທິສູງເຖິງ 90,4 ຕື້ກີບ
ທະນາຄານ PSV ມີລວມຍອດຊັບສິນທັງໝົດ 11,896 ຕື້ກີບ ຍອດເງິນຝາກ 10,413 ຕື້ກີບ ແລະ ທຶນຈົດທະບຽນ 502 ຕື້ກີບ ໂດຍມີປັດໄຈຫຼັກມາຈາກການຂະຫຍາຍຕົວມາຈາກຍອດເງິນໃຫ້ກູ້ຢືມແກ່ລູກຄ້າທີ່ສູງຂຶ່ນ ແລະ ຍັງສາມາດຮັກສາຖານເງິນຝາກຈາກລູກຄ້າໄດ້ຢ່າງເຂັ້ມແຂງ
*ໝາຍເຫດ: ຜົນການດຳເນີນງານແມ່ນອີງໃສ່ສະເພາະທະນາຄານທຸລະກິດລັດ, ລັດຮ່ວມທຶນ ແລະ ເອກະຊົນ ໃນ ສປປ ລາວ