Lao Click Money

Lao Click Money ^_^ ບໍລິການໂອນເງິນ (ລາວ-ໄທ; ໄທ-ລາວ); ໂອນພາ

ຂໍ້ຄິດດີໆ
21/06/2022

ຂໍ້ຄິດດີໆ

50 ຂໍ້ຄິດ ຈາກໜັງສື “ພໍ່ລວຍສອນລູກ” (Rich Dad Poor Dad)" ໂດຍ ໂຣເບີດ ຄິໂຢຊາກິ (Robert Kiyosaki)
---------------------------------------------
1. ຊັບສິນທີ່ຊົງພະລັງທີ່ສຸດຂອງຄົນເຮົາຄື “ຄວາມຄິດ” ເພາະວ່າຄວາມຄິດສາມາດກຳນົດຊີວິດ ແລະການກະທຳຂອງເຮົາໄດ້.
2. ຈົ່ງເຮັດວຽກເພື່ອ “ຮຽນຮູ້” ຢ່າເຮັດວຽກເພື່ອ “ເງິນ”
3. ຖ້າເຈົ້າເຮັດວຽກເພື່ອເງິນ ອຳນາດເຈົ້າຈະຢູ່ໃນມືຂອງນາຍຈ້າງ ແຕ່ຖ້າເຈົ້າໃຫ້ເງິນເຮັດວຽກ ອຳນາດຈະຢູ່ໃນມືເຈົ້າ
4. ພໍ່ຈົນ ປະຢັດທຸກອັດ ທຸກກີບ ເພື່ອສະສົມເງິນ ພໍ່ລວຍ ໃຊ້ທຸກອັດ ທຸກກີບ ເພື່ອການລົງທຶນ.
5. ການມີເງິນຫຼາຍໆ ບໍ່ສຳຄັນເທົ່າການຮູ້ຈັກວິທີຮັກສາເງິນໃຫ້ຢູ່ກັບເຮົາ
6. ຄົນຈົນເຫັນຂອງທີ່ຢາກໄດ້ບອກ “ເຮົາບໍ່ມີເງິນຊື້” ຄົນລວຍມັກຕັ້ງຄຳຖາມວ່າ “ເຮົາຈະຊື້ມັນໄດ້ແບບໃດ?”
7. ຄົນລວຍໃຫ້ຄວາມສຳຄັນກັບຊັບສິນ ຄົນທົ່ວໄປສົນໃຈແຕ່ລາຍໄດ້
8. ທຸລະກິດໃດ? ແກ້ບັນຫາຜູ້ຄົນໄດ້ຫຼາຍເທົ່າໃດ? ທຸລະກິດນັ້ນກໍຍິ່ງລ້ຳລວຍ
9. ຖັງແຕກມັນເປັນເລື່ອງ “ຊົ່ວຄາວ” ຄວາມຈົນມັນເປັນເລື່ອງ “ຖາວອນ”
10. ຄົນຈົນມັກຄິດວ່າ “ຂ້ອຍເຮັດບໍ່ໄດ້” ຄົນລວຍມັກຄິດວ່າ “ຂ້ອຍຕ້ອງເຮັດແບບໃດ?”
11. ນິໄສການໃຊ້ເງິນ ຈະສະທ້ອນໃຫ້ເຫັນຕົວຕົນທີ່ແທ້ຈິງ ວ່າເຮົາເປັນຄົນລວຍ, ຄົນຊັ້ນກາງ ຫຼື ຄົນຈົນ.
12. ພໍ່ຈົນບອກ ຊາດນີ້ບໍ່ມີວັນລວຍແນ່ນອນ ພໍ່ລວຍບອກ ຄົນລວຍເຂົາບໍ່ຄິດກັນແບບນັ້ນດອກ!!!
13. ພໍ່ຈົນສອນວ່າ ຕັ້ງໃຈຮຽນຈະໄດ້ເຮັດວຽກກັບບໍລິສັດທີ່ໝັ້ນຄົງ ພໍ່ລວຍສອນວ່າ ຕັ້ງໃຈຮຽນຈະໄດ້ຊື້ບໍລິສັດທີ່ໝັ້ນຄົງ
14. ຖ້າເຈົ້າຢາກເຮັດວຽກເພື່ອເງິນ ໄປຮຽນເອົາທີ່ໂຮງຮຽນ ແຕ່ຖ້າເຈົ້າຢາກໃຫ້ເງິນເຮັດວຽກໃຫ້ ເຈົ້າຕ້ອງຮຽນຈາກຊີວິດຈິງ
15. ພໍ່ຈົນສອນວ່າ ການຮັກງເິນເປັນບໍ່ເກີດຂອງຄວາມຊົ່ວຮ້າຍ ພໍ່ລວຍສອນວ່າ ການຂາດເງິນເປັນບໍ່ເກີດຂອງຄວາມຊົ່ວຮ້າຍ
16. ພໍ່ຈົນສອນວ່າ ຄົນລວຍຄວນເສຍພາສີຫຼາຍໆ ເພື່ອຊ່ວຍຄົນຈົນ ພໍ່ລວຍສອນວ່າ ພາສີເຮັດໃຫ້ຄົນຂະຫຍັນ ໃຫ້ລາງວັນຄົນຂີ້ຄ້ານ
17. ພໍ່ຈົນບອກ ພໍ່ບໍ່ລວຍເພາະພໍ່ມີລູກ ພໍ່ລວຍບອກ ພໍ່ຕ້ອງລວຍເພາະພໍ່ມີລູກ
18. ພໍ່ຈົນບອກ ເລື່ອງເງິນຄຳຕ້ອງປອດໄພໄວ້ກ່ອນ ພໍ່ລວຍບອກ ຕ້ອງຮູ້ຈັກວິທີຈັດການກັບຄວາມສ່ຽງ
19. ພໍ່ຈົນບອກວ່າ ເຮືອນເປັນການລົງທຶນ ແລະເປັນຊັບສິນທີ່ໃຫຍ່ທີ່ສຸດ ພໍ່ລວຍບອກ ເຮືອນບໍ່ແມ່ນການລົງທຶນ ແລະເປັນໜີ້ສິນທີ່ໃຫຍ່ທີ່ສຸດ
20. ພໍ່ຈົນ ຊຳລະໜີ້ເປັນອັນດັບທຳອິດ ພໍ່ລວຍ ຊຳລະໜີ້ເປັນອັນດັບສຸດທ້າຍ
21. ພໍ່ຈົນ ສອນວິທີຂຽນ resume ແນວໃດໃຫ້ໄດ້ວຽກ ສ່ວນພໍ່ລວຍສອນວິທີຂຽນ
Business Plan ແບບໃດ? ໃຫ້ສ້າງວຽກ
22. ພໍ່ຈົນບອກ ເງິນບໍ່ສຳຄັນ ພໍ່ລວຍບອກ ເງິນຄືອຳນາດ
23.ໄຫວພິບທາງການເງິນ ມີ 4 ຢ່າງ ຄື: 1. ຄວາມຮູ້ທາງບັນຊີ 2. ຄວາມຮູ້ການລົງທຶນ 3. ເຂົ້າໃຈຕະຫຼາດ 4. ຄວາມຮູ້ເລື່ອງກົດໝາຍ
24. ການຮຽນຮູ້ວິທີໃຊ້ເງິນເຮັດວຽກໃຫ້ເຮົາ ຕ້ອງຮຽນຮູ້ກັນຕະຫຼອດຊີວິດ
25. ຄົນລວຍໃຫ້ຄວາມສຳຄັນກັບຊັບສິນ ຄົນທົ່ວໄປສົນໃຕແຕ່ລາຍໄດ້
26. ຖ້າຮູ້ເລື່ອງເງິນ ເຈົ້າມີໂອກາດຈະເລີນກ້າວໜ້າໄປໄດ້ໄກ ແຕ່ຖ້າເຈົ້າບໍ່ຮູ້ ໂລກນີ້ຈະເປັນສິ່ງໜ້າຢ້ານສຳລັບເຈົ້າ
27.ສຳລັບພໍ່ຈົນແລ້ວຄວາມໝັ້ນຄົງໃນວຽກສຳຄັນທີ່ສຸດ ແຕ່ສຳລັບພໍ່ລວຍ ການຮຽນຮູ້ສຳຄັນທີ່ສຸດ
28. ຖ້າເຈົ້າຮູ້ວ່າໂຕເອງຄືຕົ້ນຕໍຂອງບັນຫາ ຈົ່ງປ່ຽນໂຕເອງດ້ວຍການຮຽນຮູ້ເພີ່ມຕື່ມ ເພື່ອຄວາມສະຫຼາດຫຼາຍຂຶ້ນ ຢ່າໄປໂທດຄົນອື່ນ ຈາກບັນຫາຂອງໂຕເອງ.
29.ຄົນລວຍມຸ່ງສ້າງເຄືອຂ່າຍ ຄົນທ່ົວໄປເບິ່ງຫາວຽກເຮັດ
30.ຢ່າໃຫ້ອາລົມເປັນໂຕກຳນົດການກະທຳ ຈົ່ງໃຊ້ສະໝອງກຳນົດການກະທຳ
31.ຜູ້ຊະນະຄືຜູ້ທີ່ບໍ່ຢ້ານກົວຕໍ່ຄວາມລົ້ມເຫຼວ ຄົນທີ່ຫຼີກເວັ້ນຄວາມລົ້ມເຫຼວ ຈະບໍ່ມີມື້ປະສົບຄວາມສຳເລັດ.
32.ຄຳວ່າ Job ຫຍໍ້ມາຈາກ Just Over Broke ແປວ່າ “ພໍໃຫ້ມີເງິນລ້ຽງຊີວິດ”
33. ກະແສເງິນສົດ ຄືເລື່ອງລາວທີ່ບອກເລົ່າວິທີຈັດການກັບເງິນຂອງຄົນແຕ່ລະຄົນ
34. ຄົນລວຍເພີ່ມຊັບສິນ, ຄົນຊັ້ນກາງເພີ່ມໜີ້ສິນ ແຕ່ເຂົ້າໃຈວ່າເປັນຊັບສິນ
35. ຊັບສິນ ຄື ອັນໃດກໍຕາມແຕ່ທີ່ເຮັດໃຫ້ເງິນໄຫຼເຂົ້າກະເປົ໋າ ໜີ້ສິນຄື ອັນໃດກໍຕາມແຕ່ທີ່ເຮັດໃຫ້ເງິນໄຫຼອອກຈາກກະເປົ໋າ
36. ໂຮງຮຽນມີໄວ້ຜະລິດລູກຈ້າງຊັ້ນດີ ບໍ່ໄດ້ມີໄວ້ຜະລິດນາຍຊ້າງຊັ້ນຍອດ!
37. ເຄື່ອງວັດຖານະທາງການເງິນ ຄື ຖ້າເຮົາເລີກເຮັດວຽກ ເຮົາມີເງິນເຫຼືອໃຊ້ໄດ້ດົນສໍ່າໃດ?
38. ຄົນຊັ້ນກາງບໍ່ກ້າສ່ຽງ ເຮັດໃຫ້ຍຶດຕິດກັບເງິນເດືອນ ເພາະວ່າເຂົາຮູ້ສຶກປອດໄພທີ່ສຸດ
39. ຄົນລວຍຊື້ຄວາມສະບາຍພາຍຫຼັງ ຄົນຊັ້ນກາງມັກຊື້ຄວາມສະບາຍກ່ອນ
40. ຫຼາຍຄົນບໍ່ເຄີຍຄິດເຖິງຄວາມແຕກຕ່າງລະຫວ່າງ ເຈົ້າເຮັດວຽກຫຍັງ? ກັບເຈົ້າເຮັດທຸລະກິດຫຍັງ?
41. ສ້າງທຸລະກິດດ້ວຍການລົງທຶນໃນຊັບສິນທີ່ສ້າງລາຍໄດ້ ຈົ່ງໃຫ້ເງິນນັ້ນເຮັດວຽກໜັ້ກໃຫ້ເຈົ້າ
42. ຄົນທີ່ກ້າອອກຈາກ Comfort Zone ມັກເປັນຄົນທີ່ປະສົບຄວາມສຳເລັດ
43. ຖ້າເຈົ້າມີຄວາມຮູ້ເລື່ອງເງິນ ເຈົ້າມີໂອກາດຈະເລີນກ້າວໜ້າໄປໄດ້ໄກ ແຕ່ຖ້າເຈົ້າບໍ່ຮູ້ ໂລກນີ້ຈະເປັນໂລກທີ່ໜ້າຢ້ານສຳລັບເຈົ້າ
44. Data is new oil ໃຜມີຂໍ້ມູນຫຼາຍທີ່ສຸດ ທັນສະໄໝທີ່ສຸດ ເຂົ້າໃຈງ່າຍທີ່ສຸດ ຄືເຈົ້າຂອງຂຸມຊັບ
45. ອຸປະສັກທີ່ມັກເຮັດໃຫ້ຄົນບໍ່ປະສົບຄວາມສຳເລັດທາງການເງິນຄື ຄວາມຮູ້ສຶກຢ້ານ, ເບິ່ງໂລກໃນແງ່ລົບ, ຂີ້ຄ້ານ
46. ຄວາມຢ້ານໂດຍບໍ່ມີເຫດຜົນ ເຮັດໃຫ້ເຮົາເປັນຄົນເບິ່ງເຫັນແຕ່ຂໍ້ເສຍ
47. 3 ທັກສະສຳຄັນສຳລັບຜູ້ທີ່ເລີ່ມຕົ້ນເຮັດທຸລະກິດຂອງຕົນເອງ ຄື 1. ບໍລິຫານກະແສເງິນສົດ 2. ບໍລິຫານຄົນ 3. ບໍລິຫານເວລາ.
48. “ຄວາມຮູ້” ເຮັດໃຫ້ໄດ້ເງິນ “ຄວາມບໍ່ຮູ້” ເຮັດໃຫ້ເສຍເງິນ
49.ພໍ່ລວຍສອນໃຫ້ເຮົາພະຍາຍາມເບິ່ງເຫັນສິ່ງທີ່ຄົນອື່ນເບິ່ງບໍ່ເຫັນ
50.ຜູ້ຊະນະທີ່ແທ້ ຮູ້ວ່າການແພ້ເປັນສ່ວນໜຶ່ງຂອງການຊະນະ
-------------------------------
ເຄຣດິດ: Passion to Win
#ໜັງສື
#ພໍ່ລວນສອນລູກ

#ໂຣເບີດຄິໂຢຊາກິ
Kiyosaki
#ຄຳຄົມ
#ນັກທຸລະກິດລາວ
#ນັກທຸລະກິດມືໃໝ່

26/04/2021

ໂອນເງິນ​ດ່ວນ​ ລາວ -> ໄທ

ຫລຸດຄ່າທຳນຽມ 50%

8 ລາຍການ​ທຳອິດ ເທົ່ານັ້ນ!!

26/04/2021

020 5265 9879

15/03/2021

13 ນິໃສຂອງເສດຖີ!!​ ແລ້ວ​ ເຈົ້າເດ?

13/03/2021

30 ຂໍ້ຄິດ ພໍ່ລວຍສອນໄວ້

08/03/2021

7 ເຄັດລັບ ຂາຍສິນຄ້າ ອອນລາຍ

ໂອນງ່າຍ ຂ້າມປະເທດ ພຽງປາຍນິ້ວ!!Facebook.com/laoclickmoney020 52659879 #ໂອນເງິນ #ຮັບເງິນ #ເງິນດ່ວນ
21/08/2020

ໂອນງ່າຍ ຂ້າມປະເທດ ພຽງປາຍນິ້ວ!!

Facebook.com/laoclickmoney

020 52659879

#ໂອນເງິນ
#ຮັບເງິນ
#ເງິນດ່ວນ

Address

Nongsawang Vil, Saysettha Dist
Vieng-Chan
00856

Opening Hours

Monday 08:30 - 17:30
Tuesday 08:30 - 17:30
Wednesday 08:30 - 17:30
Thursday 08:30 - 17:30
Friday 08:30 - 17:30
Saturday 09:00 - 00:00

Telephone

+8562052659879

Website

Alerts

Be the first to know and let us send you an email when Lao Click Money posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share