16/07/2026
🔷ດໍາລັດ ວ່າດ້ວຍ ການປັບໃໝ ແລະ ການນໍາໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການ ກ່ຽວກັບຊັບສິນຂອງລັດ🔷
-----------------------
✅ ດຳລັດສະບັບນີ້ສ້າງມາເພື່ອ "ກຳນົດມາດຕະການ ( ປັບໃໝ/ວິໄນ ) ຕໍ່ຜູ້ລະເມີດຊັບສິນຂອງລັດ ໃຫ້ເປັນເອກະພາບກັນໃນຂອບເຂດທົ່ວປະເທດ, ເພື່ອປົກປັກຮັກສາຊັບສິນຂອງຊາດ ແລະ ສ້າງຄວາມໂປ່ງໃສໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຜ່ານລະບົບທະນາຄານ".
✅ ໂດຍໄດ້ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການປັບໃໝ ແລະ ການນຳໃຊ້ມາດຕະການອື່ນໆ ຕໍ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບຊັບສິນຂອງລັດ ໂດຍມີເນື້ອໃນຄວບຄຸມທັງການປັບໃໝທາງດ້ານເງິນ ແລະ ມາດຕະການທາງວິໄນອື່ນໆ ເຊັ່ນ ການສຶກສາອົບຮົມ, ການຍຶດເຄື່ອງມືພາຫະນະທີ່ໃຊ້ກະທຳຜິດ ແລະ ການຖອນໃບອະນຸຍາດດຳເນີນທຸລະກິດ.
✅ ເພື່ອເປັນ ບ່ອນອີງໃຫ້ແກ່ເຈົ້າໜ້າທີ່ ທີ່ຄຸ້ມຄອງຊັບສິນຂອງລັດ ໃນການປັບໃໝ ແລະ ນຳໃຊ້ມາດຕະການຕ່າງໆ ໃຫ້ມີຄວາມຖືກຕ້ອງ, ເຂັ້ມງວດ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ, ສຶກສາອົບຮົມ ໃຫ້ບຸກຄົນ ແລະ ການຈັດຕັ້ງ ຍົກສູງສະຕິເຄົາລົບກົດໝາຍ ແລະ ລະບຽບການກ່ຽວກັບຊັບສິນຂອງລັດ ພ້ອມທັງ ປົກປັກຮັກສາຊັບສິນຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
📝ມີການກຳນົດອັດຕາການປັບໃໝຕາມແຕ່ລະກໍລະນີເຊັ່ນ: ການບໍ່ປະຕິບັດພັນທະຄ່າເຊົ່າ ຫຼື ຄ່າສຳປະທານ (ປັບໃໝ 10% - 30% ຂອງມູນຄ່າທີ່ຄ້າງຊຳລະ).
📝ການບໍ່ປະຕິບັດພັນທະຄ່າຊັບພະຍາກອນທຳມະຊາດ (ປັບໃໝ 10% - 400% ຕາມແຕ່ລະປະເພດຊັບພະຍາກອນ).
📝ການບຸກລຸກ, ການສ້າງຄວາມເສຍຫາຍ ຫຼື ການນຳໃຊ້ຊັບສິນຂອງລັດເພື່ອຫາຜົນປະໂຫຍດສ່ວນຕົວ (ປັບໃໝ 100% - 200% ຂອງມູນຄ່າຄວາມເສຍຫາຍ ຫຼື ມູນຄ່າຊັບສິນ).
📌ການຊຳລະເງິນຄ່າປັບໃໝ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຖືກປັບໃໝຕາມທີ່ໄດ້ກໍານົດໄວ້ໃນດຳລັດສະບັບນີ້ ຕ້ອງຊຳລະເງິນຄ່າປັບໃໝຕາມຄຳສັ່ງມອບຂອງເຈົ້າໜ້າທີ່ກ່ຽວຂ້ອງ ໂດຍຜ່ານລະບົບທະນາຄານ.
#ກົມຄຸ້ມຄອງຊັບສິນແຫ່ງລັດ