Aladdin Insurance Broker

Aladdin Insurance Broker ບໍລິສັດ ອາລາດິນ ນາຍໜ້າປະກັນໄພ ຈໍາກັດຜູ້ດຽວ

ສະບາຍດີປີໃໝ່Happy Laos New Year
14/04/2026

ສະບາຍດີປີໃໝ່
Happy Laos New Year

ສະພາບອາກາດມີການປ່ຽນແປງ ປະຈຸບັນເຮົາສັງເກດເຫັນເລື່ອຍໆເຫດໄຟໄໝ້ເກີດຂຶ້ນບໍ່ວ່າຈະຢູ່ນະຄອນຫຼວງວຽງຈັນ​ກໍຄຶຕ່າງແຂວງ ດັ່ງນັ້ນເພື່ອ...
08/04/2026

ສະພາບອາກາດມີການປ່ຽນແປງ ປະຈຸບັນເຮົາສັງເກດເຫັນເລື່ອຍໆເຫດໄຟໄໝ້ເກີດຂຶ້ນບໍ່ວ່າຈະຢູ່ນະຄອນຫຼວງວຽງຈັນ​ກໍຄຶຕ່າງແຂວງ ດັ່ງນັ້ນເພື່ອຄວາມອຸ່ນໃຈ ແລະປ້ອງກັນໄວ້ຊັບສິນທີ່ອັນລໍາຄ່າຂອງທ່ານ ປະກັນອັກຄີໄພເປັນທາງເລຶອກທີ່ດີຂອງທ່ານ. ຫຼາຍກ່ວານັ້ນ ປະກັນອັກຄີໄພບໍ່ພຽງແຕ່ຄຸ້ມຄອງຊັບສິນຂອງທ່ານຈາກໄຟໄໝ້ ໂດຍເພີ່ມການຄຸ້ມຄອງເຊັ່ນ:
- ນໍ້າຖ້ວມ
- ຟ້າຜ່າ
- ລົມພາຍຸ
- ດິນຊຸດ ແລະດິນເຈື່ອນ
- ລະເບີດ ແລະອື່ນໆ


Happy New Year 2026
01/01/2026

Happy New Year 2026

ຊົມເຊີຍວັນຊາດ 2 ທັນວາ ໝັ້ນຍືນ!
02/12/2025

ຊົມເຊີຍວັນຊາດ 2 ທັນວາ ໝັ້ນຍືນ!

Travel Insurance covered for:- Death or Permanent Disablement- Medical Expenses- Flight Cancellation by Airline- Lost Ba...
20/11/2025

Travel Insurance covered for:
- Death or Permanent Disablement
- Medical Expenses
- Flight Cancellation by Airline
- Lost Baggage
- Lost Personal Items
- Baggage Delay
- Hijack
- Flight Delay (6 hours or more)
- 24-Hour Domestic Travel Assistance Services

ເພື່ອເພີ່ມຄວາມໝັ້ນໃຈ ປອດໄພ ແລະ ສະບາຍໃຈໃນການເດີນໃຫ້ແກ່ທຸກທ່ານທີ່ມັກເດີນທາງ ປະກັນໄພການເດີນທາງ ເປັນທາງເລືອກທີ່ດີ ເພາະເຮົາຄຸ້ມຄອງຄວາມສ່ຽງຫຼາຍຢ່າງເຊັ່ນ:
✅ກະເປົ໋າເດີນທາງສູນເສຍ
✅ຖ່ຽວບິນລ່າຊ້າ ແລະການພາດຖ່ຽວບິນ
✅ຄ່າຢາ ແລະຄ່າປິນປົ່ວຈາກອຸບັດຕິເຫດ
✅ຄ່າຊົດເຊີຍລາຍວັນໃນລະຫວ່າງເຂົ້ານອນໂຮງໝໍ
✅ແລະຜົນປະໂຫຍດອຶ່ນໆ

ເນື່ອງໃນໂອກາດ ວັນບຸນເຂົ້າພັນສານີ້ ນາຍໜ້າປະກັນໄພ ອາລາດິນ ຂໍອວຍພອນ ໃຫ້ທ່ານຈົ່ງມີແຕ່ສຸກ ແລະ ຄວາມຈະເລີນຮຸ່ງເຮືອງຕະຫຼອດໄປ.On ...
10/07/2025

ເນື່ອງໃນໂອກາດ ວັນບຸນເຂົ້າພັນສານີ້ ນາຍໜ້າປະກັນໄພ ອາລາດິນ ຂໍອວຍພອນ ໃຫ້ທ່ານຈົ່ງມີແຕ່ສຸກ ແລະ ຄວາມຈະເລີນຮຸ່ງເຮືອງຕະຫຼອດໄປ.
On the occasion of Buddhist Lent, AIB wishes for your enduring happiness and prosperity forever

ທ່ານຮູ້ບໍ່ປະກັນໄພລົດມີຈັກປະເພດ ແລະ ຄວນເລືອກຊື້ປະກັນໄພລົດແບບໃດຈຶ່ງຈະເໝາະສົມກັບຄວາມຕ້ອງການຂອງເຮົາ? ເພາະປະກັນໄພລົດມີຫຼາຍທາງ...
22/06/2025

ທ່ານຮູ້ບໍ່ປະກັນໄພລົດມີຈັກປະເພດ ແລະ ຄວນເລືອກຊື້ປະກັນໄພລົດແບບໃດຈຶ່ງຈະເໝາະສົມກັບຄວາມຕ້ອງການຂອງເຮົາ? ເພາະປະກັນໄພລົດມີຫຼາຍທາງເລືອກ ເຮົາຈະມາແນະນຳ ແລະ ອະທິບາຍແຕ່ລະທາງເລືອກໃຫ້ເຫັນເຖິງຄວາມແຕກຕ່າງດັ່ງນີ້:​
1.ປະກັນໄພແບບບັງຄັບ (ບຸກຄົນທີ 3) ​
ປະກັນໄພລົດແບບບັງຄັບແມ່ນປະກັນໄພທີ່ລົດທຸກຄັນຕ້ອງມີ ອີງຕາມກົດໝາຍ ຍານພາຫະນະທຸກຄັນທີ່ນຳໃຊ້ເທິງທ້ອງຖະໜົນຂອງ ສປປ ລາວ ຕ້ອງໄດ້ມີປະກັນໄພ ເພື່ອຄຸ້ມຄອງອຸປະຕິເຫດເທິງທ້ອງຖະໜົນ. ເຊິ່ງຈະເປັນປະກັນໄພທີ່ລາຄາຕ່ຳ ເພາະຄຸ້ມຄອງແຕ່ຄູ່ກໍລະນີ ແຕ່ລົດຂອງຜູ້ທີ່ຊື້ປະກັນໄພຖ້າຫາກເປ່ເພແມ່ນຕ້ອງໄດ້ສ້ອມແປງເອງ ຫຼື ທີ່ເຮົາອາດຈະເຄີຍໄດ້ຍິນໃນພາສາປະກັນໄພວ່າ "ປະກັນໄພບຸກຄົນທີ 3" ເຊິ່ງຄຳວ່າບຸກຄົນທີ 3 ໝາຍເຖິງຄູ່ກໍລະນີທີ່ເຮົາໄປຕຳ.​
2.ປະກັນໄພລົດແບບຮອບດ້ານ (ປະກັນໄພຊັ້ນ 1)​
ປະກັນໄພລົດແບບຮອບດ້ານ ຫຼື ເອີ້ນອີກຢ່າງໜຶ່ງວ່າ "ປະກັນໄພຊັ້ນ 1" ແມ່ນການຄຸ້ມຄອງເພີ່ມເຕີມໃຫ້ກັບລົົດຂອງທ່ານ ໂດຍຈະຄຸ້ມຄອງຄວາມເສຍຫາຍທີ່ເກີດຂຶ້ນຍ້ອນອຸປະຕິເຫດຈາກການຕຳທີ່ມີຄູ່ກໍລະນີ ຫຼື ການຕຳທີ່ບໍ່ມີຄູ່ກໍລະນີກໍຄຸ້ມຄອງ ຕົວຢ່າງເຊັ່ນ: ການຖອຍລົດໄປຂູດປະຕູ, ການຂີ່ໄປຕຳເສົາໄຟເປັນຕົ້ນ. ປະກັນໄພປະເພດນີ້ຈະຄຸ້ມຄອງທັງລົດຂອງເຮົາ ແລະ ລົດຂອງຄູ່ກໍລະນີທີ່ເຮົາໄປຕຳນຳ ຊຶ່ງລາຄາປະກັນໄພກໍຈະຄິດໄລ່ຕາມມູນຄ່າລົດທີ່ເຮົາຊື້ ແລະ ລາຄາປະກັນໄພຈະແພງກວ່າທາງເລືອກອື່ນ ແຕ່ການຄຸ້ມກັນກໍຄຸ້ມຄ່າກວ່າເຊັ່ນດຽວກັນ.​
3.ປະກັນໄພລົດແບບແພັກເກັດ​
ປະກັນໄພແບບແພັກເກັດ ເປັນປະກັນໄພທີ່ລວມເອົາປະກັນໄພແບບສະໝັກໃຈ ແລະ ປະກັນໄພແບບບັງຄັບ ລວມເຂົ້າກັນໃຫ້ເປັນທາງເລືອກແກ່ລູກຄ້າ ເພາະມີວົງເງິນຄຸ້ມກັນທີບໍ່ສູງຫຼາຍ ແລະ ລາຄາປະກັນໄພກໍຈະບໍ່ສູງເຊັ່ນກັນ, ເຊິ່ງຈະຄຸ້ມຄອງລົດຂອງເຮົາ ແລະ ລົດຂອງຄູ່ກໍລະນີນຳ ໂດຍບາງແພັກເກັດຈະຄຸ້ມຄອງທັງກໍລະນີທີ່ໄປຕຳຄົນ ແລະ ສັດ ຫຼື ໄປຕຳສິ່ງຂອງກໍຄຸ້ມກັນເຊັ່ນກັນຕາມຄວາມຄຸ້ມຄອງທີ່ລູກຄ້າເລືອກຊື້.​


ການກວດເຊັກລົດກ່ອນອອກເດີນທາງໄກ ຈະຊ່ວຍໃຫ້ທ່ານປອດໄພຫຼາຍຂຶ້ນ. ລອງກວດເຊັກ 8 ຈຸດທີ່ສຳຄັນລູ່ມນີ້ ເພື່ອໃຫ້ທ່ານອຸ່ນໃຈເວລາອອກເດີນທ...
11/06/2025

ການກວດເຊັກລົດກ່ອນອອກເດີນທາງໄກ ຈະຊ່ວຍໃຫ້ທ່ານປອດໄພຫຼາຍຂຶ້ນ. ລອງກວດເຊັກ 8 ຈຸດທີ່ສຳຄັນລູ່ມນີ້ ເພື່ອໃຫ້ທ່ານອຸ່ນໃຈເວລາອອກເດີນທາງ.

ຈຸດທີ່ 1 ກວດສອບໝໍ້ໄຟລົດ
ຫົວໃຈ​ຫຼັກ​ຂອງ​ການ​ສະ​ຕາດ​ເຄື່ອງ​ຈັກ​ແມ່ນ​ໝໍ້ໄຟລົດ ກວດ​ສອບ​ສະ​ພາບ​ຂອງ​ໝໍ້ໄຟວ່າ​ຢູ່​ໃນ​ສະ​ພາບ​ທີ່​ສົມ​ບູນ​ຫຼື​ບໍ່ ເຊັ່ນ: ໝັ່ນ​ກວດ​ສອບ​ທຳ​ຄວາມ​ສະ​ອາດ​ຄາບ​ຂີ້​ເກືອ​ທີ່​ຂົ້ວ​ແບັດ ກວດ​ສອບ​ລະ​ດັບ​ນ້ຳ​ກັ່ນ​ໃຫ້​ຢູ່​ໃນ​ລະ​ດັບ​ທີ່​ກຳ​ນົດ, ກວດ​ສອບ​ຄວາມ​ແໜ້ນ​ຂອງ​ຂົ້ວ​ແບັດ ແລະ​ ສະນວນຫຸ້ມ​ສາຍ.

ຈຸດທີ່ 2 ກວດສອບລໍ້ລົດ ແລະ ຢາງລົດ
ເປັນ​ອີກ​ຈຸດ​ທີ່​ສຳ​ຄັນ​ຫຼາຍ ເພາະ​ອຸ​ບັດ​ຕິ​ເຫດ​ສ່ວນ​ໜຶ່ງ​ເທິງ​ທ້ອງ​ຖະ​ໜົນ​ເກີດ​ຈາກ​ຢາງ​ແຕກ​ໃນ​ຂະ​ນະ​ຂັບ​ຂີ່ ດັ່ງ​ນັ້ນ​ຢາງ​ລົດທີ່​ດີ​ຕ້ອງ​ຢູ່​ໃນ​ສະ​ພາບ​ທີ່​ພ້ອມ​ໃຊ້​ງານຄື ບໍ່​ຮົ່ວ, ບໍ່​ຊຶມ, ບໍ່​ແຕກ​ລາຍ​, ມີ​ດອກ​ຢາງ​ພຽງ​ພໍ ແລະ ຄວນເຕີມ​ລົມ​ຢາງ​ຕາມ​ທີ່​ຄູ່​ມື​ປະ​ຈຳ​ລົດ​ກຳ​ນົດ ສ່ວນ​ລໍ້​ກໍ​ຄວນ​ຢູ່​ໃນ​ສະ​ພາບ​ທີ່​ສົມ​ບູນ ບໍ່​ຄົດບໍ່​ບ້ຽວ ແລະ​ ທີ່​ສຳ​ຄັນຢ່າ​ລືມ​ກວດ​ສອບ​ນ໋ອດ​ລໍ້ລົດ​ນໍາ​ວ່າ​ຫັນ​ແໜ້ນ​ຫຼື​ບໍ່.

ຈຸດທີ່ 3 ກວດສອບຊ່ວງລ່າງລົດ
ກວດ​ສອບ​ດ້ວຍ​ການ​ລອງ​ຂັບ​ເທິງ​ທ້ອງຖະ​ໜົນທາງຊື່ ໂດຍ​ສັງ​ເກດ​ພວງ​ມາ​ໄລ​ວ່າ​ຊື່​ຫຼື​ບໍ່ ຖ້າ​ພວງ​ມາ​ໄລ​ບໍ່​ຊື່​ ກໍ​​ນຳ​ລົດ​ໄປ​ຕັ້ງ​ສູນ​ໃໝ່ ສ່ວນອາໄລ່ຕ່າງໆ​ຂອງ​ຊ່ວງ​ລ່າງ​ເຊັ່ນ​ລູກ​ໝາກ ຖ້າ​ຂັບ​ທາງ​ຂຸ​ຂະ​ແລ້ວ​ມີ​ສຽງ​ກຸກ​ກັກ ກໍ​ຮີບ​ໃຫ້​ຊ່າງ​ແກ້​ໄຂ​ໂດຍ​ໄວ ໂຊ້ກອັບ​ກໍ​ເຊັ່ນ​ດຽວກັນ ຄວນກວດ​ສອບ​ຄາບ​ນ້ຳ​ມັນ​ບໍ​ລິ​ເວນ​ແກນ​ໂຊ້ກ​ອັບວ່າ​ຮົ່ວ​ຫຼື​ບໍ່ ເພາະ​ລະ​ບົບ​ຊ່ວງ​ລ່າງ​ທັງ​ໝົດ​ມີ​ຜົນ​ຕໍ່​ການ​ຊົງ​ໂຕໃນເວລາຂັບ​ຂີ່.

ຈຸດທີ່ 4 ກວດສອບລະດັບນ້ຳມັນເບຣກ
ຫຼາຍ​ທ່ານ​ເຂົ້າ​ໃຈ​ວ່າ​ຖ້າ​ນ້ຳ​ມັນ​ເບຣກ​ຫຼາຍ ເຮົາ​ຕ້ອງ​ເຕີມ​ນ້ຳ​ມັນ​ເບຣກ​ເພື່ອ​ໃຫ້​ຢູ່​ໃນ​ລະ​ດັບ​ປະ​ລິ​ມານ​ທີ່​ພໍ​ດີ ແຕ່​ທ່ານ​ຮູ້ຫຼື​ບໍ່​ວ່າ​ລະ​ບົບ​ເບຣກ​ຄວາມ​ເປັນ​ຈິງ​ແລ້ວ​ແມ່ນ​ລະ​ບົບ​ປິດ ຄວາມ​ໝາຍ​ກໍ​ຄື​ນ້ຳ​ມັນ​ເບຣກ​ຈະ​ຢູ່​ແຕ່​ພາຍ​ໃນ​ລະ​ບົບ​ເບຣກ ຈະ​ບໍ່​ມີ​ການ​ລະ​ເຫີຍ​ຄື​ນ້ຳ​ມັນ​ເຊື້ອ​ໄຟ ເຊິ່ງ​ແນ່​ນອນ​ວ່າ​ຖ້າ​ຜ້າ​ເບຣກ​ບໍ່​ຫ້ຽນ ຫຼື​ຖ້າ​ບໍ່​ມີ​ຈຸດ​ໃດ​ຮົ່ວ ນ້ຳ​ມັນ​ເບຣກ​ຈະ​ບໍ່​ສາ​ມາດ​ຫາຍ​ໄປ​ໃສໄດ້​ງ່າຍໆ ດັ່ງ​ນັ້ນ​ຖ້າ​ລົດ​ເຮົາ​​ບໍ່ມີນ້ຳ​ມັນ​ເບຣກ ຢ່າ​ຟ້າວ​ເຕີມ​ເຮົາ​ຕ້ອງ​ຫາ​ສາ​ເຫດ​ໃຫ້​ໄດ້​ກ່ອນ​ວ່າ​ນ້ຳ​ມັນ​ເບຣກ​ຫາຍ​ໄປ​ໄດ້​ແນວ​ໃດ.

ຈຸດທີ່ 5 ກວດສອບລະບົບໄຟ
ລວມທັງ​ໄຟ​ໜ້າລົດ, ໄຟ​ທ້າຍລົດ, ໄຟ​ຕັດ​ໝອກ, ໄຟ​ລ້ຽວ ແລະ ​ໄຟ​ສຸກ​ເສີນ​ ຈະ​ຕ້ອງ​ໃຊ້​ງານ​ໄດ້​ຄົບ​ທຸກ​ຈຸດ ແສງ​ສະ​ຫວ່າງ​ຈະ​ຕ້ອງ​ຄົມ​ຊັດ ບໍ່​ມົວ ຖ້າເດີນ​ທາງ​ໃນ​ຊ່ວງ​ເວລາກາງ​ຄືນ​ລະ​ບົບ​ໄຟ​ສ່ອງສະ​ຫວ່າງ​ຖື​ວ່າ​ເປັນສີ່ງຈຳ​ເປັນ​ຫຼາຍ​ໃນ​ການ​ເດີນ​ທາງ.

ຈຸດທີ່ 6 ກວດສອບນ້ຳມັນເຄື່ອງ
ນ້ຳ​ມັນ​ເຄື່ອງ​ຖື​ເປັນ​ສິ່ງ​ທີ່​ຈຳ​ເປັນ​ຂອງ​ລະ​ບົບ​ກົນ​ໄກ​ຕ່າງໆ​ໃນ​ເຄື່ອງ​ຈັກ ປະ​ສິດ​ທິ​ພາບ​ຂອງ​ນ້ຳ​ມັນ​ເຄື່ອງ​ທີ່​ດີ​ຈະ​ຕ້ອງ​ຜ່ານ​ການ​ໃຊ້​ງານ​ບໍ່​ເກີນ​ໄລ​ຍະ​ທາງ​ທີ່​ຄູ່​ມື​ກຳ​ນົດ ລະ​ດັບ​ນ້ຳ​ມັນ​ເຄື່ອງ​ຈະ​ຕ້ອງ​ຢູ່​ໃນ​ລະ​ດັບ​ທີ່​ເໝາະ​ສົມ ເຊິ່ງ​ເຮົາ​ສາ​ມາດ​ກວດ​ສອບ​ໄດ້​ຈາກ​ກ້ານ​ວັດ​ນ້ຳ​ມັນ​ເຄື່ອງທີ່ມີໃນລົດ ແລະ​ ລະຫ່ວາງ​ເດີນ​ທາງ​ຄວນ​ມີ​ນ້ຳ​ມັນ​ເຄື່ອງ​ສຳ​ຮອງ​ຕິດ​ລົດ​ໄວ້​ຢ່າງ​ໜ້ອຍ 1 ລິດ ເພື່ອ​ໄວ້ໃຊ້ໃນ​ຍາມ​ສຸກ​ເສີນ.

ຈຸດທີ່ 7 ກວດສອບໝໍ້ນ້ຳ ແລະ ທໍ່ຢາງ ແລະ ລະບົບຫຼໍ່ເຢັນ
ລະ​ບົບ​ລະ​ບາຍ​ຄວາມ​ຮ້ອນ​ຖື​ເປັນ​ອີກ​ຫົວ​ໃຈ​ຫຼັກ​ຂອງ​ເຄື່ອງ​ຈັກ ເນື່ອງຈາກຄວາມ​ຮ້ອນ​ສະ​ສົມ ​ໃນ​ຂະ​ນະ​ທີ່​ເຄື່ອງ​ຈັກ​ເຮັດ​ວຽກ ບວກ​ກັບ​ອຸນ​ຫະ​ພູມ​ພາຍ​ນອກ​ທີ່​ຮ້ອນ ຖ້າ​ລະ​ບົບ​ລະ​ບາຍ​ຄວາມ​ຮ້ອນ​ບໍ່​ດີ ຫຼື​ມີ​ບັນ​ຫາ ອາດ​ເຮັດ​ໃຫ້​ເຄື່ອງ​ຈັກ​ນ໋ອກ​ໄດ້ ດັ່ງ​ນັ້ນ​ເຮົາ​ຄວນ​ກວດ​ສອບ​ລະ​ດັບ​ນ້ຳ​ຫຼໍ່​ເຢັນ​ໃນ​ໝໍ້​ພັກ ແລະ ​ໝໍ້​ນ້ຳ ກວດ​ສອບ​ການ​ເຮັດ​ວຽກ​ຂອງ​ພັດ​ລົມ​ໝໍ້​ນ້ຳ ແລະ ​ເຄື່ອງຈັກ ກວດສອບຮອຍຮົ່ວຂອງໝໍ້ນໍ້າ, ທໍ່ຢາງ ແລະ ຂໍ້ຕໍ່ຕ່າງໆ ຫາກພົບວ່າມີການຮົ່ວຊຶມຄວນແກ້ໄຂໂດຍດ່ວນ.

ຈຸດທີ່ 8 ກວດສອບຊຸດເຄື່ອງມືປະຈຳລົດ
ເຊັ່ນ: ລໍ້-ຢາງ​ອາ​ໄຫຼ່, ແມ່​ແຮງ, ຊຸດ​ເຄື່ອງ​ມື​ໃນ​ການ​ຖອດ​ລໍ້, ເຄື່ອງເຕີມ​ລົມ​ສຸກ​ເສີນ, ສາຍ​ພ່ວງ​ແບັດ, ສາຍ​ລາກ​ລົດ, ໄຟ​ສາຍ ເຊິ່ງ​ເຄື່ອງ​ມື​ເຫຼົ່າ​ນີ້​ຄວນ​ມີ​ຕິດ​ລົດ​ເອົາ​ໄວ້ຈະ​ໄດ້​ອຸ່ນ​ໃຈ​ຍາມ​ເດີນ​ທາງ ມີ​ແລ້ວ​ບໍ່​ໄດ້​ໃຊ້ ດີກ​ວ່າ​ຈະ​ໃຊ້​ແລ້ວ​ບໍ່​ມີ.


Tel: 020 97 768 084, 02052055456
Email: [email protected]

AIB ເປັນບໍລິສັດນາຍໜ້າປະກັນໄພ ທີ່ໃຫ້ຄໍາແນະນໍາ ແລະ ຄໍາປຶກສາ ທາງດ້ານປະກັນໄພ ຕາມຄວາມຕ້ອງການຂອງລູກຄ້າ. ທີມງານຂອງພວກເຮົາມີການສ...
02/05/2025

AIB ເປັນບໍລິສັດນາຍໜ້າປະກັນໄພ ທີ່ໃຫ້ຄໍາແນະນໍາ ແລະ ຄໍາປຶກສາ ທາງດ້ານປະກັນໄພ ຕາມຄວາມຕ້ອງການຂອງລູກຄ້າ. ທີມງານຂອງພວກເຮົາມີການສຶກສາຄົ້ນຄວາ ແລະວິເຄາະຢ່າງຊັດແຈ້ງ ບໍ່ວ່າເລື່ອງຜະລີດຕະພັນປະກັນໄພ, ການບໍລິການ ຂອງແຕ່ລະບໍລິສັດ ເພື່ອອໍານວຍຄວາມສະດວກ ແລະມອບໃຫ້ລູກຄ້າຂອງເຮົາໃນທາງເລືອກທີ່ດີກ່ວາ. ພວກເຮົາໄດ້ເຊັ່ນສັນຍາກັບບໍລິສັດປະກັນໄພທີ່ກໍາລັງດໍາເນີນທຸລະກິດຢູ່ ສປປ ລາວ ຫຼາຍກ່ວາ 10 ບໍລິສັດ ແລະໄດ້ຮັບສິດຢ່າງຖືກຕ້ອງໃນການຂາຍຜະລິດຕະພັນປະກັນໄພເຊັ່ນ: ປະກັນໄພລົດ, ປະກັນໄພສຸຂະພາບ, ປະກັນໄພອຸບັດຕິເຫດ, ປະກັນໄພອັກຄີໄພ, ປະກັນໄພທີ່ຢູ່ອາໄສ, ປະກັນຳໄພເດີນທາງ, ປະກັນໄພການຂົ່ນສົ່ງ, ປະກັນໄພກໍສ້າງ, ປະກັນໄພຄວາມສ່ຽງທຸກຢ່າງຂອງຊັບສິນ ແລະ ອື່ນໆ.
#ເງື່ອນໄຂຜູ້ສະໝັກ
ພດຍີງ ຫຼື ຊາຍ
-ການສືກສາ: ຈົບຊັ້ນສູງ
-ສາມາດເຮັດວຽກເປັນທີມໄດ້
-ມີຄວາມຊື່ສັດ, ມະນຸດສໍາພັນດີ, ກ້າສະແດງອອກ
-ສາມາດນໍາໃຊ້ Microsoft Word, Excel
-ໄດ້ພາສາອັງກີດ ຫຼື ຈີນ ຈະພິຈາລະນາເປັນພິເສດ
#ໜ້າວຽກຮັບຜິດຊອບ
-ຕິດຕາມການຕໍ່ສັນຍາຂອງລູກຄ້າເກົ່າ
-ຊອກຫາລູກຄ້າໃໝ່
-ປະສານພົວພັນກັບບໍລິສັດປະກັນໄພກ່ຽວກັບ
ການອອກໃບສະເໜິລາຄາ ແລະ ການອອກສັນຍາ
-ວ່າງແຜນຍຸດທະສາດການຂາຍ
-ເຮັດການບັນ ປະສານກັບກະຊວງການເງີນ, ປະຕິຮຼບປະກັນໄພ, ບໍລິສັດປະກັນໄພ ແລະ ອື່ນໆ ສໍາລັບຜູ້ສະໝັກສາຍບັນຊີ
#ສະຫວັດດີການ
-ເງີອນເດືອນ 3,000,000 - 8,000,000 ກີບ
-ເງີນຄ່າຄ້ອມຈາກການຂາຍ
-ປະກັນໄພອຸບັດຕິເຫດສ່ວນບຸກຄົນ
-ອື່ນໆ

ສະບາຍດີປີໃໝ່ລາວ
14/04/2025

ສະບາຍດີປີໃໝ່ລາວ

ຊົມເຊີຍ ວັນແມ່ຍິງສາກົນ 8 ມີນາ ຄົບຮອບ 115 ປີ ຢ່າງສຸດໃຈ💕ຂໍອວຍພອນໄຊໃຫ້ແມ່ຍິງທຸກທ່ານຈົ່ງມີແຕ່ຄວາມສຸກ ປະສົບຜົນສຳເລັດໃນໜ້າທີ່ກ...
07/03/2025

ຊົມເຊີຍ ວັນແມ່ຍິງສາກົນ 8 ມີນາ ຄົບຮອບ 115 ປີ ຢ່າງສຸດໃຈ💕
ຂໍອວຍພອນໄຊໃຫ້ແມ່ຍິງທຸກທ່ານຈົ່ງມີແຕ່ຄວາມສຸກ ປະສົບຜົນສຳເລັດໃນໜ້າທີ່ການງານ ສຸຂະພາບແຂງແຮງ ເຂັ້ມແຂງຕະຫຼອດປີ ແລະ ຕະຫຼອດໄປ.

Address

Head Office: Viengchan Center Building, Level 5, Khuvieng Village Sisttana District, Vientiane Capital And Champasak Branch At Pakse Village, Pakse City, Champasak Province
Paksé
16000

Website

Alerts

Be the first to know and let us send you an email when Aladdin Insurance Broker posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share